ໄຊຍະ ຈັດກອງປະຊຸມຄົບຄະນະກຳມະການເສດຖະກິດແຜນການ ແລະການເງິນ

  ກອງປະຊຸມຄົບຄະນະກໍາມະການເສດຖະກິດແຜນການ ແລະການເງິນຂອງສະພາປະຊາຊົນ ແຂວງໄຊຍະບູລີ ປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2020 ນີ້ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານ ຈັດຕະວາ ແກ້ວຄໍາເພັດ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ, ປະ ທານຄະນະກໍາມະການເສດຖະກິດແຜນການ ແລະການເງິນ,ເຂົ້າຮ່ວມມີທ່ານ ຊຊ ບຸນທຽມ ນັນທະກອນກໍາມະການຄະນະປະຈໍາສະພາປະຊາຊົນແຂວງ,ຮອງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງເຂົ້າ ຮ່ວມ.

  ທ່ານ ຈັດຕະວາ ແກ້ວຄໍາເພັດ ປະທານຄະນະກໍາມະການເສດຖະກິດແຜນການ ແລະການເງິນໄດ້ກ່າວວ່າ: ເຖິງສະພາບແວດລ້ອມຂອງພາກພື້ນ ແລະສາກົນມີທັງກາລະໂອກາດ ແລະສິ່ງທ້າທາຍທົດສອບ ຊຶ່ງໄດ້ສົ່ງຜົນກະທົບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ, ອັດຕາການເຕີບໂຕທາງດ້ານເສດຖະກິດເຖິງວ່າໄດ້ມີການຂະຫຍາຍຕົວແຕ່ຍັງບໍ່ທັນຮັບປະກັນຄວາມໝັ້ນທ່ຽງ ແລະຍືນຍົງ,ບາງຄາດໝາຍໃຫຍ່ທາງດ້ານເສດຖະກິດ-ສັງຄົມຍັງບໍ່ບັນລຸຕາມແຜນການທີ່ວາງໄວ້, ການຜະລິດກະສິກໍາ,ອຸດສາຫະກໍາ ແລະການແກ້ໄຂໜີ້ສິນຂອງລັດຍັງພົບຄວາມຫຍຸ້ງຍາກ, ໂດຍປະຕິບັດຕາມພາລະບົດບາດສິດ ແລະໜ້າທີ່ຂອງຄະນະກໍາມະການເສດຖະ ກິດແຜນການ ແລະ ການເງິນທີ່ເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງເພື່ອຕົກລົງບັນຫາສໍາຄັນອັນເປັນພື້ນຖານຂອງແຂວງ ແລະ ຕິດຕາມກວດກາການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນພາຍໃນແຂວງ, ການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດດັ່ງນັ້ນກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ, ຕົກລົງບັນຫາສໍາຄັນເຊັ່ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈໍາ 9 ເດືອນ ແລະທິດທາງແຜນການ 3 ເດືອນທ້າຍປີ 2020, ແຜນປະຈໍາປີ 2021 ແລະການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2016 - 2020) ແລະທິດທາງແຜນການ 5 ປີ 2021–2025, ການຈັດຕັ້ງປະຕິບັດແຜນງົບປະມານຂອງ ແຂວງໃນໄລຍະ 9 ເດືອນ ແລະທິດທາງແຜນການ 3 ເດືອນທ້າຍປີ 2020, ທິດທາງແຜນການປີ 2021, ຮັບຟັງການລາຍງານຜົນການກວດກາຕາມຜົນການກວດສອບປະຈໍາປີ 2018 ແລະທິດທາງແຜນການກວດກາປີ 2021, ບົດສະຫຼຸບຜົນການກວດກາຕາມຜົນການກວດສອບໃນໄລຍະ 5 ປີ (2016-2020), ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະກໍາມະການເສດຖະກິດແຜນການ ແລະ ການເງິນປະຈໍາປີ 2020, 5 ປີ 2016-2020 ແລະ ແຜນການປະຈໍາປີ 2021, 5 ປີ 2021-2025 ແລະຜ່ານຮ່າງມະຕິກອງປະຊຸມຄົບຄະນະຂອງຄະນະກໍາມະການເສດຖະກິດແຜນການ ແລະການເງິນປະຈໍາປີ 2020, 5 ປີ 2021-2025.

   ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງ ແລະບົດຮຽນທີ່ດີໃນຕໍ່ໜ້າຈາກບົດ ຮຽນ ແລະພຶດຕິກໍາຕົວຈິງຈະເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນອຸດົມສົມບູນພ້ອມຈະເປັນບົດຮຽນໃຫ້ແກ່ພວກເຮົາໃນການກະກຽມໃສ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ຕື່ມອີກ.

---------

ຂ່າວ: ບຸນທີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ