ອພສ ເມືອງປະທຸມພອນສຳເລັດກອງ ປະຊຸມໃຫ່ຍ

   ອົງການພຸດທະສາສະໜາສຳພັນລາວ ອພສ ເມືອງປະທຸມພອນ ແຂວງຈຳປາສັກສຳເລັດກອງປະຊຸມໃຫ່ຍຜູ້ແທນສະໄໝທີ Vlll ຢູ່ທີ່ສະໂມສອນຂອງເມືອງພາຍໃຕ້ການເປັນປະທານຂອງພະຫຼັກຄຳ ຈຳປາສັກ ວໍລະທຳມາຈານສຸວັນ ຈັນທະລາດກຳມະການສູນກາງອົງການພຸດທະສາສະໜາສຳພັນລາວເຈົ້າຄະນະແຂວງພະອາຈານປູ່ຄຳເຟືອນ ວົງຄຳຊາວ ເຈົ້າຄະນະເມືອງປະທຸມພອນ ແລະເປັນກຽດເຂົ້າຮ່ວມມີທ່ານ ວຽງສະໃໝ ສິລິພອນພັນ ເຈົ້າເມືອງປະທຸມພອນ, ມີປະທານແນວລາວສ້າງຊາດເມືອງ,ຫົວໜ້າຫອ້ງການພາຍໃນເມືອງ,ມີເຈົ້າຄະນະ 9 ຕົວເມືອງ 1 ນະຄອນພະສົງ-ສາມະເນນ ຫົວໜ້າຫ້ອງການທີ່ກ່ຽວຂ້ອງພ້ອມດ້ວຍນາຍບ້ານ ແລະແນວໂຮມທົ່ວເມືອງເຂົ້າຮ່ວມ.

   ພະອາຈານ ຄຳເຖິກ ສິງສະຫວັນຮອງເຈົ້າຄະນະ ອພສ ເມືອງປະທຸມພອນ ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສຳພັນລາວໃນໄລຍະ 5 ປີຜ່ານມາ ແລະທິດທາງແຜນການ 5 ປີຕໍ່ໜ້າວ່າ: ຄະນະ ອພສ ແຕ່ລະຂັ້ນພະສົງ-ສາມະເນນພຸດທະສາສະໜານິກະຊົນແມ່ນໄດ້ປະຕິບັດພາລະບົດບາດໜ້າທີ່ຂອງຕົນ, ເປັນຕົ້ນແມ່ນຄວາມສາມັກຄີເປັນອັນໜຶ່ງອັນດຽວປະຕິບັດຕາມທັມມະວິໄນທຳມະນູນສົງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ-ລັດເຜີຍແຜ່ສິລະທຳໃຫ້ອອກຕົນຍາດໂຍມພໍ່ແມ່ປະຊາຊົນບັນດາເຜົ່າ, ຊັ້ນຄົນເພດໄວເຄົາລົບຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ, ລັດຖະທຳມະນູນລະບຽບກົດໝາຍຂອງບ້ານເມືອງພ້ອມນັ້ນຍັງໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຄະນະບໍລິຫານງານ ອພສ ເມືອງ, ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານ ອພສ ເມືອງຊຸດໃໝ່ ໂດຍເຫັນດີເປັນເອກະພາບເລືອກໄດ້ພະອາຈານ ບຸນຊູ ວົງທະທອງດຳເປັນປະທານຊີ້ນຳລວມ ອພສ ເມືອງ , ພະອາຈານ ບຸນຈັນ ແກ້ວໂພໄຊ ເປັນຮອງເຈົ້າຄະນະຮັບຜິດຊອບເປັນຫົວໜ້າກຳມາທິການປົກຄອງສົງ ອພສ ເມືອງ, ພະອາຈານ ຄຳຕາ ຮັບຜິດຊອບເປັນຫົວໜ້າກຳມາທິການສຶກສາສົງ, ພະອາຈານ ຄຳເຖິກ ສິງສະຫວັນ, ຮັບຜິດຊອບເປັນຫົວໜ້າກຳມາທິຫານສາທາຣະນຸປະການພ້ອມນັ້ນຍັງໄດ້ມອບໃບກຽດຕິຄຸນ ແລະໃບຍ້ອງຍໍໃຫ້ແກ່ ອພສ, ໜ່ວຍທຸລະກິດຜູ້ປະກອບສ່ວນເຂົ້າໃນວຽກງານພຸດທະສາສະໜາທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ.

   ຕອນທ້າຍພະອາຈານ ສຸວັນ ຈັນທະລາດ ໄດ້ເນັ້ນຄະນະບໍລິຫານງານທີ່ຖືກແຕ່ງຕັ້ງຊຸດໃໝ່ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນເພາະວຽກງານອົງການພຸດທະສາສະ ໜາຕ້ອງເປັນຜູ້ທີ່ດີ, ມີຄວາມຮູ້ຄວາມສາມາດ, ກ້າເຮັດກ້າຕັດສິນໃຈ, ກ້າຮັບຜິດຊອບເອົາໃຈໃສ່ປັບປຸງຕົນເອງ ແລະ ໝູ່ຄະນະບົນພື້ນຖານຫຼັກລວມສູນປະຊາທິປະໄຕໂດຍສະເພາະການແຜ່ສັດທາກັບຄະນະພັກ- ອຳນາດການປົກຄອງ ເມືອງປະທຸມພອນຮ່ວມກັບຄະນະ ອພສ ລົງເຄື່ອນໄຫວແຕ່ລະເຂດ, ແຕ່ລະຈຸໃນທົ່ວເມືອງບວກກັບຂະແໜງການທີ່ກ່ຽວຂອ້ງໂດຍພະສົງເປັນຈຸດໃຈກາງໃນການເຕົ້າໂຮມຄວາມສາມັກຄີເພື່ອເປັນການປະຫຍັດດ້ານງົບປະມານໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດແນວທາງພຸດທະສາສະໜາສະເພາະແມ່ນປະຕິບັດສອງໜ້າທີ່ຂອງພຸດທະສາສະໜາຄື: ຄັນທະທຸລະ ແລະວິປັດສະນະທຸລະ.

---------

ຂຽນໂດຍ: ບຸນນອງ ຖວທ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ