ການເປີດໂຕແອບເປິ້ນອິເວັນວັນມໍທິງກັບ ເຕັກໂນໂລຊີກັບແມກ ແລະຊິບແອບເປິ້ນຊິລິຄອນ

  ດັ່ງ​ທີ່​ຊາບ​ກັນ​ດີ​ວ່າ Apple ​ໄດ້​ປ່ອຍ​ພາບ​ບາງ​ຢ່າງ​ໂດຍ​ມີ​ຄຳ​ວ່າ One More Thing ຊຶ່ງ​ເຫຼືອອີກ​ສິ່ງ​ທີ່ Apple ຍັງ​ບໍ່​ໄດ້​ເປີດ​ໂຕ​ນັ້ນ​ຄື​ຫຍັງ​ມາ​ເບິ່ງ​ນຳ​ກັນ​ເລີຍ.

  Apple ​ໄດ້​ເຜີຍ​ໂສມ Apple Si licon ​ໄປ​ຕັ້ງ​ແຕ່​ງານ WWDC 2020 ກ່ອນ​ໜ້າ​ນີ້ ​ແລະ​ລ່າ​ສຸດ​ນີ້ Apple ພ້ອມ​ເຜີຍ​ໂສມ​ແລ້ວ​ວ່າ ຊິບ​ໃໝ່​ຂອງ Apple ນັ້ນ​ຄື​ຕົວ​ໃດ App le M1 ຄື​ຊິ​ບທີ່ Apple ​ເວົ້າ​ເຖິງ​ເພາະ​ມີ​ການ​ລວມຮ່າງ​ຫຼາຍສິ່ງ​ເຂົ້າ​ໄປ​ກັບ​ຂະໜາດ​ຂອງ​ມັນ​ພຽງ 5 ນາໂນ​ແມັດ ມີ​ທັງ CPU 8 Core ທັງ​ແບບ​ປະຢັດ​ພະລັງານ​ ແລະ​ກິນພະລັງງານ​ສູງມີ​ການ​ເຄລມວ່າ CPU ນີ້​ແຮງ​ທີ່​ສຸດ​ໃນ​ໂລກເຮັດ​ໄດ້​ໄວທັງ​ການ​ຫຼິ້ນ​ເກ​ມທີ່​ດີ​ຂຶ້ນ​ລະດັບ 3 ​ເທົ່າ, GPU ທຳ​ງານ​ດ້ານ​ກຣາ​ຟິກທີ່​ດີ​ໃນ​ລະດັບ 8 Core ​ແຕ່ລະດັບ11 ຕື້ ທຣານຊິ​ສ​ເຕີ ​ແລະ​ມີ Neural Engine ຕິດ​ຕັ້ງ​ເຂົ້າ​ໄປ​ເຖິງ 16 Core ​ເຂົ້າໄປ​ແຖມ​ກັບ​ປະຢັດ​ພະລັງງານ​ແຕ່​ຍັງ​ຄົງ​ໄດ້​ພະລັງ​ການ​ທຳ​ງານ​ທີ່​ດີ​ຢູ່​ຄື​ເກົ່າ.

  ການ​ທຳ​ງານ​ຂອງ Apple M1 ​ເຂົ້າກັບ MacOS BigSur ບໍ່ວ່າ​ຈະ​ເປັນ​ການ​ຕັດ​ຕໍ່​ວິ​ດິ​ໂອ​ຮອງ​ຮັບໄດ້​ຄວາມ​ລະອຽດ​ສູງ​ພ້ອມ​ກັບສາມາດ​ສ້າງສັນ​ງ່າຍ​ຫຼາຍ​ຂຶ້ນ ແລະ​ສະ​ແດງ​ຜົນ​ກຣາຟິກ​ໄດ້​ດີ​ຂຶ້ນ​ແລະ​ຍັງ​ບໍ່​ມີ​ບັນຫາ​ໃນ​ການ​ທຳງານ​ລະຫວ່າງ Apple Silicon ກັບ​ເຄື່ອງ​ທີ່​ທຳ​ງານ​ບົນ​ຂຸມ​ພະລັງ Int el ​ແລະ Apps ຂອງ iOS ​ແລະ iP ad OS ຍັງ​ມາ​ຮັບ​ບົນ Mac OSB igSur ​ແບບ​ບໍ່ມີຮອຍ​ຕໍ່.​

----

ໜັງສືພິມ ເສດຖະກິດ-ສັງຄົມ