ເມືອງຫາຍຊາຍຟອງແຂ່ງຂັນສິລະປະ

  ໃນລະຫວາງວັນທີ 26-27 ພະຈິກຜ່ານມາຫ້ອງການສຶກສາທິການ ແລະກີລາ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ຮ່ວມກັບສວນວັດທະນະທຳຊຽງຄວນ ຈັດກິດຈະກຳແຂ່ງຂັນສິລະປະວັນນະຄະດີນັກຮຽນສາມັນທົ່ວເມືອງປະຈຳປີ 2020 ໂດຍເຂົ້າຮ່ວມທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ, ທ່ານ ສົມສີ ເທບພະວົງຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງຫາດຊາຍຟອງ, ທ່ານນາງ ຊ້ອຍສຸດາ ອິນເມືອງໄຊປະທານສວນວັດທະນະທຳຊຽງຄວນ, ມີບັນດາຫົວໜ້າຫ້ອງການອ້ອມຂ້າງ ແລະຄູ-ອາຈານຄະນະຮັບຜິດຊອບເຂົ້າຮ່ວມ.

  ທ່ານນາງ ຊ້ອຍສຸດາ ອິນເມືອງ ໄຊກ່າວວ່າ: ຈຸດປະສົງການຈັດ ງານຄັ້ງນີ້ ເພື່ອພັດທະນາວຽກງານສິລະປະວັນນະຄະດີໃຫ້ຄວາມກ້າວໜ້າຕາມຍຸກສະໄໝ, ມີຫົວຄິດປະດິດສ້າງສົ່ງເສີມພອນສະຫວັນທາງດ້ານສິລະປະຂອງນ້ອງນັກຮຽນໃນແຕ່ລະໂຮງຮຽນໃຫ້ມີຄວາມສາມັກຄີພ້ອມທັງຫຼີກຫ່າງໄກຈາກຢາເສບຕິດ ແລະສິ່ງທີ່ເປັນການຫຍໍ້ທໍ້ໃຫ້ຫຼຸດນ້ອຍຖ່ອຍລົງພ້ອມນັ້ນຍັງເປັນການຄັດເລືອກເອົານັກຮຽນດີເດັ່ນທາງດ້ານສິລະປະຂອງເມືອງທີ່ຈະເຂົ້າຮ່ວມແຂ່ງຂັນຂັ້ນນະຄອນຫຼວງ, ສຳລັບກິດຈະກຳຄັ້ງນີ້ແມ່ນໄດ້ເອົາຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍຂອງແຕ່ລະໂຮງຮຽນທົ່ວເມືອງຫາດຊາຍຟອງມາຮ່ວມແຂ່ງຂັນປະກອບມີບົດຟ້ອນ, ຮ້ອງເພງ, ຂັບລຳ ແລະກິດຈະກຳອື່ນໆ.

  ທ່ານ ສົມສີ ເທບພະວົງ ກ່າວຕື່ມອີກວ່າ: ໃນທຸກໆປີແມ່ນເຮົາໄດ້ຈັດແຂ່ງຂັນສິລະປະທົ່ວເມືອງຫາດຊາຍຟອງ ໂດຍຄັດເລືອກເອົາທີມຕົວແທນຂອງແຕ່ລະໂຮງຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະຕອນປາຍມາຮ່ວມແຂ່ງຂັນກັນພິເສດປີນີ້ຍັງເປັນການສ້າງຂະ ບວນການຂ່ຳນັບຮັບຕ້ອນຂີດໝາຍຄວາມສຳຄັນຂອງຊາດ ວັນທີ 2 ທັນວາ ໃຫ້ເປັນຂະບວນການຟົດຟື້ນສອງຄອດກັບຮີດຄອງປະເພນີ ແລະວັດທະນະທໍາອັນດີງາມຂອງຊາດລາວເຮົາຍືນຍົງຕະຫຼອດ ໄປ.

----

ໂດຍ:ແພງຕາ