ວັນທ 20 ພະຈິກ ຜ່ານມາທີ່ຫ້ອງຕໍາຫຼວດ ປກສ ນວ ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງ ຈັນ ພ້ອມຄະນະໄດ້ມອບລົດຈັກເວບ 100 ສີດໍາແດງໝາຍເລກທະບຽນ ຍຫ 1708 ກໍາແພງນະຄອນທີ່ເກັບກູ້ຄືນໄດ້ໃນວັນທີ 26 ມິຖຸນາ 2020 ຄືນໃຫ້ທ້າວ ແອ ຊົ່ງ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນວ ເຈົ້າຂອງລົດ.

   ພັທ ສັງຄົມ ພົມມະລາດ ໄດ້ໃຫ້ຮູ້ວ່າ: ລົດທີ່ນໍາມາມອບໃນຄັ້ງນີ້ແມ່ນເຈົ້າໜ້າຕໍາຫຼວດຈະລາຈອນປະຈໍາປ້ອມ ຫຼັກ 6 ກັກໄດ້ໃນວັນທີ 26 ມິຖຸນາ 2020, ໄດ້ພົບເຫັນຊາຍຄົນໜຶ່ງທີ່ຂັບຂີ່ລົດລະເມີດໄຟອໍານາດ; ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈຶ່ງໄດ້ຂໍກວດກາເອກະສານລົດຜູ້ຂັບຂີ່ໄດ້ອ້າງວ່າເອກະສານລົດຢູ່ເຮືອນ ແລະຂໍກັບໄປເອົາໂດຍຈອດລົດປະໄວ້, ແຕ່ບໍ່ເຫັນມາພົວພັນເອົາ, ເຈົ້າໜ້າທີ່ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາໄວ້ຢູ່ຫ້ອງຕໍາຫຼວດເພື່ອລໍຖ້າເຈົ້າຂອງລົດມາພົວພັນເອົາ.

  ຈົນມາຮອດວັນທີ 7 ກໍລະກົດ 2020, ກອງຄຸ້ມຄອງພາຫະນະ ແລະການຂັບຂີ່ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນຈຶ່ງໄດ້ເອົາລົດຈັກຄັນດັ່ງກ່າວໄປກວດກາທາງດ້ານເຕັກນິກຢູ່ກອງຄຸ້ມຄອງພາຫະນະ ແລະການຂັບຂີ່ນະຄອນຫຼວງວຽງຈັນຈຶ່ງໄດ້ຮູ້ວ່າແມ່ນລົດຈັກເດີມຂອງທ້າວ ແອຊົ່ງ ຢູ່ບ້ານໜອງສອງຫ້ອງ ມືອງໄຊທານີ ນວ.

  ທ້າວ ແອ ຊົ່ງ ໄດ້ໃຫ້ຮູ້ອີກວ່າລົດຄັນດັ່ງກ່າວໄດ້ຖືກລັກໄປແຕ່ຕົ້ນປີ 2016 ຊຶ່ງຕົນໄດ້ຂີ່ລົດໄປຈອດຢູ່ແຄມທາງເຂດບ້ານນາລ້ອງເມືອງຫາດຊາຍຟອງ ນວ ແລ້ວລົງໄປຫາປາຫຼັງຈາກຫາປາ ແລ້ວປະມານ 1 ຊົ່ວໂມງ ໄດ້ກັບມາເບິ່ງລົດແຕ່ບໍ່ເຫັນຈຶ່ງໄດ້ໄປແຈ້ງຄວາມຢູ່ຫ້ອງການບ້ານນາລ້ອງໄວ້; ມາຮອດ ັນທີ່ 21 ກັນຍາ 2020, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ໂທແຈ້ງໃຫ້ເຂົ້າມາພົວພັນເອົາລົດຄັນດັ່ງກ່າວຕົນເອງຮູ້ສຶກດີໃຈຫຼາຍ ແລະຂໍຂອບໃຈນໍາເຈົ້າໜ້າທີ່ໆໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະສາມາດນໍາເອົາລົດຈັກຄືນມາໄດ້.

-------------

ຂ່າວຮທ ເຄືອວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ