ເປີດງານເທສະການສະຕາດອັບ 2020

  ງານເທສະການສະຕາດອັບ 2020 (LAO STARTUP FEST 2020) ໄດ້ຈັດຂຶ້ນໃນວັນທີ 3 ທັນວາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ສະມາຄົມການຄ້າໄອຊີທີ ລາວ, ສະມາຄົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ໃຫ້ກຽດເຂົ້າຮ່ວມມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກວຕ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ.

  ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ກະຊວງ ອຄ ກ່າວວ່າ: ງານເທສະການສະຕາດອັບ 2020 ເປັນສ່ວນໜຶ່ງຂອງຂະບວນການສ້າງຂອບນະໂຍບາຍສົ່ງເສີມສະຕາດອັບຢູ່ໃນ ສປປ ລາວ ຊຶ່ງກະຊວງ ອຄ ພວມສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະທຸລະກິດຂຸ້ນຂ້ຽວເຮັດວຽກຮ່ວມກັນເພື່ອໃຫ້ສາມາດນໍາສະເໜີລັດຖະບານພິຈາລະນາຮັບຮອງ ແລະປະກາດໃຊ້ໃນຕົ້ນປີ 2021 ນີ້; ຈຸດປະສົງຂອງງານຄັ້ງນີ້ແມ່ນເພື່ອສ້າງໃຫ້ມີງານສົ່ງເສີມສະຕາດອັບເປັນອັນສະເພາະໃນລະດັບຊາດເພື່ອສ້າງແຮງກະຕຸກຊຸກຍູ້ແລະເປັນເວທີໃຫ້ບັນດາທຸລະກິດສະຕາດອັບ,ຊາວໜຸ່ມ-ນັກຮຽນນັກສຶກສາ ແລະບຸກຄົນທີ່ມີຄວາມສົນໃຈເຮັດທຸລະກິດສະຕາດອັບໄດ້ວາງສະແດງຜົນງານ, ການແລກປ່ຽນບົດຮຽນດ້ານເຕັກໂນໂລຊີ ແລະນະວັດຕະກໍາ, ການເຜີຍແຜ່ນະໂຍບາຍ, ການໃຫ້ຄໍາຄິດເຫັນກ່ຽວກັບການສ້າງລະບົບນິເວດທີ່ເອື້ອອໍານວຍສໍາລັບສົ່ງເສີມສະຕາດອັບ ແລະການສ້າງເຄືອຂ່າຍຂອງສະຕາດອັບ, ທັງເປັນໂອກາດອັນດີໃນການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານສະຕາດອັບໃຫ້ສັງຄົມໄດ້ຮັບຮູ້ ແລະເຂົ້າໃຈຫຼາຍຂຶ້ນ.

  ງານຄັ້ງນີ້ຈະດໍາເນີນໄປເປັນເວລາ 4 ວັນ (3-6 ທັນວາ 2020) ຊຶ່ງປະກອບມີ 3 ປະເພດກິດຈະກໍາຄື: 1) ການສົນທະນາຂອງຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະຜູ້ປະກອບກິດຈະການສະຕາດອັບຈາກພາຍໃນ ແລະຕ່າງປະເທດກ່ຽວກັບ 6 ຫົວຂໍ້ເຊັ່ນ: ການພັດທະນາເສດຖະກິດ ການຫັນເປັນດີຈີຕອນ ແລະປັດໄຈຊ່ວຍຊຸກຍູ້ສະຕາດອັບໃນລາວ, ການທ່ອງທ່ຽວ ແລະການຫັນເປັນດີຈີຕອນ, ການສົ່ງເສີມສະຕາດອັບປະເພດຟິນເທັກ, ການສົ່ງເສີມການຄ້າເລັກໂຕຣນິກໃນລາວ, ການເຊື່ອມໂຍງການສ້າງ ແລະສົ່ງເສີມສະຕາດອັບໃນລາວ, ການຮ່ວມມືລະດັບພາກພື້ນໃນຍຸກດີຈີຕອນ ແລະການສ້າງລະບົບນິເວດສະຕາດອັບທີ່

ດີ; 2) ການຈັດຮ້ານວາງສະແດງຜົນງານກ່ຽວກັບສະຕາດອັບຈໍານວນ 30 ຮ້ານ ຊຶ່ງລວມມີການເຜີຍແຜ່ຂໍ້ມູນຂ່າວສານຈາກພາກລັດ,ການວາງສະແດງກ່ຽວກັບການຕະຫຼາດແບບດີຈີຕອນ ແລະການຄ້າທາງເອເລັກໂຕຣນິກ,ການບໍລິການດ້ານການເງິນທີ່ທັນສະໄໝ,ການຜະລິດກະສິກຳແບບທັນສະໄໝ, ບັນດາກິດຈະກຳເພື່ອສັງຄົມ, ກຸ່ມຜູ້ກໍ່ຕັ້ງສະຕາດອັບໃນລາວ ແລະບັນດາບໍລິສັດທີ່ສະໜອງການບໍລິການທາງເອເລັກໂຕຣນິກສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະອື່ນໆ. 3) ການສະເໜີບັນດາສະຕາດອັບທີ່ໄດ້ຜ່ານການແຂ່ງຂັນຢູ່ໃນກິດຈະກໍາສົ່ງເສີມສະຕາດອັບຕ່າງໆໃນໄລຍະຜ່ານມາເຊັ່ນ: ການເປັນຜູ້ປະກອບການໄວໜຸ່ມຂອງສະໂມສອນຊຽງໝ້ຽງຈໍານວນ 10 ທີມ ແລະ ໂຄງການ ECOTHON 2020 ຊຶ່ງເປັນໂຄງການພາຍໃຕ້ຂອບຮ່ວມມືອາເຊັມ (The ASEM SMEs Eco-innovation Center) 5 ທີມ, ພ້ອມນັ້ນກໍ່ຈະມີການແຂ່ງຂັນເອົາລາງວັນ Maruhan Challenge ຊຶ່ງສະໜັບສະໜູນໂດຍທະນາຄານມາຣູຮານເຈແປນ ລາວ.