ໂຮງກັ່ນນໍ້າມັນແຫ່ງທຳອິດຢູ່ລາວເລີ່ມເປີດຜະລິດເປັນທາງການ

 ໂຮງກັ່ນນໍ້າມັນສໍາເລັດຮູບແຫ່ງທຳອິດຢູ່ ສປປ ລາວ ເລີ່ມເປີດຜະລິດຢ່າງເປັນທາງການຊຶ່ງເປັນ 1 ຂອງ ບໍລິສັດ ເປໂຕຣເຄມີ ລາວ ຈໍາກັດ ໂດຍມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ ສຳລັບໃນຕໍ່ໜ້າບໍລິສັດຍັງຈະສືບຕໍ່ພັດທະນາໄລຍະ 2-3 ເພື່ອໃຫ້ເຕັມກໍາລັງການຜະລິດ 3 ລ້ານໂຕນຕໍ່ປີຕື່ມອີກ.
 
  ພິທີເປີດໂຮງກັ່ນນໍ້າມັນດັ່ງກ່າວຈັດຂຶ້ນວັນທີ 30 ພະຈິກ 2020 ທີ່ເຂດເສດຖະກິດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີລັດຖະມົນຕີກະຊວງແຜນການແລະການລົງທຶນພ້ອມນີ້ກໍມີການນຳອະດີດການນຳ, ແຂກຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 ໂຮງກັ່ນນໍ້າມັນນີ້ໃນໄລຍະທີ 1 ພາຍ ຫຼັງຈາກເລີ່ມຜະລິດຢ່າງເປັນປົກກະຕິແລ້ວແຕ່ລະປີກໍຈະສາມາດຜະລິດນໍ້າມັນແອັດຊັງ, ນໍ້າມັນກາຊວນ,ນໍ້າມັນຍົນ, ແກ໊ສແຫຼວ (LPG) ທາດມາດແລະຜະລິດຕະພັນອື່ນໆ ຕາມມາດຕະຖານສາກົນເພື່ອສະໜອງຜະລິດຕະພັນນໍ້າມັນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ ໂດຍອີງໃສ່ພື້ນ ຖານການຜະລິດໄລຍະທີ 1 ທາງບໍລິສັດເປໂຕຣເຄມີລາວຈະໄດ້ສົ່ງເສີມໂຄງການໃຫ້ກ້າວໜ້າຂຶ້ນເລື້ອຍໆພ້ອມຈະສືບຕໍ່ຂະຫຍາຍສາຍການຜະລິດຂະຫຍາຍກໍາລັງການຜະລິດແລ້ວຄ່ອຍໆບັນລຸຕາມແຜນພັດທະນາໂຄງການໃນໄລຍະທີ 2 ທີ 3 ແລ້ວພັດທະນາໂຄງການໃຫ້ສາມາດບັນລຸການກັ່ນນໍ້າມັນໄດ້ 3 ລ້ານໂຕນຕໍ່ປີ.
 
  ໂຄງການໂຮງກັ່ນນໍ້າມັນສໍາເລັດຮູບແຫ່ງທໍາອິດຢູ່ລາວຕັ້ງຢູ່ໃນເຂດພັດທະນາກວມລວມໄຊເສດຖາໃນເນື້ອທີ່ 425 acres ແຜນການລົງທຶນປະມານ 2.000 ລ້ານໂດລາສະຫະລັດ ໂດຍການຮ່ວມມືຂອງກຸ່ມບໍລິສັດລົງທຶນ ແລະກໍ່ສ້າງແຂວງຢຸນນານຮ່ວມກັບລັດວິສາ ຫະກິດເຊື້ອໄຟລາວໃນນັ້ນວິສາຫະກິດຈີນແມ່ນຖືຮຸ້ນ 80% ລັດວິສາຫະກິດ
 
  ເຊື້ອໄຟລາວຖືຮຸ້ນ 20% ໂຄງການນີ້ເປັນໂຄງການທີ່ທັງສອງວິສາຫະກິດລາວ-ຈີນ ຕອບສະໜອງຕາມຍຸດທະສາດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ເປັນການເພີ່ມທະວີເສດຖະ ກິດການຄ້າຂອງສອງປະເທດ ແລະການຮ່ວມທຶນ ເພື່ອສ້າງວິສາຫະກິດໂຮງກັ່ນນໍ້າມັນທີ່ທັນສະໄໝແຫ່ງທໍາອິດຂອງລາວຕົ້ນຕໍແມ່ນດໍາເນີນກິດຈະການດ້ານການກັ່ນນໍ້າມັນເປໂຕຣເຄມີພະລັງງານສະອາດຜະລິດຕະພັນສຳເລັດຮູບອື່ນໆສາງເກັບຮັກສາສິນຄ້າການຈໍາໜ່າຍການຂົນສົ່ງ ແລະອື່ນໆທີ່ກ່ຽວຂ້ອງ.