ພູຜາເຜິ້ງ ຈຸດທ່ອງທ່ຽວທີ່ປະທັບໃຈ

  ປະຈຸບັນ ຂະແໜງການທ່ອງທ່ຽວຢູ່ ສປປ ລາວ ໄດ້ຮັບການປັບປຸງ ແລະພັດທະນາເປັນກ້າວໆມາຢ່າງຕໍ່ເນື່ອງ ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມໄດ້ຮັບການປັບປຸງ ແລະເສີມຂະຫຍາຍ ຢ່າງກວ້າງຂວາງ, ການພັດທະນາໂຄງລ່າງພື້ນຖານ ແລະສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວໄດ້ຮັບການເອົາໃຈໃສ່ປັບປຸງໃຫ້ໄດ້ມາດຕະຖານດີຂຶ້ນ; ພາກສ່ວນທຸລະກິດໄດ້ເພີ່ມການລົງທຶນໃສ່ສິ່ງອຳນວຍຄວາມສະດວກເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຕົ້ນສະຖານທີ່ພັກໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ, ການຜະລິດ ແລະຂາຍເຄື່ອງຫັດຖະກຳ, ທຸລະກິດການບໍລິການນຳທ່ຽວ ແລະອື່ນໆ.

  ພູຜາເຜິ້ງ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດເໝາະແກ່ການທ່ຽວຊົມ ແລະຜັກຜ່ອນຕາກອາ ກາດສູດດົມເອົາອາກາດບໍລິສຸດເຢັນສົດຊື່ນໃນຍາມເຊົ້າຈະມີໝອກປົກຫຸ້ມບໍລິເວນພູຜາເຜິ້ງນີ້ເບິ່ງ ແລ້ວຄ້າຍຄືກັບທະເລໝອກ ຫຼື ສະຫວັນເທິງດິນກໍວ່າໄດ້ເປັນມົນສະເໜ່ອັນໜຶ່ງທີ່ດຶງດູດໃຫ້ຜູ້ຄົນທີ່ໄດ້ໄປເມືອງບຸນໃຕ້ແລ້ວຕ້ອງໄດ້ໄປສໍາຜັດກັບບັນຍາກາດພູຜາເຜິ້ງ, ຊຶ່ງຕັ້ງຢູ່ເມືອງບຸນໃຕ້ ແຂວງຜົ້ງສາລີ.

----

ຂ່າວ: ວົງມະນີ