ຖວທ ແຂວງຄໍາມ່ວນ ປາຖະກະຖາວັນສຳຄັນຂອງຊາດ

   ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງຄຳມ່ວນຈັດພິທີປາຖະກະຖາສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 ຫາ 2 ທັນວາ 2020) ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນ ວາ 1920 ຫາ 13 ທັນວາ 2020) ໃນວັນທີ 9 ທັນວາ 2020 ນີ້ຢູ່ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວໂດຍການປາຖະກະຖາຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະທ່ອງທ່ຽວແຂວງຄຳມ່ວນ, ມີບັນດາຂະແໜງການ, ກອງວິຊາການອ້ອມຂ້າງຕະຫຼອດເຖິງພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ.

  ພິທີປາຖະກະຖາດັ່ງກ່າວແມ່ນໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງກ່ອນໜ້າວັນທີ 2 ທັນວາ 1975 ຊາດລາວໄດ້ຖືກຈັກກະພັດຕ່າງດ້າວຮຸກຮານກົດຂີ່ຂົ່ມເຫງປະຊາຊົນລາວກາຍເປັນຂ້ອຍຂ້າຂອງພວກເຂົາເປັນ ເວລາຍາວນານແຕ່ດ້ວຍມູນເຊື້ອການຕໍ່ສູ້ອັນພິລະອາດຫານພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ປະຊາຊົນລາວບັນດາເຜົ່າໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະແບບໃໝ່ຈົນສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນສໍາລັບທົ່ວພັກ,ທົ່ວລັດ ແລະທົ່ວປວງຊົນລາວ,ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ປະຊາຊົນລາວບັນດາເຜົ່າມີອິດສະຫຼະພາບ, ອະທິປະໄຕຢ່າງສົມບູນ ແລະໄດ້ເປັນເຈົ້າຂອງປະເທດຊາດແທ້ຈິງ.

ຕະຫຼອດໄລຍະ 45 ປີ ແຫ່ງການປົກປັກຮັກສາ ແລະພັດທະນາປະເທດຊາດພາຍຫຼັງທີ່ໄດ້ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ປະເທດລາວໄດ້ປະເຊີນກັນຄວາມຫຍຸ້ງຍາກຫຼາຍປະການແຕ່ຍ້ອນຄວາມສາມັກຄີຕັດສິນໃຈບຸກບືນກ້າວຂຶ້ນຂອງພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກທີ່ມີແນວທາງຖືກຕ້ອງບວກກັບການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດ ແລະສາກົນຈຶ່ງສາມາດປົກປັກຮັກສາເອກະລາດ,ອະທິປະໄຕ ແລະປົກປັກຮັກສາລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງປະເທດຊາດມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ,ສັງຄົມມີຄວາມສະຫງົບປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ສ້າງສະພາບແວດລ້ອມທີ່ສະຫງົບສຸກ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຜູ້ປະ ກອບການທັງພາຍໃນ ແລະຕ່າງປະເທດ,ຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ກໍຄືການເຊື່ອມໂຍງກັບພາກພື້ນ ແລະສາກົນໄດ້ຢ່າງເປັນເຈົ້າການ.

  ໂອກາດດຽວກັນນີ້ກໍ່ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ, ຜູ້ນຳທີ່ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດຜູ້ນຳ ຂອງພັກ-ລັດ ທີ່ປີຊາສາມາດສະຫຼາດສ່ອງໃສ, ມີຄຸນສົມບັດສິນທຳປະຕິວັດທີ່ສູງສົ່ງ, ມີທັດສະນະມະຫາຊົນທີ່ກວ້າງຂວາງທັງເປັນຜູ້ວາງແນວທາງ ແລະແບບຢ່າງປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນນັບມື້ສູງຂຶ້ນທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງໄດ້ເຊື່ອມຊຶມເຖິງມູນເຊື້ອຂອງວັນສຳຄັນດັ່ງກ່າວໂດຍສະເພາະແມ່ນມູນເຊື້ອ ແລະຄຸນງາມຄວາມດີທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ນຳເອົາບົດຮຽນຂອງທ່ານໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ເກີດຜົນປະ ໂຫຍດສູງສຸດ.

--------

ຂ່າວ: ສະຫວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ