ສຽວໝີ່ປະກາດວາງຈຳໜ່າຍ Mi Smart Speaker ລຳໂພງອັດສະລິຍະ

  ສຽວ​ໝີ່​ປະ​ເທດ​ໄທ​ປະກາດ​ວາງ​ຈຳໜ່າຍ Mi Smart Speaker ລຳ​ໂພງ​ອັດ​ສະ​ລິ​ຍະຈັດ​ເຕັມທຸກ​ຄວາມ​ບັນ​ເທີ​ງພ້ອມ​ເຊື່ອມຕໍ່​ອຸປະກອນ​ໃນ​ເຮືອນ​ໄດ້ Mi Smart Speaker ລຳ​ໂພງ​ອັດ​ສະ​ລິຍະ​ລາຄາ​ພຽງ 56,33 ​ໂດ​ລາ​ສະຫະລັດ ​ເລີ່​ມວາງ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ໄທ.

  ສຽວ​ໝີ່​ເປີດ​ໂຕ Mi Smart Sp aker ລຳ​ໂພງ​ອັດ​ສະ​ລິ​ຍະເຄື່ອງທຳອິດ​ສຳລັບ​ຕະຫຼາດ​ໂລກ​ໃນໄທ​ ແລ້ວລຳ​ໂພງ​ອັດ​ສະ​ລິ​ຍະ​ມາ​ພ້ອມ Google Assistant ​ໃນ​ຕົວ Mi Smart Speaker ​ເປີດ​ໂອກາດ​ໃຫ້​ຜູ້​ໃຊ້​ງານ​ຖາມ​ຄຳ​ຖາມ​ຕ່າງໆ​ຫຼາກຫຼາຍ​ໃຫ້​ທ່ານ​ໄດ້​ເພີດ​ເພີນໄປກັບ​ຄວາມ​ບັນ​ເທີ​ງວາງ​ແຜນ​ກິດຈະກຳ​ປະຈຳ​ວັນຄວບຄຸມອຸປະ ກອນ​ອັດ​ສະ​ລິ​ຍະ​ພາຍ​ໃນເຮືອນ ແລະ​ອື່ນໆ​ອີກ​ຫຼາກຫຼາຍ​ແບບ​ແຮນ​ຟຣີຜູ້​ໃຊ້​ສາມາດ​ແຄ​ສ​ເພງ​ໂປດ​ຈາກ​ອຸປະກອນ​ອັດ​ສະ​ລິ​ຍະ​ໂດຍ​ໃຊ້ Chromecast ​ແລະ​ເພີດ​ເພີນ​ໄປ​ກັບ​ຄຸນ​ນະພາ​ບສຽງ​ທີ່​ຄົມ​ຊັດ​ດ້ວຍ​ລຳ​ໂພງ​ຂະໜາດ​ໃຫຍ່​ເຖິງ 12 W ​ແລະການ​ຮອງ​ຮັບ​ສຽງ DTS ​ແບບ​ກຳນົດ​ເອງສຳລັບ​ດິ​ໄຊ​ນັ້ນກໍ​ສວຍງາມ​ກະທັດ​ຮັດ​ເໝາະ​ກັບ​ທຸກ​ມູມຂອງ​ເຮືອນ.

----

ໜັງສືພິມ ເສດຖະກິດ-ສັງຄົມ