ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວນະຄອນໄກສອນ ພົມວິຫານ

 ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວນະຄອນໄກສອນ ພົມວິຫານ ສະໄໝທີ Vlll ໄດ້ໄຂຂຶ້ນໃນວັນທີ 25 ພະຈິກ 2020 ທີ່ແຂວງສະຫວັນນະເຂດ, ໂດຍການເປັນປະ ທານຂອງພະຫຼັກຄຳສຸວັນນະເຂດຕາທິກຸນເຖຣາ ຈານສົມບູນ ສິລິປັນໂຍ ເຈົ້າຄະນະ ອພສ ແຂວງ, ຍາທ່ານ ປານ ສຸພັນໂທ ເຈົ້າຄະນະ ອພສ ນະຄອນໄກສອນ ພົມ ວິຫານ, ມີຄະນະປະຈຳ ອພສ ແຂວງພ້ອມດ້ວຍພະເຖຣານຸເຖຣະ ແລະຮອງເຈົ້ານະຄອນໄກສອນ ພົມວິຫານ ເຂົ້າຮ່ວມ.

  ພະອາຈານ ສໍລະສິນ ໃສສະຫວັນ ຮອງເຈົ້າຄະນະ ອພສ ນະຄອນຫົວໜ້າຫ້ອງການ ອພສ ນະຄອນໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງ 4 ກຳມາທິ ການ ແລະ1 ຫ້ອງການ ອພສນະ ຄອນປະຈຳປີ 2016-2020 ເຊິ່ງໄລຍະ 5 ປີຜ່ານມາ ອພສ ນະຄອນ ໄກສອນ ພົມວິຫານໄດ້ເຄື່ອນໄຫວ ຖືກຕ້ອງສອດຄ່ອງກັບຫຼັກພະທຳມະວິໄນທຳມະນູນສົງລາວ, ລັດຖະທຳມະນູນ ແລະກົດໝາຍຂອງ ສປປ ລາວ ຮັກສາໄດ້ຄວາມສາມັກຄີປອງດອງຊາດ, ສາສະໜາ, ພຸດທະສາສະນິກກະຊົນ ແລະປະຊາຊົນບັນດາເຜົ່າທັງພາຍໃນ ແລະຕ່າງປະເທດຊຶ່ງໄດ້ສະແດງໃຫ້ເຫັນດ້ານຜົນສຳເລັດໃນແຕ່ລະວຽກງານເປັນຕົ້ນແມ່ນ: ດ້ານວຽກງານກຳມາທິການປົກຄອງ, ວຽກງານກຳມາທິການເຜີຍແຜ່,ວຽກງານກຳມາທິການສຶກສາ ແລະວຽກງານກຳມາທິການສາທາລະນູປະການ;ປະຈຸບັນທົ່ວນະຄອນໄກສອນ ພົມວິຫານ ມີວັດທັງໝົດ 83 ແຫ່ງ, ພະສົງ 360 ອົງ, ສາມະເນນ 720 ອົງ ແລະແມ່ຂາວ 30 ຕົນ, ທົ່ວນະຄອນໄກສອນ ພົມວິຫານມີຜູ້ເສື່ອຖືສາສະໜາພຸດກວມເອົາ 98,73% ຂອງຈຳນວນພົນລະເມືອງທັງໝົດ.

  ສຳລັບທິດທາງແຜນການ 5 ປີ ຕໍ່ໜ້າ ອພສ ນະຄອນໄກສອນ ພົມວິຫານ ຈະເອົາໃຈໃສ່ສືບຕໍ່ປັບປຸງໂຄງຮ່າງການປົກຄອງເພື່ອປະຕິບັດຕາມທິດທາງແຜນການວຽກ ງານຂ້າງໜ້າຂອງອົງການເປົ້າໝາຍແມ່ນປັບປຸງກົງຈັກການຈັດຕັ້ງເພື່ອເຕົ້າໂຮມ ແລະເສີມຂະຫຍາຍກຳລັງສາມັກຄີຂອງພະສົງສາມະເນນ, ສືບຕໍ່ອົບຮົມຍົກສູງສະຕິຊາດສາສະໜາໃຫ້ແກ່ພະສົງ-ສາມະເນນ ໃຫ້ມີຄວາມເຄົາລົບຕໍ່ສິນລະທຳ ແລະກົດໝາຍບ້ານເມືອງ, ສືບຕໍ່ວຽກງານຈັດຝຶກອົບຮົມຄະນະວິປັດສະນາຈານພະນັກເທດປາຖະກະຖາທຳທຸກໆປີເພື່ອສ້າງບຸກຄະລາກອນໃຫ້ໄດ້ຄຸນນະພາບ, ມີຄວາມຮູ້ຄວາມສາມາດທັງປະລິມານ ແລະຄຸນນະພາບອັນຈະເອື້ອອຳນວຍໃຫ້ວຽກງານເຜີຍແຜ່ສິລະທຳສຳເລັດຜົນຍິ່ງໆຂຶ້ນໄປ.

  ໃນກອງປະຊຸມຄັ້ງນີ້ ໄດ້ມີການແຕ່ງຕັ້ງຄະນະ ອພສ ນະຄອນໄກສອນ ພົມວິຫານ ຊຸດໃໝ່ໃນນີ້ໄດ້ແຕ່ງຕັ້ງຍາທ່ານ ທອງສີ ແກ້ວໂສພາ ເປັນປະທານທີ່ປຶກສາ ອພສ ນະຄອນໄກສອນ ພົມວິຫານ, ຍາທ່ານ ບຸນມີ ປຸນຍະມະໂນ ແລະຍາທ່ານ ທອງສີ ຈັນທະສາໂຣ ເປັນຮອງ; ແຕ່ງຕັ້ງພະຫຼັກຄຳໄກສອນ ສີຫະນາທາຈານປານ ສຸພັນໂທ ເປັນຫົວໜ້າຄະນະບໍລິຫານງານ ອພສ ນະຄອນໄກສອນ ພົມວິຫານ,  ພະອາຈານ ສົມຈັນ ທຳມະວະໂຣ, ພະອາຈານຈຽງຄຳ ນໍລະສິງເປັນຮອງ ແລະອີກ 12 ອົງເປັນຄະນະ, ພ້ອມນີ້ກອງປະຊຸມຍັງໄດ້ແຕ່ງຕັ້ງເຈົ້າຄະນະ ແລະຮອງເຈົ້າຄະນະໆ ຄອນໄກສອນ ພົມວິຫານ ເຊິ່ງປະກອບມີ: ພະຫຼັກຄຳໄກສອນສີຫະນາທາຈານປານ ສຸພັນໂທ ເປັນເຈົ້າຄະນະໆຄອນ.

   ທ້າຍກອງປະຊຸມຍາທ່ານໃຫຍ່ສົມບູນ ສິຣິປັນໂຍ ເນັ້ນໜັກໃຫ້ ຄະນະ ອພສ ນະຄອນໄກສອນ ພົມວິຫານ ຊຸດໃໝ່ຈົ່ງໄດ້ເອົາໃຈໃສ່ໃນວຽກງານ 4 ກຳມາທິການຫຼັກ, ພ້ອມກັນສຶກສາດ້ານຫຼັກພະທຳມະວິໄນທຳມະນູນສົງລາວ, ສິດ ແລະ ໜ້າທີ່ຂອງແຕ່ລະກຳມາທິການເຮັດດ້ວຍນໍ້າໃສໃຈຈິງດ້ວຍຄວາມເສຍສະຫຼະເພື່ອຊາດ, ເພື່ອພະສາສະໜາ,ບໍ່ເຫັນແກ່ຕົວ,ບໍ່ຕົກອຳນາດແຫ່ງຄວາມກິເຣດຕັນຫາ ແລະ ດ້ານອື່ນໆທີ່ຈະຕ້ອງໄດ້ນຳພາກັນຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມທິດທາງແຜນການທີ່ວາງໄວ້.