ຊັບມະຫາໄຊອະສັງຫາລິມະຊັບ ເປີດໂຄງການໃໝ່ບ້ານຈັດສັນ

   ບໍລິສັດຊັບມະຫາໄຊອະສັງ ຫາລິມະຊັບ ບໍລິສັດໜຶ່ງທີ່ຢູ່ລະດັບແຖວໜ້າດຳເນີນທຸລະກິດກ່ຽວກັບອະສັງຫາລິມະຊັບມາດົນສົມຄວນ ແລະ ທຸກໂຄງການໃນເທສະການຕ່າງໆບໍລິສັດແມ່ນຈະຈັດກິດຈະກຳຄືນກຳໄລໃຫ້ລູກຄ້າປະຈຸບັນເປີດໂຄງການໃໝ່ເຟດສອງເປັນໂຄງການດິນພ້ອມເຮືອນຈ່າຍພຽງເດືອນລະລ້ານກີບ.

ນາງ ພານິວັນ ລັດຕະນະໂກສົນ ໄດ້ເລົ່າໃຫ້ຮູ້ເຖິງການລົງທຶນຊີວິດເຮັດການລົງມືເລີ່ມທຸລະກິດອະສັງຫາລິມະຊັບມີຕົ້ນທຶນຊີວິດຄ້າຍໆກັບຜູ້ຍິງຫຼາຍຄົນທີ່ມີຄວາມຝັນ, ຄວາມຫວັງ, ຄວາມຕັ້ງໃຈ, ຄວາມພະຍາຍາມ ແລະເປົ້າໝາຍຊີວິດເພື່ອມຸ້ງຫວັງໃຫ້ຊີວິດຕົນເອງ ແລະ ຄອບຄົວດີຂຶ້ນໃນອະນາຄົດ, ການເລີ່ມຕົ້ນເຕັມໄປດ້ວຍເລື່ອງ ລາວຈົນກາຍເປັນປະສົບການ ແລະເຮັດໃຫ້ສາວນ້ອຍຄົນນີ້ຮຽນຮູ້ວິທີ, ເຕັກນິກ, ຊ່ອງທາງ, ກົນລະຍຸດການເຮັດການຕະຫຼາດ ແລະເລີ່ມຄິດການໃຫຍ່ດ້ວຍການຍ່າງໄປຖາມຊັບທີ່ມີມູນຄ່າເຖິງ 15 ລ້ານບາດ ທັງທີ່ໃນມືມີເງິນພຽງແຕ່ເງິນໝື່ນບາດເທົ່ານັ້ນ, ຈາກເດັກນ້ອຍອາຍຸພຽງ 33 ປີ ພານິວັນ ລັດ ຕະນະໂກສົນ ເລີ່ມທຸລະກິດຈາກ ສູນຕໍ່ກາຍເປັນໜຶ່ງຈາກໜຶ່ງກາຍເປັນສອງດ້ວຍສອງມືຂອງຕົນຈົນສາມາດກໍ່ຕັ້ງບໍລິສັດອະສັງຫາລິມະຊັບໃນນາມບໍລິສັດຊັບມະຫາໄຊອະສັງຫາລິມະຊັບໄດ້ສໍາເລັດພ້ອມສາມາດຕໍ່ຍອດທຸລະກິດດ້ວຍການບໍລິຫານ-ຈັດການໂຄງການດິນຈັດສັນ ແລະອະສັງຫາອື່ນໆເຖິງ 11 ໂຄງການໃນປະຈຸບັນ.

ບໍລິສັດຊັບມະຫາໄຊອະສັງຫາລິມະຊັບ ສ້າງວຽກເຮັດງານທຳພະນັກງານ 15 ຕໍາແໜ່ງງານມີ 3 ຄງການໃຫຍ່ພ້ອມບ້ານ 750. 000 ບາດຈ່າຍກ່ອນ 30-50% ຜ່ອນເດືອນ 1 ລ້ານກີບກໍ່ສາມາດເປັນເຈົ້າຂອງທີ່ດິນໄດ້ນອກຈາກນີ້ມີທີ່ດອນໜູນ, ຊຽງດາ ແລະນາຄວາຍໃຕ້ໂດຍທຸກໂຄງການຢູ່ໃຈກາງເມືອງ.