ການນຳພັກ-ລັດ ຮ່ວມຊົມຊ້ອມຮົບສະແດງປະສານເຫຼົ່າຍິງລູກປືນແທ້ ສະຫຼອງວັນຊາດ 2 ທັນວາ

   ຂປລ. ໃນວັນທີ 30 ພະຈິກ 2020 ທີ່ສະໜາມຫັດແອບວິທະຍາຄານກົມມະດໍາກອງທັບປະຊາຊົນປະຕິວັດລາວໄດ້ຈັດຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກເລຂາທິການໃຫຍ່ຄະນະບໍລິຫານສູກກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ,ລັດຖະມົນຕີກະຊວງປ້ອງກັນປະເທດ,ມີບັນດາລັດຖະມົນຕີພ້ອມດ້ວຍແຂກພາຍ ໃນ ແລະຕ່າງປະເທດເຂົ້າຮ່ວມ.

  ສະຫາຍ ພົນຈັດຕະວາ ພັນແສງບຸນພັນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບກອງທັບປະຊາຊົນປະຕິວັດລາວທັງເປັນຄະນະຊີ້ນຳລວມການຝຶກຊ້ອມການສະເຫຼີມສະຫຼອງວັນຊາດທີ 2 ທັນວາໄດ້ລາຍງານໃຫ້ຮູ້ວ່າ: ການສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາສປປລາວຄົບຮອບ 45 ປີໃນຄັ້ງນີ້, ປະກອບມີ  12 ລາຍການຄື: ສະແດງສິລະປະຈາກກອງສິນລະປະກອນກອງທັບ; ຍິງເປີດປ້າຍຄໍາຂວັນ (ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ) ຍິງເປົ້າຈານເຫຼັກປືນສັ້ນຍິງ- ປືນສັ້ນຊາຍ ແລະຍິງເປົ້າຈານປືນເຫຼັກສັ້ນ; ເຫຼົ່າຮົບສືບຂ່າວສົມທົບທະຫານອາກາດ, ກອງຫຼອນແຂວງວຽງຈັນເຮັດໜ້າທີ່ແກ້ໄຂກອບກູ້ຕົວປະກັນ, ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູພັກທັບຊົ່ວຄາວ, ທະຫານອາກາດຍິງເປົ້າໝາຍທາງໜ້າດິນ Z-9, YAK-130; ເຫຼົ່າຮົບປ້ອງກັນອາກາດດັບສູນເປົ້າໝາຍເທິງອາ ກາດ, ຊູ 23, ລູກສອນອີທຽນ, ລູກສອນ K-38; ເຫຼົ່າຮົບປືນໃຫຍ່ BM-21, ປືນໃຫຍ່ 122 ມມ,152ມມ, ຍິງກຽມ, ຍິງຍົກຍ້າຍ, ຊ່າງແສງສົ່ງ ໝາກຝາບິນ ແລະເປີດທາງໄຂ, ທະຫານຮາບຍານເກາະສົມທົບເຫຼົ່າຮົບລົດຕັງປະຕິບັດບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບ ເສນາຮັກກອບກູ້ຄົນບາດເຈັບຢູ່ສະໜາມ, ລຶບລ້າງທາດພິດເຄມີໃຫ້ຄົນ ແລະພາຫະນະ, ອາວຸດ ແລະທະຫານອາກາດນຳໃຊ້ຍົນບິນສວນສະໜາມ.

   ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຍັງໃຫ້ຮູ້ອີກວ່າ: ນອກຈາກຈະສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລ້ວການຝຶກຊ້ອມໃນຄັ້ງນີ້ຍັງເປັນການທົບທວນຕີລາຄາການຝຶກອົບຮົມ, ຂອງບັນດານາຍທະຫານຕະຫຼອດໄລຍະຜ່ານມາຕີລາຄາຄືນການບັນຊາສູ້ຮົບຂອງນາຍທະຫານແນໃສ່ສ້າງຄວາມສຳນິສຳນານໃນການສູ້ຮົບ, ນຳໃຊ້ອາວຸດ ແລະອຸປະກອນທີ່ທັນສະໄໝ ແລະສາມາດດັບສູນເປົ້າໝາຍໄດ້ຢ່າງແໝ້ນຢໍາ.

  ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ການສະແດງດັ່ງກ່າວຊຶ່ງເປັນການປະກອບສ່ວນໃນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ໃຫ້ມີບັນຍາກາດຟົດຟື້ນຮັກສາໄດ້ຄວາມປອດປອດໄພຊຶ່ງການສະແດງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງການຕໍ່ສູ້ປົດປ່ອຍອັນພິລະອາດຫານຂອງກອງທັບປະຊາຊົນປະຕິວັດລາວກໍຄືບັນປະຊາຊົນລາວບັນດາເຜົ່າໃນເວລານັ້ນ.