3 ອົງການຈັດຕັ້ງມະຫາຊົນຈາກສູນກາງຂື້ນທ່ຽວຈອມພູເບ້ຍໄຊສົມບູນ

  3 ອົງການຈັດຕັ້ງມະຫາຊົນຈາກສູນກາງໃນນັ້ນມີສູນກາງສະຫະພັນແມ່ຍິງລາວ, ຊາວໜຸ່ມ ແລະກຳມະບານຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນແຂວງໄຊສົມບູ  ດ້ຂຶ້ນພິຊິດຈອມພູເບ້ຍໃນວັນທີ 27 ພະຈິກຜ່ານມາໂດຍການນຳພາຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ຕົ່ງມົວ ຊົວໂກ້, ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງໄຊສົມບູນ ແລະທ່ານ ຄຳໄພ ສົມຊະນະ ປະທານບໍລິສັດກຸ່ມຄຳໄພຊະນະຈຳກັດຜູ້ດຽວພ້ອມດ້ວຍທຸກພາກສ່ວນພາຍໃນແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

   ສຳລັບຂະບວນການຂຶ້ນພິຊິດຈອມພູເບ້ຍໄດ້ເລີ່ມເຄື່ອນຍ້າຍຈາກເດີ່ນຫ້ອງວ່າການເມືອງອະນຸວົງຊຶ່ງເປັນຈຸດເຕົ້າໂຮມທຳອິດໂດຍນຳໃຊ້ລົດເປັນພາຫະນະຂັບເຄື່ອນຂະ ບວນການຈົນຮອດຈຸດຊົມວິວລຸ່ມເມກ ຫຼື ເອີ້ນອີກຢ່າງໜຶ່ງວ່າ: ຈຸດຊົມວິວປ້ອມປ່າກ້ວຍຈາກນັ້ນກໍນໍາໃຊ້ລົດເປັນພາຫະນະເຄື່ອນຍ້າຍຂະບວນການຕື່ມອີກຈົນຮອດຈຸດຊົມວິວພູຫ້າສັນຍອດນໍ້າທອງ ຫຼືຈຸດຊົມວິວໄມ້ໂລງເລງຊຶ່ງເປັນຈຸດສຸດທ້າຍຂອງການນຳໃຊ້ລົດເປັນພາຫະນະ.

  ຕໍ່ຈາກນັ້ນຂະບວນການໄດ້ເລີ່ມຂຶ້ນພິຊິດຈອມພູເບ້ຍດ້ວຍການຍ່າງທັງນີ້ກໍເພື່ອທົດສອບຄວາມມານະອົດທົນ ແລະຄວາມພາກພຽນພະຍາຍາມຂອງແຕ່ລະຄົນເພື່ອມຸ່ງໜ້າໄປໃຫ້ເຖິງຈຸດໝາຍໂດຍສະເພາະກໍຄືຈອມພູເບ້ຍຊຶ່ງເປັນຈອມພູທີ່ສູງທີ່ສຸດໃນ ສປປ ລາວ ໂດຍມີຄວາມສູງໃນລະດັບ 2.820  ມັດ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະພື້ນທີ່ເທິງເນີນພູຖືກປົກຄຸມໄປດ້ວຍມ່ານໝອກທີ່ໜ້າຕິດຕາຕຶງໃຈບວກກັບສະພາບອາກາດອັນບໍລິສຸດປອດໂປ່ງ ແລະໜາວເຢັນຕະຫຼອດປີ.

  ນອກນັ້ນພູເບ້ຍຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ຖືກປົກຫຸ້ມດ້ວຍຂົນ ແລະຕົ້ນດອກກຸຫຼາບລ້ານປີທີ່ເກີດແຊມຊອນເທິງຈອມພູຕາມທຳມະຊາດຢ່າງຫຼວງຫຼາຍ, ນັ້ນຄືເປົ້າໝາຍທີ່ສຳຄັນທີ່ພວມລໍຄອຍທຸກໆ ຄົນໃນຂະບວນການໄດ້ຂຶ້ນໄປສຳຜັດຕົວຈິງດ້ວຍຕົນເອງເພື່ອພິສູດໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມມຸ່ງໝັ້ນຂອງແຕ່ລະຄົນເພື່ອກ້າວໄປເຖິງໄຊຊະນະຂັ້ນສຸດທ້າຍ, ໃນທີ່ສຸດຂະບວນການກໍສາມາດເດີນຂຶ້ນພິຊິດຈອມພູເບ້ຍຕາມຄວາມໃຝ່ຝັນຂອງຕົນໄດ້ຢ່າງສະຫງ່າຜ່າເຜີຍ.

  ການຂຶ້ນພິຊິດຈອມພູເບ້ຍຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງໄຊສົມບູນໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຕາມ 5 ທ່າແຮງໃຫ້ປະກົດຜົນເປັນຈິງທັງສະແດງໃຫ້ເຫັນເຖິງຄວາມມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນທີ່ສາມາດນຳພາຂະບວນການຂຶ້ນພິຊິດຈອມພູເບ້ຍໃນແຕ່ລະຄັ້ງໄດ້ຢ່າງມີໄຊ ແລະຮັບປະກັນຄວາມປອດໄພຮ້ອຍສ່ວນຮ້ອຍ.