ເຊກອງເປີດຂະບວນການເສຍຄ່າທາງ ແລະພາສີທີ່ດິນຜ່ານລະບົບທະນາຄານ

  ໃນວັນທີ 19 ພະຈິກ 2020 ສ່ວຍສາອາກອນປະຈໍາແຂວງເຊກອງໄດ້ສົມທົບກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ສາຂາເຊກອງສືບຕໍ່ເປີດຂະບວນການເສຍຄ່າທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020 ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງໂດຍມີ ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ,ມີທ່ານ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ພ້ອມນີ້ກໍມີວິຊາການຂະ ແໜງການກ່ຽວຂ້ອງພ້ອມດ້ວຍນາຍ ແລະພົນຕໍາຫຼວດພາຍໃນກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

  ທ່ານ ລໍາທອງ ຍົນມະຫາໄຊ ກ່າວວ່າ: ການເປີດຂະບວນການເສຍຄ່າທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານໃນຄັ້ງນີ້ກໍເພື່ອເປັນການຊຸກຍູ້ໃຫ້ທັງພາກລັດ ແລະເອກະຊົນເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການ ປກສ ໄດ້ເຂົ້າໃຈ ແລະຕື່ນຕົວໃນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຢ່າງເປັນຂະບວນກວ້າງ ຂວາງ, ທັງເປັນການປຸກລະດົມກະຕຸກຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ກ້ອນກໍາລັງ ປກສ ກໍຄືບັນດາອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນໄດ້ມາເສຍ ຄ່າທໍານຽມທາງ ແລະພາສີທີ່ດິນປະຈໍາປີ 2020 ໃຫ້ເປັນຂະບວນຟົດຟື້ນອັນສໍາຄັນກໍແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດກໍຄືການສ້າງສາພັດທະນາປະເທດຊາດຕື່ມອີກ.

  ໂອກາດນີ້ ທ່ານ ພູວັນ ເທບພະລັກສາ ຫົວໜ້າຂະແໜງກວດກາພາຍໃນສ່ວຍສາອາກອນໄດ້ຜ່ານແຈ້ງການຂອງກະຊວງການເງິນ, ສະບັບເລກທີ 1987/ກງ, ລົງວັນ ທີ 23 ກໍລະກົດ 2020 ເລື່ອງການເລື່ອນການຊໍາລະຄ່າທໍານຽມທາງ ແລະການປະຕິບັດມາດຕະການຕໍ່ກັບຜູ້ເສຍຄ່າທໍານຽມທາງບໍ່ຖືກຕ້ອງຕາມກໍານົດເວລາທີ່ກໍານົດໄວ້ ແລະ ແຈ້ງການຂອງກະຊວງການເງິນ, ສະບັບເລກທີ 1988/ກງລົງວັນທີ 23 ກໍລະກົດ 2020 ເລື່ອງການເກັບລາຍຮັບພາສີທີ່ດິນປະຈໍາປີ 2020, ສະບັບເລກທີ  1989/ກງ, ລົງວັນທີ 23 ກໍລະກົດ 2020 ເລື່ອງການປຸກລະດົມ ແລະຊຸກຍູ້ການເສຍຄ່າທໍານຽມທາງ; ນອກຈາກນີ້ຍັງໄດ້ຜ່ານລັດຖະບັນຍັດຂອງປະທານປະເທດ ສປປ ລາວ ສະບັບເລກທີ 001/ປປທ ວ່າດ້ວຍຄ່າທໍານຽມທາງ ແລະແຈ້ງການຂອງພະແນກການເງິນເລື່ອງການເສຍຄ່າທໍານຽມທາງປີ 2020.

  ພ້ອມນີ້ທ່ານ ລໍາທອງ ຍົນມະຫາໄຊ ຍັງໄດ້ເຊີນຊວນອົງການຈັດຕັ້ງທຸກພາກສ່ວນ, ພະນັກງານລັດຖະກອນ, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜູ້ ປະກອບການ,ຫົວໜ່ວຍທຸລະກິດຕະຫຼອດຮອດປະຊາຊົນບັນດາເຜົ່າທີ່ເປັນເຈົ້າຂອງລົດ ຫຼືນໍາໃຊ້ຍານພາຫະນະໃນຂອບເຂດແຂວງເຊກອງທີ່ຍັງບໍ່ທັນໄດ້ເສຍຄ່າທໍານຽມທາງປະຈໍາປີ 2020 ແລະປີຜ່ານມາໂດຍສະເພາະແມ່ນພາຫະນະຂອງລັດເຊັ່ນ: ລົດປ້າຍຟ້າ,ປ້າຍແດງໃຫ້ພ້ອມກັນມາປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະ ພາສີທີ່ດິນໃຫ້ທ່ວງທັນຕາມກໍານົດເວລາທີ່ກໍານົດໄວ້ດ້ວຍການຊໍາລະຜ່ານລະບົບທະນາຄານ ຫຼື ຕົວແທນຮັບຊໍາລະ ແລະຊໍາລະຜ່ານຫ້ອງການບ້ານທີ່ຕົນອາໄສຢູ່; ຖ້າບໍ່ດັ່ງນັ້ນຈະຖືກປະຕິບັດມາດຕະການປັບໃໝທີ່ໄດ້ກໍານົດໄວ້ຕາມລະບຽບການ.

---------------

ຂ່າວ: ພຸດທະສອນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ