ຖວທ ເມືອງເຊບັ້ງໄຟລົງເກັບກຳ ຄອບຄົວວັດທະນະທຳ

  ໂດຍປະຕິບັດຕາມແຈ້ງການຂອງພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ແຂວງຄຳມ່ວນວ່າດ້ວຍການຈັດຕັ້ງປະຕິບັດການສ້າງຄອບຄົວ, ບ້ານວັດທະນະທຳ ແລະການສ້າງຕົວແບບທາງດ້ານວັດທະນະທຳຕິດພັນກັບການທ່ອງທ່ຽວ, ດັ່ງນັ້ນມາໃນວັນທີ 16 ພະຈິກ 2020, ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະທ່ອງ ທ່ຽວເມືອງເຊບັ້ງໄຟໄດ້ລົງເກັບກຳຄອບຄົວວັດທະນະທຳຄືນໃໝ່ຢູ່ທີ່ວັດບ້ານນາພອກ ຊຶ່ງນຳພາໂດຍ ທ່ານ ບັນທະລານໍລະເສນ ຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ເມືອງເຊບັ້ງໄຟພ້ອມດ້ວຍວິຊາການທີ່ກ່ຽວຂ້ອງມີນາຍບ້ານ ແລະຮອງນາຍບ້ານທັງ 5 ບ້ານເຂົ້າຮ່ວມ.

  ທ່ານ ນາງ ແກ້ວພາສຸກ ອຸ່ນທະວົງໄດ້ເຜີຍແຜ່ເອກະສານຄອບຄົວວັດທະນະທຳທີ່ຍັງຄ້າງໃຫ້ບັນດານາຍບ້ານທັງ 5 ບ້ານຄື:  ບ້ານໜອງບອນ, ດ້າງທ່າ, ນາພອກ, ຍາງຄຳ ແລະບ້ານຫາດຄຳຮຽງ ບ້ານຫາດຄຳຮຽງ ມີຄອບຄົວວັດທະນະທຳທັງໝົດ 295 ຄອບຄົວ, ຍັງບໍ່ທັນໄດ້ຄອບຄົວວັດທະນະທຳ 239  ຄອບຄົວ, ບ້ານນາພອກມີຄອບຄົວວັດທະນະທຳທັງໝົດ 244 ຄອບຄົວ, ຍັງບໍ່ທັນໄດ້ຄອບຄົວວັດທະນະທຳ 16 ຄອບຄົວ, ບ້ານດ້າງທ່າມີຄອບຄົວວັດທະນະທຳທັງໝົດ 113 ຄອບຄົວ, ຍັງບໍ່ທັນໄດ້ຄອບຄົວວັດທະນະທໍາ 45 ຄອບຄົວ, ບ້ານໜອງບອນມີຄອບຄົວວັດທະນະທຳທັງໝົດ 163 ຄອບຄົວ, ຍັງບໍ່ທັນໄດ້ຄອບຄົວວັດທະນະທຳ 65 ຄອບຄົວ.

  ຈຸດປະສົງເພື່ອປະເມີນຄອບຄົວວັດທະນະທຳຄືນໃໝ່ ແລະສ້າງ ບ້ານຕົວແບບທາງດ້ານວັດທະນະທຳຕິດພັນກັບການທ່ອງທ່ຽວໃນ 5 ບ້ານຂອງເມືອງເຊບັ້ງໄຟໃຫ້ພ້ອມກັນຈັດຕັ້ງປະຕິບັດການສ້າງຄົນ, ສ້າງຄອບຄົວ ແລະບ້ານວັດທະນະທຳເປັນຕົ້ນດ້ານການເມືອງນຳພາ ແນວຄິດຄຸນສົມບັດສິນທຳປະຕິວັດມີຈັນຍາບັນຈັນຍາທຳ, ຕັ້ງໜ້າປົກປັກຮັກສາມູນມໍລະດົກທາງດ້ານວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງຊາດ,ຄອບຄົວສາມັກຄີປອງດອງ, ເປັນຄອບ ຄົວທີ່ດຳລົງຊີວິດປອດໃສຂາວສະອາດ ແລະມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນແລະກັນ, ບ້ານມີຄອບ ຄົວຄົບ 5 ມາດຖານ 70% ຂຶ້ນໄປ.

  ໂອກາດດັ່ງກ່າວຍັງໄດ້ຮັບຟັງຄຳໂອ້ລົມຂອງປະທານກອງປະຊຸມເພື່ອນຳເອົາບົດຮຽນໃຫ້ແກ່ການສ້າງຄອບຄົວ, ບ້ານວັດທະນະທຳ ແລະສ້າງບ້ານຕົວແບບທາງດ້ານວັດທະນະທຳຕິດພັນກັບການທ່ອງທ່ຽວຂັ້ນຕໍ່ໄປ.

----

ໂດຍ: ເມືອງເຊບັ້ງໄຟ