ເຊີນສໍາຜັດ ຄວາມງາມ ຕາດໝາໄນ

  ເຊກອງ ເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມໄປດ້ວຍທຳມະຊາດທີ່ອຸດົມສົມບູນ, ມີຮີບຄອງປະເພນີທີ່ຫຼາກຫຼາຍຊຶ່ງເປັນເງື່ອນໄຂໃນການສົ່ງເສີມການທ່ອງທ່ຽວ ແລະຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີບຄອງປະເພນີ ຊຶ່ງເປັນທີ່ນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຊັ່ນ: ຖໍ້າພະແກ້ວ, ຕາກມົກແຝກ, ຕາດຊຽງຍືນ, ຖໍ້າ ເດັ້ງພູນາງເລົາ, ສວນຫຼັກເມືອງ ແລະວັດວາອາຮາມຕ່າງໆ.

  ນໍ້າຕົກຕາດໝາໄນສະຖານທີ່ທ່ອງທ່ຽວແຫ່ງນີ້ ເປັນສະຖານທີ່ ທີ່ມີຄວາມສົມບູນຂອງທຳມະຊາດ, ປະກອບດ້ວຍປ່າໄມ້ທີ່ຕຶບໜາ ແລະພືດພັນຫຼາຍຊະນິດ, ທັງຍັງ ເປັນແຫຼ່ງທ່ອງທ່ຽວຕາກອາກາດ, ຍ່າງປ່າຊົມທິວທັດທຳມະຊາດ, ສະຖານທີ່ດັ່ງກ່າວຕັ້ງຢູ່ບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງນໍ້າຕົກຕາດທີ່ວ່ານີ້ນັກທ່ອງທ່ຽວສາມາດລົງຫຼິ້ນນໍ້າທີ່ເຢັນສະບາຍ ໄດ້ຢູ່ບໍລິເວນກ້ອງນໍ້າຕົກ, ສ່ວນຢູ່ດ້ານລຸ່ມຂອງຕາດກໍມີໂງ່ນຫີນໄວ້ໃຫ້ທ່ານໄດ້ນັ່ງພັກຜ່ອນຢ່ອນໃຈນອກຈາກຄວາມສວຍງາມເຫຼົ່ານັ້ນແລ້ວອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີລົມພັດຜ່ານເປັນໄລຍະໆເໝາະທີ່ສຸດສໍາລັບໄປພັກຜ່ອນນັ່ງຫຼິ້ນ, ກິນເຂົ້າປ່າ, ສູບດົມອາກາດສົດ, ຊົມວິວທິວທັດທໍາມະຊາດ.

  ນໍ້າຕົກຕາດໝາໄນໄດ້ຮັບບູລະນະສ້າງສາສິ່ງອຳນວຍຄວາມສະດວກ ຫຼື ບຸກເບີກໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມພ້ອມທີ່ຈະຮັບຮອງນັກທ່ອງທ່ຽວຄືກັບບ່ອນອື່ນໆ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວເດີນ ທາງໄປທ່ຽວຊົມຢ່າງບໍ່ຂາດສາຍເພາະນໍ້າຕົກຕາດໝາໄນຍັງຄົງງົດງາມຂອງມັນໄວ້ໃຫ້ທ່ານທີ່ຢາກໄປເຫັນຕົວຈິງວ່າເປັນແນວໃດກໍ່ຢາກໃຫ້ສຳຜັດດ້ວຍຕົວທ່ານເອງ.

----

ຂ່າວ: ວົງມະນີ