ຕາດຊຽງຍືນແຫຼ່ງທ້ອງທ່ຽວເມືອງທ່າແຕງ

  ເວົ້າເລື່ອງສະຖານທີ່ທ່ອງທ່ຽວຕ້ອງຍອມຮັບວ່າມີຫຼາກຫຼາຍສີສັນບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທໍາມະຊາດສວຍງາມຍິ່ງເບິ່ງຍິ່ງປະທັບໃຈ, ຕາດຊຽງຍືນກໍ່ເປັນສະ ຖານທີ່ໜຶ່ງທີ່ມີຄວາມໂດດເດັ່ນທາງທໍາມະຊາດ, ເປັນຈຸດທີ່ເຮັດໃຫ້ຫຼາຍຄົນມາທ່ຽວຊົມສະຖານທີ່ແຫ່ງນີ້ສາຍລົມເຢັນໆໄດ້ຫອບອຸ້ມເອົາອາຍນໍ້າມາກະທົບຄີງເປັນໄລຍະ ເຖິງແມ່ນວ່າໃນຍາມຮ້ອນກໍ່ຍັງປາກົດວ່າຮູ້ສຶກເຢັນສະບາຍບວກກັບອາກາດສົດໆທີ່ທໍາມະຊາດສ້າງຂຶ້ນໃຕ້ຮົ່ມໄມ້ອັນຂຽວສະອຸ່ມຕະຫຼອດປີ.

  ຕາດຊຽງຍືນເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມແຫ່ງໜຶ່ງຂອງເມືອງທ່າແຕງທັງນີ້ກໍເນື່ອງຈາກວ່າຍັງຄົງມີຄວາມອຸດົມສົມບູນແບບທໍາມະຊາດເປັນຢ່າງດີບໍ່ວ່າຈະເປັນພູຜາປ່າໄມ້,ຫ້ວຍນໍ້າລໍາທານ ແລະໂງ່ນຫີນທີ່ຢູ່ຕາມຕາດກໍຍັງມີສະພາບເດີມໂດຍບໍ່ມີການດັດສ້າງ ຫຼືຕົບແຕ່ງແຕ່ຢ່າງໃດເວົ້າໄດ້ວ່າ: ຍັງງົດງາມດ້ວຍທໍາມະຊາດໂດຍແທ້ຊຶ່ງກາຍເປັນມົນສະເໜດຶງດູດຈິດໃຈຜູ້ທີ່ໄດ້ພົບເຫັນໃຫ້ຄິດຮອດຈົນຍາກທີ່ຈະລືມ.

  ຕາດທີ່ວ່າດັ່ງກ່າວຕັ້ງຢູ່ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ຫ່າງຈາກເທສະບານແຂວງໄປປະມານ 38 ກິໂລແມັດ ແລະໄລຍະຫ່າງແຕ່ເທສະບານ ເມືອງທ່າແຕງ 20 ກິໂລແມັດ ຈຶ່ງຮອດນໍ້າຕົກຕາດ.