ຄຳມ່ວນ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

  ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 29-30 ພະຈິກນີ້, ທີ່ສະໂມສອນແຂວງໂດຍພາຍ ໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ,ຮັກສາການເຈົ້າແຂວງໆຄຳມ່ວນ,ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພົມມະທັດກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນຳຂອງແຂວງ, ພະນັກງານປະຕິວັດ-ອະວຸໂສບຳນານ, ບັນດານັກທຸລະກິດ, ຜູ້ປະກອບການ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ,ສຳຮອງຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວ ແທນໃຫ້ແກ່ສະມາຊິກພັກທົ່ວແຂວງທັງໝົດ 20.265 ສະຫາຍ, ຍິງ 5.237 ສະຫາຍເຂົ້າຮ່ວມ.

  ກອງປະຊຸມໃນຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າ ແລະຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງຊຶ່ງເປັນເອກະສານສຳຄັນກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄລຍະ 5 ປີຜ່ານມາ, ກຳນົດທິດທາງໜ້າທີ່ການພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້,ຄົ້ນຄວ້າປະກອບຄຳເຫັນເຂົ້າໃສ່ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງໃນໄລຍະ 5 ປີ ຜ່ານມາ, ກອງປະຊຸມຍັງໄດ້ດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ມີຜົນສຳເລັດ ແລະປ່ອນບັດຄັດເລືອກເອົາຜູ້ແທນສົມບູນ-ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ຈະຈັດຂຶ້ນໃນມໍ່ໆນີ້.

  ສະຫາຍ ວັນໄຊ ພອງສະຫວັນ ກ່າວວ່າ: ໄລຍະ 5 ປີ ຜ່ານມາແຂວງຄຳມ່ວນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ຫຼາຍຂົງເຂດວຽກງານເປັນຕົ້ນເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໄດ້ໃນລະດັບ 6,69%, ລວມຍອດຜະລິດຕະພັນພາຍໃນ 5 ປີ (GDP) ບັນລຸໄດ້ 37.571 ຕື້ກີບປີ 2020 ລວມຍອດຜະລິດຕະ ພັນບັນລຸໄດ້ 8.476 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 2.199 ໂດລາ/ຄົນຕໍ່/ປີ ສຳລັບການແກ້ໄຂຄອບຄົວທຸກຍາກຂອງປະຊາຊົນຈາກປີ 2015 ມີຄອບຄົວທຸກ ຍາກ 1.151 ຄອບຄົວ,ເທົ່າກັບ 1,53% ຂອງຈຳນວນຄອບຄົວທົ່ວແຂວງປະຈຸບັນຫຼຸດລົງຍັງ 684 ຄອບຄົວ, ເທົ່າກັບ 0,82 % ຂອງຈໍານວນຄອບຄົວທັງໝົດ, ຕາໜ່າງເສັ້ນທາງຄົມມະນາຄົມຂົນສົ່ງມີເສັ້ນທາງເຂົ້າເຖິງບ້ານ, ທຽວໄດ້ 2 ລະດູກວມ 83,45%.

   ກອງປະຊຸມຍັງໄດ້ມີການປະກອບຄຳເຫັນຈາກເມືອງທ່າແຂກໃນຫົວຂໍ້: ສ້າງເມືອງທ່າແຂກໃຫ້ກາຍເປັນສູນກາງໃນການຄຸ້ມຄອງທາງດ້ານການເມືອງເສດຖະກິດ, ວັດທະນະທຳ-ສັງຄົມໃຫ້ໜັກແໜ້ນ, ເຂັ້ມແຂງເພື່ອກ້າວໄປສູ່ການເປັນເທສະບານ, ຈາກນັ້ນກໍ່ຍັງມີການປະກອບຄຳເຫັນຈາກຂົງເຂດເສດຖະກິດ,ຕາງໜ້າອົງການຈັດຕັ້ງມະຫາຊົນ, ໜ່ວຍພັກຕົວແບບ, ຂົງເຂດວັດທະນະທຳ-ສັງຄົມ, ຄອບຄົວຕົວແບບໃນການຜະລິດແນວພັນເຂົ້າເປັນສິນຄ້າ ແລະອື່ນໆ.