ທຫລ ປາຖະກະຖາ ວັນຊາດ ແລະວຽກສຳຄັນຕ່າງໆ

 ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງການເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ; ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13 ທັນວາ 1920-13 ທັນວາ 2020) ໃນວັນທີ 30 ພະຈິກ 2020 ທີ່ສະຖາບັນການທະນາຄານນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຜີຍແຜ່ຂອງສະຫາຍ ສອນໄຊ ສິດພະໄຊ ກຳ ມະການສຳຮອງສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ; ພ້ອມນີ້, ກໍ່ບັນດາສະຫາຍຄະນະພັກ, ຄະນະພັກຮາກຖານ-ໜ່ວຍພັກສະມາຊິກພັກ ແລະ ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ.

  ສະຫາຍ ເລຂາຄະນະພັກ ທຫລ ໄດ້ນຳສະເໜີບັນດາເນື້ອໃນຈິດໃນຂອງມະຕິກອງປະຊຸມຄົບຄະນະຄັ້ງທີ 11 ຂອງະນະບໍລິຫານງານສູນກາງພັກສະໄໝທີ X ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ແຜນງົບປະທານ; ແຜນເງິນຕາປະຈຳປີ 2020 ແລະທິດທາງແຜນການປີ 2021. ຄະນະບໍລິຫານງານສູນກາງພັກຮັບການລາຍງານ ແລະໃຫ້ທິດຊີ້ນຳຕໍ່ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ແລະການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II. ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການປັບປຸງດັດແປງກົດລະບຽບພັກ; ລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກສະໄໝທີ XI ແລະກອງປະຊຸມໄດ້ຕີລາ ຄາຜົນສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະແຂວງຈຳນວນໜຶ່ງ.

  ສະຫາຍເລຂາຄະນະພັກ ທຫລ ຍັງໄດ້ຍົກໃຫ້ເຫັນມູນເຊື້ອ ແລະຄວາມໝາຍສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະສະ ຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ເປັນລັດປະຊາທິປະໄຕປະຊາຊົນແມ່ນລັດທີ່ເກີດມາຈາກການຕໍ່ສູ້ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ, ລັດທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະເພື່ອປະຊາຊົນ; ພັກເຮົາໄດ້ວາງ 2 ໜ້າ ທີ່ຍຸດທະສາດ ຄື: ປົກປັກຮັກສາປະເທດຊາດແລະກໍ່ສ້າງລະບອບປະຊາທິປະ ໄຕ ຕາມຈຸດໝາຍສັງຄົມນິຍົມ ແລະວັນທີ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆ ປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າໄດ້ມີອິດສະຫຼະພາບ ແລະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະວັດທະນາຖາວອນ.

  ຕະຫຼອດໄລຍະ 45 ປີ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະດ້ວຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ; ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ, ສະຫງົບ ແລະປອດໄພ; ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ສ້າງໄດ້ບາດລ້ຽວໃໝ່ໃຫ້ແກ່ການສ້າງ ແລະເສີມຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນເຮັດໃຫ້ປະຊາຊົນຮັ່ງມີມີຄວາມຜາ ສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.

  ໃນໂອກາດດັ່ງກ່າວ; ສະຫາຍເລຂາຄະນະພັກ ທຫລ ຍັງໄດ້ຍົກໃຫ້ເຫັນຊີວິດ ແລະການເຄື່ອນໄຫວປະຕິວັດຂອງທ່ານ ປະທານໄກສອນ ພົມວິຫານ ຊຶ່ງເພິ່ນເກີດເມື່ອວັນທີ 13 ທັນວາ 1920 ທີ່ບ້ານນາເຊງ ເມືອງຄັນທະບູລີ (ນະຄອນໄກ ສອນພົມວິຫານປະຈຸບັນ) ແຂວງສະຫວັນນະເຂດ, ໃນຕະຫຼອດໄລຍະຜ່ານມາເພິ່ນໄດ້ອຸທິດຊີວິດ,ສະຕິປັນຍາ ແລະກຳລັງວັງຊາເຂົ້າໃນພາລະກິດປະຕິວັດຢ່າງສຸດຂີດ ແລະໃນຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດຂອງພັກ ແລະລັດເຮົາຍາມໃດກໍ່ຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ເພິ່ນເປັນແວ່ນແຍງອັນໃສແຈ້ງ ແລະເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດແບບແຜນປະຕິວັດກໍ່ຄືແບບແຜນດຳລົງຊີວິດໃຫ້ພະ ນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ; ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສເພື່ອຜົນປະໂຫຍດຂອງຊາດ ແລະປະຊາຊົນເພື່ອອະນາຄົດຂອງລູກຫຼານ.

-----------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ