ວິທີ ແລະຂັ້ນຕອນການປູກອ້ອຍ

 ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງສາມາດປູກໄດ້ເກືອບທຸກພາກຂອງປະເທດ, ມີ ອາຍຸການເກັບກ່ຽວ 10-12 ເດືອນ, ສາມາດເກັບຜົນຜະລິດໄດ້ 2-3 ປີ, ແຕ່ສະພາບແວດລ້ອມ ແລະການບຳລຸງຮັກສາກໍ່ເປັນປັດໄຈສຳຄັນໃນການເພີ່ມຜົນຜະລິດ ແລະໃຫ້ຄຸນນະພາບຂອງອ້ອຍ.

  ອີງຈາກຄູ່ມືການປູກຝັງໃຫ້ຮູ້ວ່າ: ການປູກອ້ອຍເພື່ອເປັນສິນຄ້າບໍ່ຄວນເບິ່ງຂ້າມໃນແງ່ຂອງການກະກຽມແນວພັນ: ອ້ອຍທີ່ຈະເປັນແນວພັນຕ້ອງເປັນອ້ອຍມາຈາກ ໜານອ້ອຍທີ່ມີຄວາມຈະເລີນເຕີບໂຕດີ, ກົງຕາມແນວພັນ, ປາສະຈາກໂລກ ແລະແມງ, ຕ້ອງມີອາຍຸ ປະມານ 8-10 ເດືອນ, ຖ້າຕ້ອງການປະແນວພັນອ້ອຍທີ່ຕັດໄວ້ ແລ້ວໃນສວນກໍ່ຄວນປົກທ່ອນແນວພັນດ້ວຍໃບອ້ອຍແຫ້ງເພື່ອປ້ອງກັນຕາອ້ອຍແຫ້ງ, ທາງທີ່ດີຊາວສວນຄວນມີໜານແນວພັນອ້ອຍໄວ້ໃຊ້ເອງເພື່ອຫຼຸດຄ່າໃຊ້ຈ່າຍ, ອ້ອຍຈາກໜານແນວພັນ 1 ໄລ່ (ອາຍຸ 7-8 ເດືອນ) ສາມາດປູກຂະຫຍາຍໄດ້ 10 ໄລ່, ສຳລັບແນວພັນຄວນແຊ່ໄວ້ໃນນໍ້າຮ້ອນດົນ 2 ຊົ່ວໂມງ ເພື່ອປ້ອງກັນໂລກໃບຂາວຈາກນັ້ນແຊ່ແນວພັນໃນສານເຄມີໂພຣນິໂຄນາໂຊນອັດຕາສ່ວນ 66 ຊີຊີ ຕໍ່ນໍ້າ 20 ລິດ, ປະມານ 30 ນາທີເພື່ອປ້ອງກັນໂລກແສ້ດຳ, ແຫ່ວ,ເນົ່າແດງ ແລະ ກິ່ນໝາກນັດ.
  ການປູກອ້ອຍແມ່ນສາມາດແບ່ງຕາມລະດູການໄດ້ເປັນ 2 ປະ ເພດຄື: ຕົ້ນລະດູຝົນໃນໄລຍະເດືອນເມສາ-ມິຖຸນາ ແລະປາຍຝົນເດືອນຕຸລາ-ທັນວາ, ນອກຈາກນີ້ ການກຽມດິນກໍ່ຍັງເປັນປັດໄຈສຳຄັນໃນການປູກອ້ອຍເຊັ່ນ: ຕ້ອງໄຖກຽມດິນໃຫ້ເລິກຂະນະທີ່ມີຄວາມຊຸ່ມພໍດີ ແລະຄວນໄຖດິນທຸກຄັ້ງທີ່ມີການ ຮື້ຕໍເພື່ອປູກອ້ອຍໃໝ່, ແຕ່ຖ້າປູກຕົ້ນລະດູຝົນບໍ່ຈຳເປັນຕ້ອງໄຖພວນໃຫ້ດິນແຕກ, ຖ້າປູກປາຍລະດູຝົນ ຫຼືປູກໃນລະດູແລ້ງຕ້ອງໄຖພວນຈົນໜ້າດິນແຕກລະອຽດເພື່ອຫຼຸດຄວາມສູນເສຍຄວາມຊຸ່ມພາຍໃນດິນໃຫ້ຊ້າລົງ.

 ຫຼັງຈາກກະກຽມດິນເປັນທີ່ຮຽບຮ້ອຍແລ້ວກໍ່ເລີ່ມປູກອ້ອຍໄດ້ເລີຍ, ແຕ່ຖ້າໃຊ້ຄົນປູກຈະຍົກຮ່ອງກວ້າງປະມານ 1,4-1,5 ແມັດ ວາງແນວພັນອ້ອຍເປັນລຳໂດຍໃຊ້ລຳດຽວກ່າຍກັນເຄິ່ງລຳ ຫຼື 2 ລໍາຄູ່ຕາມລັກສະນະການແຕກຂອງພັນອ້ອຍທີ່ໃຊ້, ແຕ່ຖ້າໃຊ້ເຄື່ອງປູກຫຼັງຈາກກຽມດິນແລ້ວບໍ່ຕ້ອງຍົກຮ່ອງຈະໃຊ້ເຄື່ອງປູກຕິດທ້າຍແທກເຕີ ໂດຍຈະເປັນການເປີດຮ່ອງ ແລະ ຊ່ອງສຳລັບໃສ່ແນວພັນອ້ອຍເປັນລຳ ແລະ ມີຕົວຕັດລຳອ້ອຍເປັນທ່ອນລົງໃນຮ່ອງ, ລວມທັງມີຕົວຖົມດິນຕາມຫຼັງ ແລະ ສາມາດດັດແປງໜານໃຫ້ໃສ່ປຸ໋ຍ ຮອງພື້ນພ້ອມປູກໄດ້ເລີຍ, ປະຈຸບັນມີການໃຊ້ເຄື່ອງປູກທັງແບບ ແຖວດ່ຽວ ແລະແຖວຄູ່ ໂດຍຈະປູກແຖວດ່ຽວໄລຍະແຖວ1,4-1,5 ແມັດ, ໃນກໍລະນີໃຊ້ແນວພັນອ້ອຍທີ່ແຕກກໍຫຼາຍ ແລະຈະປູກແຖວຄູ່ໄລຍະແຖວ 1,4-1,5 ແມັດ ໄລຍະລະຫວ່າງຄູ່ແຖວ 20-30 ຊັງຕີແມັດ ໃນກໍລະນີໃຊ້ແນວພັນທີ່ແຕກກໍນ້ອຍ.
  ສ່ວນຂັ້ນຕອນສຸດທ້າຍ ແມ່ນ ການໃສ່ປຸ໋ຍໂດຍແບ່ງການໃສ່ປຸ໋ຍອອກເປັນ 2 ຄັ້ງ, ຈຳນວນ 50 ກິໂລກຣາມຕໍ່ໄລ່, ຄັ້ງທີ 1 ໃຫ້ໃຊ້ປຸ໋ຍກົດຊີລີຄອນ ຫຼື ປຸ໋ຍເຄມີບວກກັບກົດຊີລີຄອນໜໍ່ອ້ອຍໃສ່ໄລ່ລະ 25-30 ກິໂລກຣາມຕໍ່ໄລ່ ເພື່ອຊ່ວຍໃຫ້ຕົ້ນອ້ອຍໃຫຍ່ໄວ, ແຕກຍອດ ໃໝ່ໄວ, ຕົ້ນອ້ອຍແຂງແຮງສົມບູນ, ຕ້ານທານຕໍ່ໂລກ ແລະແມງ, ສ່ວນຄັ້ງທີ 2 ໃຫ້ໃຊ້ປຸ໋ຍເຄມີບວກກັບກົດຊີລີຄອນໜໍ່ອ້ອຍດ່ຽວໆໃສ່ໄລ່ລະ 25-30 ກິໂລກຣາມຕໍ່ໄລ່ເພື່ອຊ່ວຍເລັ່ງນໍ້າໜັກ, ເລັ່ງນໍ້າຕານ ແລະເລັ່ງຄວາມຫວານ, ຊ່ວຍໃຫ້ອ້ອຍຕົ້ນໃຫຍ່, ແຂງແຮງໄດ້ນໍ້າໜັກຜົນຜະລິດຕໍ່ໄລ່ສູງຂຶ້ນຕົ້ນບໍ່ລົ້ມ.