ພະນັກງານເອຊີລີດາລາວ ຮ່ວມໃຈບໍລິຈາກເລືອດ

 ວັນທີ 1 ທັນວາ 2020, ທີ່ສຳນັກງານໃຫຍ່ທະນາຄານເອຊີລີດາລາ ຳກັດ, ໄດ້ມີການບໍລິຈາກເລືອດໃຫ້ກັບອົງການກາແດງໂດຍການນຳພາຂອງ ທ່ານ ດຣ. ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ທະນາຄານເອຊີລີດາລາວ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ,ພະນັກງານທັງສຳນັກງານໃຫຍ່ ແລະສາຂາເຂົ້າຮ່ວມໃນການບໍລິຈາກເລືອດຄັ້ງນີ້ເພື່ອເປັນການຊ່ວຍເຫຼືອຜູ້ປ່ວຍແລະຜູ້ທີ່ມີຄວາມຈຳເປັນໃນການນຳໃຊ້ເລືອດໃນຍາມສຸກເສີນພ້ອມທັງເປັນການຕ້ອນຮັບວັນຊາດທີ 02 ທັນວາ ຄົບຮອບ 45 ປີອີກດ້ວຍ.

  ທ່ານ ດຣ. ຮາຍ ສະວາຍ ກ່າວວ່າ: ເລືອດເປັນສິ່ງທີ່ຈຳເປັນຕໍ່ກັບຄົນເຈັບຈຳນວນຫຼວງຫຼາຍໃນໂຮງໝໍ ແລະນຳໃຊ້ເຂົ້າໃນການປິ່ນປົວສຸກເສີນໃນທົ່ວປະເທດ, ການບໍລິຈາກໃນຄັ້ງນີ້ແມ່ນເປັນຄັ້ງທີ 8 ແລ້ວສຳລັບທະນາຄານເອຊີລີດາ ລາວ ຈຳກັດ ໃນການເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ພວກເຮົາມີຄວາມພາກ ພູມໃຈທີ່ໄດ້ມີສ່ວນຮ່ວມໃນກິດຈະກຳທີ່ສຳຄັນທາງສັງຄົມ ແລະຊ່ວຍເຫຼືອຊີວິດຂອງຜູ້ຄົນໃນຍາມສຸກເສີນດ້ວຍການບໍລິຈາກເລືອດຂອງພະນັກງານທະນາຄານເອຊີລີດາໃຫ້ແກ່ອົງການກາແດງ, ທ່ານ ລຳພັນ ອິນສຸລິວົງ ຫົວໜ້າພະແນກບໍລິຫານຂອງທະນາຄານເອຊີລີດາລາວ ຈຳກັດ ໜຶ່ງໃນຜູ້ບໍລິຈາກເລືອດໄດ້ກ່າວເພີ່ມຕື່ມວ່າ: ທ່ານບໍ່ຈຳເປັນຕ້ອງເປັນທ່ານໝໍເພື່ອຊ່ວຍຊີວິດຄົນເນື່ອງຈາກວ່າການບໍລິຈາກເລືອດກໍ່ເປັນອີກປັດໃຈໜຶ່ງດັ່ງທີ່ພວກເຮົາຮູ້ນຳກັນວ່າເລືອດທຸກຢົດມີຄວາມຈຳເປັນຕໍ່ກັບການຊ່ວຍຊີວິດຂອງມະນຸດໃຫ້ເລືອດໃຫ້ຊີວິດຍ້ອນຄວາມສຳຄັນ, ຄວາມສຸກໃນການສ້າງບຸນກຸສົນ ແລະ ຄຸນງາມຄວາມດີ ແລະ ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ແລະເພື່ອນມະນຸດດ້ວຍກັນ, ສະນັ້ນທີມງານຜູ້ບໍລິຫານແລະພະນັກງານຂອງທະນາຄານເອຊີລີດາລາວ ໄດ້ພ້ອມໃຈກັນບໍລິຈາກເລືອດຄັ້ງນີ້  ແລະບັນຍາກາດຂອງມື້ນີ້ກໍ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ລາບລື້ນດີ ແລະ ພວກເຮົາກໍ່ຂໍເຊີນຊວນປະຊາຊົນລາວໃນທົ່ວປະເທດໂດຍສະເພາະໄວໜຸ່ມຜູ້ທີ່ມີຄວາມເມດຕາເຂົ້າຮ່ວມບໍລິຈາກເລືອດເພື່ອຊ່ວຍຜູ້ປະສົບໄພທີ່ຕ້ອງການເລືອດ ແລະປະກອບສ່ວນເຂົ້າໃນການຊ່ວຍເຫຼືອຊີວິດຂອງມະນຸດໃນລະດັບພາກພື້ນ,ກຸ່ມເອຊີລີດາມີທະນາຄານເອຊີລີດາມະຫາຊົນຊຶ່ງເປັນບໍລິສັດແມ່ ແລະມີ 4 ບໍລິສັດລູກທີ່ດຳເນີນກິດຈະການໃນປະເທດກຳປູເຈຍ,ລາວ, ແລະມຽນມາ,ກຸ່ມເອຊີລີດາມີຊັບສິນລວມຫຼາຍກວ່າ 6 ຕື້ໂດລາສະຫະລັດ, 319 ສຳນັກງານ, ບໍລິການເອທີເອັມ 750 ໜ່ວຍແລະຍັງໃຫ້ບໍລິການໂອນເງິນໄປທົ່ວໂລກ, ພິເສດການບໍລິການໂມບາຍແບັງຄິງເອຊີລີ ດາທັນໃຈສຳລັບລູກຄ້າທຸກທ່ານສາມາດເຮັດທຸລະກຳໄດ້ທຸກວັນທຸກທີ່ທຸກເວລາ.