ລາວ ກຽມຈັດແຂ່ງຂັນປະກວດທຸລະກິດສະຕາດອັບ

  ສະມາຄົມການຄ້າໄອຊີທີລາວ (LICA) ່ວມກັບທະນາຄານມາຣູຮານ ເຈແປນລາວ ຈະຈັດງານແຂ່ງຂັນ Lao Startup Award 2020 powered by Maruhan Bank Japan Lao ຂຶ້ນເປັນຄັ້ງທໍາໃນລາວຊຶ່ງມີລາງວັນເງິນສົດ 5 ພັນໂດລາສະຫະລັດ ສໍາລັບທີມທີ່ໄດ້ຊະນະເລີດພຽງທີມດຽວໂດຍການແຂ່ງຂັນຈະຈັດຂຶ້ນໃນວັນທີ 6 ທັນວາ2020 ທີ່ສູນການຄ້າວຽງຈັນເຊັນເຕີນະຄອນຫຼວງວຽງຈັນ.

  ພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວມີຂຶ້ນໃນວັນທີ 30 ພະຈິກ ຜ່ານມາ ທີ່ທະນາຄານ ມາຣູຮານເຈແປນລາວ ເປັນປະທານໂດຍທ່ານ ທະນູສອນ ພົນອາ ມາດ ປະທານສະມາຄົມການຄ້າໄອຊີທີລາວ ແລະທ່ານ Anthony Chin ຜູ້ອຳນວຍການທະນາຄານມາຣູຮານເຈແປນ, ທັງນີ້ກໍເພື່ອເປັນການເປີດກວ້າງ ແລະເຊີນ ຊວນບັນດາໄວໜຸ່ມຜູ້ປະກອບການ ແລະບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫຼືທຸລະກິດສະຕາດອັບ,ຊຶ່ງທ່ານໃດທີ່ມີແນວຄວາມຄິດກ່ຽວກັບທຸລະກິດສະຕາດອັບແມ່ນສາມາດຮ່ວມລົງທະບຽນເພື່ອຄັດເລືອກເຂົ້າແຂ່ງຂັນໃນຮອບຊິງຊະນະເລີດໄດ້ທີ່ FB Page https://www.facebook.com/ laostartupfest ຊຶ່ງຈະຈັດຂຶ້ນເປັນຄັ້ງທໍາອິດທີ່ ສປປ ລາວ ມີລາງວັນເງິນສົດ 5.000 ໂດລາສະຫະລັດ ສໍາລັບທີມທີ່ໄດ້ຊະນະເລີດພຽງທີມດຽວໂດຍການ ແຂ່ງ ຂັນດັ່ງກ່າວແມ່ນນອນຢູ່ໃນງານ Lao StartupFest 2020ທີ່ຈະຈັດຂຶ້ນໃນໄລຍະວັນທີ 3-6 ທັນວາ2020 ທີ່ສູນການຄ້າວຽງຈັນເຊັນເຕີນະຄອນຫຼວງວຽງຈັນ.

ສໍາລັບເງື່ອນໄຂຂອງຜູ້ສະໝັກປະກວດ: ຕ້ອງເປັນບຸກຄົນ, ນິຕິບຸກຄົນທີ່ດໍາເນີນທຸລະກິດ ຫຼືສາມາດດໍາເນີນທຸລະກິດ ແລະເຄື່ອນໄຫວຢູ່ໃນປະເທດລາວໄດ້ຖືກຕ້ອງຕາມກົດໝາຍ, ຖ້າເປັນນິຕິບຸກຄົນຮ່ວມທຶນກັບຕ່າງປະເທດຄົນລາວຈະຕ້ອງຖືຮຸ້ນຢ່າງໜ້ອຍ 51% ຂອງຈຳນວນຮຸ້ນທັງໝົດ,ຫາກມີໄອເດຍທຸລະກິດແລະມີແຜນທຸລະກິດລະດັບໃດໜຶ່ງກໍ່ສະຫມັກໄດ້ຊຶ່ງບໍ່ຈໍາກັດເພດອາຍຸ ຫຼືວຸດທິການສຶກສາ; ສ່ວນເງື່ອນໄຂຂອງຜະລິດຕະພັນ ຫຼືບໍລິສັດທີ່ສົ່ງເຂົ້າປະກວດ: ຜູ້ສົ່ງເຂົ້າປະກວດຕ້ອງເປັນເຈົ້າຂອງຜົນງານຜະລິດຕະພັນບໍລິການ ຫຼືບໍລິສັດຢ່າງຊອບທໍາທາງກົດໝາຍ, ຜົນງານຜະລິດຕະພັນບໍລິການ ຫຼືບໍລິສັດຕ້ອງມີຕົ້ນກໍາເນີດຢູ່ທີ່ປະເທດລາວ ແລະ ຕ້ອງບໍ່ມີຫຸ້ນສ່ວນຈາກຕ່າງປະເທດຫຼາຍກວ່າ 49%,ຜົນງານຜະລິດຕະພັນບໍລິການ ຫຼືບໍລິສັດທີ່ຢູ່ໃນຂັ້ນໄອເດຍຂັ້ນພັດທະນາຂັ້ນທົດລອງ ຫຼືຂັ້ນນໍາໃຊ້ຈິງແມ່ນສາມາດສົ່ງເຂົ້າປະກວດໄດ້.

  ພິເສດການປະກວດທຸລະກິດສະຕາດອັບແມ່ນບໍ່ມີການຈໍາກັດປະເພດທຸລະກິດ ຫຼືຂະແໜງການທຸລະກິດແຕ່ເກນການໃຫ້ຄະແນນຂອງຜູ້ຕັດສິນສ່ວນໃຫຍ່ແມ່ນອີງໄປທີ່ຄວາມເປັນໄປໄດ້ ແລະຄວາມຢືນຍົງຂອງທຸລະກິດເຊັ່ນ: ການຂະຫຍາຍໂຕ,ຄວາມແທດເໝາະກັບຕະຫຼາດ,ສັກກະຍາພາບທາງດ້ານການຄ້າ,ແນວຄິດສ້າງສັນ, ສ້າງຄວາມແຕກຕ່າງຜົນກະທົບທາງບວກຕໍ່ກຸ່ມລູກຄ້າ ຫຼືສັງຄົມ, ດ້ານການນໍາໃຊ້ນະວັດຕະກໍາ ແລະເຕັກໂນໂລຊີ.