ລັດໂຈະຖ້ຽວບິນຈາກຕ່າງປະເທດ

  ເພື່ອເປັນການສືບຕໍ່ມາດຕະການຮັກສາຄວາມປອດໄພຂອງປະຊາຊົນບໍ່ໃຫ້ຕິດເຊື້ອພະຍາດໂຄວິດຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການຕາຍທິດຊີ້ນໍາຂອງກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພະຈິກ 2020 ມາຍັງທ່ານຊາບ ແລະຈັດຕັ້ງປະຕິບັດ.

  ຊຶ່ງໃຫ້ໂຈະການອອກວີຊ່າສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020 ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລໍາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ,ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາທີ່ມີຄວາມຈໍາເປັນແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດຮັດກຸມແລະກວດກາຢ່າງເຄັ່ງຄັດພ້ອມກັນນີ້, ກໍ່ໃຫ້ກວດກາຜູ້ໂດຍສານຖ້ຽວບິນເໝົາລໍາຈາກປະເທດບໍ່ມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນທີ່ ໄດ້ຮັບອະນຸຍາດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປທດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນມານໍາຖ້ຽວບິນເໝົາລໍາດັ່ງກ່າວ.

  ແຕ່ເຫັນດີໃຫ້ຈັດງານສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາ ລະວັນສໍາຄັນອື່ນໆ,ໂດຍໃຫ້ມີການກໍານົດ,ເຫັນດີໃຫ້ສືບຕໍ່ຈັດງານບຸນປະເພນີຂອງບັນດາເຜົ່າ ແລະຈັດກິດຈະກໍາຕ່າງໆຂອງສັງຄົມ, ສໍາລັບບຸນກິນຈຽງຂອງບາງເຜົ່າໃຫ້ຈັດຢູ່ພາຍໃນຄອບຄົວ ແລະບ້ານ.

  ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວສົມທົບກັບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນເພີ່ມທະວີການໂຄ ສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມເຂົ້ຈວ່າ: ເຖິງແມ່ນວ່າປະເທດເຮົາບໍ່ມີການລະບາດພາຍໃນກໍ່ຕາມແຕ່ພະຍາດໂຄວິດ-19 ຍັງບໍ່ທັນຫາຍໄປຈາກໂລກຍ້ອນແນວນັ້ນທຸກຄົນຕ້ອງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເປັນເຈົ້າການຮ່ວມກັນ.

 ມອບໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະອົງການປົກຄອງທ້ອງຖິ່ນກ່ຽວຂ້ອງເພີ່ມທະວີການຕິດຕາມກວດກາການເຂົ້າ-ອອກຕາມດ່ານຊາຍແດນເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼືມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການນຳເຊື້ອພະ ຍາດ COVID-19 ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ, ໃຫ້ອົງການປົກຄອງແຕ່ລະຂັ້ນເພີ່ມທະວີບົດບາດການຄຸ້ມຄອງການຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະລາຍງານໃຫ້ຂັ້ນເທິງຂອງຕົນຮັບຊາບຢ່າງເປັນປົກກະຕິ ແລະທັນເວລາ, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.