ທ່ຽວຊົມປ່າຊາພັນປີ ມົນສະເໜທາງທຳມະຊາດ

  ປະເທດລາວມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ, ມີອາຫານການກິນທີ່ອຸດົມສົມບູນ ໂດຍສະເພາະຜັກສົດປາສົດທຳມະຊາດ, ການເດີນທາງກໍສະດວກສະບາຍສາມາດຂັບລົດທ່ຽວເອງໄດ້ ແລະສະເໜອີກຢ່າງໜຶ່ງກໍແມ່ນຮອຍຍິ້ມແຫ່ງໄມຕີຈິດ ແລະຄວາມມີນໍ້າໃຈຂອງປະຊາຊົນລາວ.

  ປ່າຊາພັນປີ ແຂວງອຸດົມໄຊ ເປັນອີກສະຖານທີ່ທ່ຽວທີ່ມີມົນສະເໜທາງທຳມະຊາດທີ່ໜ້າສົນໃຈຊວນໃຫ້ໄປສຳຜັດກັບບັນຍາກາດແບບສົດໆ ແລະໜ້າຕື່ນເຕັ້ນນອກຍັງເປັນອີກສະຖານທີ່ທ່ຽວໜຶ່ງທີ່ທ່ານບໍ່ຄວນພາດເມື່ອໄດ້ມາຍາມແຂວງອຸດົມໄຊຕ້ອງມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້, ສໍາລັບປ່າຊາພັນປີຕັ້ງຢູ່ບໍລິເວນບ້ານມົກແຄະ ເມືອງປາກແບງ ແຂວງອຸດົມໄຊ, ຕັ້ງຢູ່ຫ່າງຈາກເທສະບານ ເມືອງປາກແບງ ໄປທາງທິດຕາເວັນຕົກປະມານ 35 ກິໂລແມັດ, ຫາກທ່ານໃດມັກການທ່ອງທ່ຽວແບບທຳມະຊາດໄດ້ເຫັນສັດແບບໃກ້ຊິດຕ້ອງມາທີີ່ນີ້.

  ປ່າຊາພັນປີ ຫຼື ຊື່ເດີມວ່າ “ປ່າໝ້ຽງ” ທີ່ປະຊາຊົນເຄີຍຮ້ອງ, ປະຊາຊົນສ່ວນຫຼາຍແມ່ນພາກັນເອົາໃບຂອງມັນມາພັນໝ້ຽງອົມ, ມີລົດຊາດຫອມສົ້ມແບບທຳມະຊາດ ແລະຍັງເອົາມາແລກປ່ຽນເປັນສິນຄ້ານອກນັ້ນເຂົາເຈົ້າຍັງສາມາດເອົາໃບມາພັນຢາສູບແລ້ວເອົາຂີ້ຢາປົວພະຍາດແຂ້ວແມງໄດ້ອີກ ຊຶຶຶຶຶ່ງເປັນຢາຊະນິດໜຶ່ງທີ່ສາມາດປົວແຂ້ວແມງໄດ້ໃນປີ 1996 ນັກທ່ອງທ່ຽວຊາວຝຣັ່ງໄດ້ຄົ້ນພົບແລ້ວເອົາໃບມາທົດລອງໃສ່ນໍ້າດື່ມເຫັນວ່າເປັນຊາທີ່ມີລົດຊາດຫອມ ແບບທຳມະຊາດ ຊຶ່ງມີອາຍຸປະມານພັນປີ ຫຼັງຈາກນັ້ນ, ປະຊາຊົນ ຈຶ່ງພາກັນເອີ້ນຊື່ວ່າ “ປ່າຊາພັນປີ” ຈົນເຖິງປະຈຸບັນນີ້.

----

ໂດຍ: ວົງມະນີ