ທ່ານ ສົມສະອາດ ພີວໂພຈັນ ອາຍຸ 50 ປີ ປະຈຸບັນຢູ່ບ້ານນາ ບອນ, ເມືອງໂພນໂຮງ, ແຂວງວຽງຈັນ; ເປັນຄອບຄົວຕົວແບບດ້ານການລ້ຽງສັດ ແລະໄດ້ຮັບກຽດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນຄັ້ງທີ VI ທີ່ຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກ 2020 ກ່ຽວກັບການລ້ຽງງົວເປັນສິນຄ້າ ວ່າ: ໄລຍະຜ່ານມາຄອບຄົວຂອງລາວແມ່ນຖືເອົາອາຊີບຕົ້ມເຫຼົ້າລ້ຽງໝູເປັນຕົ້ນຕໍ, ເຮັດນາເປັນສຳຮອງສາມາດສ້າງລາຍຮັບຈຳນວນໜຶ່ງ, ເຮັດໃຫ້ຄອບຄົວກຸ້ມກິນ, ມີສ່ວນແຮໄວ້ແຕ່ຍັງບໍ່ສາມາດຜະລິດກາຍເປັນສິນຄ້າເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ.
ຍ້ອນຄວາມມັກໃນການລ້ຽງສັດ ແລະຢາກນຳໃຊ້ເນື້ອທີ່ດິນຂອງຄອບຄົວໃຫ້ເກີດປະໂຫຍດຕົນເອງຈຶ່ງໄດ້ຕັດສິນໃຈຊື້ງົວມາລ້ຽງ, ການລ້ຽງແມ່ນລ້ຽງແບບທຳມະຊາດ ແລະຂາຍແກ້ໄຂໃນຄອບຄົວໝາຍຄວາມວ່າຂາຍງົວພຽງໜຶ່ງໂຕສາມາດມີເງິນລ້ານ ແລະແກ້ໄຂພາຍໃນຄອບຄົວໃນເວລາຂັດສົນ, ສະນັ້ນ, ຕົນເອງຈຶ່ງໄດ້ຕັດສິນໃຈຫັນມາລ້ຽງງົວຢ່າງເອົາຈິງເອົາຈັງ.
ທ່ານ ສົມສະອາດ ພີວໂພຈັນ ໄດ້ເລີ່ມລ້ຽງງົວແຕ່ປີ 2010 ເປັນຕົ້ນມາໃນເບື້ອງຕົ້ນມີງົວ 5 ໂຕ ແລະມີເນື້ອທີ່ຄັງລ້ຽງສັດ 1 ເຮັກຕາ, ຍ້ອນການຊອກຮູ້ຮໍ່າຮຽນນຳໝູ່ຄູ່ ຜູ້ທີ່ມີປະສົບປະການໃນການ ລ້ຽງ ສັດແບບເປັນຟາມ ແລະໄດ້ເພີ່ມຈຳ ນວນງົວດ້ວຍວິທີການຂາຍງົວເຖິກແລ້ວຊື້ງົວແມ່ມາທົດແທນ, ການຊື້ງົວກໍແມ່ນໄດ້ຊື້ເທື່ອລະ 1-2 ແມ່ເລີ່ມຈາກໜ້ອຍໄປຫາຫຼາຍ ແລະທັງເຮັດທັງຖອດຖອນບົດຮຽນໄປພ້ອມໆກັນ. ເມື່ອສັດເພີ່ມຂຶ້ນຫຼາຍອາຫານສັດພັດບໍ່ພຽງພໍຂ້າພະເຈົ້າຈຳເປັນຕ້ອງໄດ້ຂາຍງົວອອກຈຳນວນໜຶ່ງແລ້ວຊື້ເນື້ອທີ່ເພີ່ມຕື່ມ, ການຊື້ແມ່ນຊື້ເທື່ອລະເລັກລະໜ້ອຍ ແລະປູກຫຍ້າໄປພ້ອມໆກັນ.
ມາຮອດປີ 2016 ຄອບຄົວທ່ານ ສົມສະອາດ ພີວໂພຈັນ ມີງົວທັງໝົດ 45 ໂຕ (ມີໂຕຜູ້ 9 ໂຕ; ໂຕແມ່ 20 ໂຕ ແລະມີງົວນ້ອຍ 16 ໂຕ); ເນື້ອທີ່ຄັງປູກຫຍ້າ 5 ເຮັກຕາ,ແຕ່ອາຫານສຳລັບສັດພັດບໍ່ພຽງພໍ, ມີຄວາມຫຍຸ້ງຍາກໃນການບໍລິຫານຈັດການ,ແຮງງານບໍ່ພຽງພໍໃນການຕິດຕາມດູແລຮັກສາສາເຫດກໍຍ້ອນບໍ່ມີປະສົບການ ໃນການລ້ຽງສັດຈຳນວນຫຼາຍແບບນີ້.
ໂດຍໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດຈາກວິຊາການຂັ້ນເມືອງ, ຂັ້ນແຂວງ, ບວກກັບຄວາມຕັດສີນໃຈສູງຂອງທ່ານ ສົມສະອາດ ພີວໂພຈັນ ຈຶ່ງໄດ້ລົງມືປູກຫຍ້າເພື່ອເປັນອາຫານສັດແລ້ວຕັດມາໃຫ້ສັດກິນເພື່ອປະຢັດແຮງງານ ແລະ ຫຍ້າກໍສາມາດຂະຫຍາຍຕົວໄດ້ດີພຽງພໍກັບສັດລ້ຽງຈຳນວນຫຼາຍພ້ອມກັນນັ້ນກໍໄດ້ເກັບມ້ຽນເຟືອງແຫ້ງໄວ້ໃຫ້ງົວໃນລະດູຫຍ້າມີໜ້ອຍ, ນອກຈາກນັ້ນຍັງໄດ້ເຈາະນໍ້າບາດານເພື່ອເປັນແຫຼ່ງນໍ້າສຳລັບຫົດຫຍ້າໃນລະດູແລ້ງດ້ວຍຫົວສິດຢ່າງເປັນລະບົບ, ພ້ອມນັ້ນຍັງໄດ້ປູກຫຍ້າ (ຫຍ້າລູຊີ) ເພື່ອປ່ອຍໃຫ້ສັດກິນ ແລະສ້າງເງື່ອນໄຂໃຫ້ສັດໄດ້ອອກກຳລັງກາຍໂດຍໄດ້ປ່ອຍໃຫ້ສັດອອກກິນຫຍ້າຕາມເດີ່ນສອງ-ສາມຄັ້ງຕໍ່ອາທິດ, ນອກຈາກຫຍ້າເປັນອາຫານສຳລັບສັດແລ້ວຍັງໄດ້ນຳໃຊ້ຂີ້ເຫຼົ້າເພື່ອເປັນອາຫານເສີມຕື່ມອີກ; ເພື່ອເປັນການຮັກສາສຸຂະພາບຂອງສັດທຸກໆປີໄດ້ສັກຢາກັນພະຍາດສັດ 2 ຄັ້ງຄື: ຕົ້ນລະດູຝົນ ແລະຕົ້ນລະດູໜາວ.
ຍ້ອນສະພາບພື້ນທີ່ຄັງລ້ຽງສັດປັນພື້ນທີ່ຂ້ອນຂ້າງຮາບພຽງ ທ່ານ ສົມສະອາດ ພີວໂພຈັນ ຈຶ່ງໄດ້ຈັດແບ່ງພື້ນທີ່ເຂດໂນນປູກຫຍ້າລູຊີເພື່ອປ່ອຍໃຫ້ສັດກິນ, ພື້ນທີ່ໆຕໍ່າໄດ້ປູກຫຍ້າເນເປຍເພື່ອຕັດໃຫ້ສັດກິນ, ລະບົບນໍ້າໃຫ້ສັດກິນແມ່ນໄດ້ເຮັດອ່າງນໍ້າຢູ່ໃນຄອກເພື່ອສະດວກເວລາປ່ອຍສັດອອກໄປກິນຫຍ້າແລ້ວເວລາກັບມາໄດ້ກິນນໍ້າຢູ່ໃນຄອກຕາມກຳນົດເວລາ.
ສັງລວມແລ້ວການລ້ຽງງົວເປັນທາງເລືອກທີ່ດີອັນໜຶ່ງຂອງຄອບຄົວຂ້າພະເຈົ້າຍ້ອນວ່າການລ້ຽງງົວແມ່ນລົງທຶນເທື່ອດຽວແຕ່ມີຜົນໄດ້ຮັບທີ່ສູງ (ອາດເວົ້າໄດ້ວ່າເປັນການເກັບອອມເງິນໄປໃນຕົວ) ອີກດ້ານໜຶ່ງຊີ້ນງົວກໍແມ່ນອາຫານທີ່ຄົນລາວນິຍົມກັນບໍລິໂພກ, ເວລາມີຄວາມຈຳເປັນຕ້ອງການຈຳໜ່າຍງົວກໍງ່າຍ ແລະໄດ້ລາຄາດີ, ມາເຖິງປະຈຸບັນຂ້າພະເຈົ້າມີງົວ 65 ໂຕ, ມີເນື້ອທີ່ປູກຫຍ້າ 5 ເຮັກຕາ, ຈາກການຂາຍສັດໃນແຕ່ລະປີສາມາດສ້າງລາຍຮັບ 50 ລ້ານກີບ, ຈຳນວນງົວນັບມື້ນັບເພີ່ມຂຶ້ນນອກ ຈາກນັ້ນຍັງໄດ້ຂາຍຫຍ້າໃນແຕ່ລະປີໄດ້ 20 ລ້ານກີບ ຊຶ່ງຊ່ວຍປັບປຸງຊີວິດການເປັນຢູ່ໃນຄອບຄົວໃຫ້ນັບມື້ດີຂຶ້ນ. ຕົ້ນປີ 2020 ຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະປ່າໄມ້ແຂວງໄດ້ນຳພາສ້າງຕັ້ງກຸ່ມລ້ຽງສັດໃຫຍ່ມີສະມາຊິກ 8 ຄອບຄົວ, ມີງົວທັງໝົດ 188 ໂຕ, ສວນປູກຫຍ້າເປັນອາຫານສັດ 29 ເຮັກຕາ, ມີກົນຈັກກະສິກຳຮັບໃຊ້, ກຸ່ມລ້ຽງສັດໃຫຍ່ໄດ້ມີແຜນການຈະລ້ຽງງົວສະໜອງເປັນສິນຄ້າພາຍໃນ ແລະສົ່ງອອກໄປຕ່າງປະເທດໃນຕໍ່ໜ້າ.
ຜ່ານມາມີຜູ້ແທນ, ວິຊາການຫຼາຍຄະນະຈາກພາຍໃນ ແລະຕ່າງປະເທດ, ມາຢ້ຽມຢາມຊຸກຍູ້ຊີ້ນຳຕິດຕາມຢ່າງເປັນປະຈຳພິເສດໃນທ້າຍປີ 2019 ທ່ານເຈົ້າ ແຂວງໆວຽງຈັນພ້ອມດ້ວຍຄະນະທີມງານກໍໄດ້ລົງໄປຢ້ຽມຢາມເຮັດໃຫ້ຄອບຄົວມີຄວາມກະຕືລືລົ້ນມີກຳລັງໃຈໃນການຈັດຕັ້ງປະຕິບັດວຽກງານເພື່ອພັດທະນາຄອບຄົວຢ່າງບໍ່ຢຸດ ຢັ້ງບໍ່ຮູ້ອິດຮູ້ເມື່ອຍ, ຂ້າພະເຈົ້າສຸດທີ່ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນສະຕິປັນຍາເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງກໍຄືການສົ່ງເສີມການຜະລິດເປັນສິນຄ້າ.
ໃນຕໍ່ໜ້າອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວຂ້າພະເຈົ້າຍັງມີຄວາມຈຳເປັນຕ້ອງໄດ້ເພີ່ມສາມະຊິກພາຍໃນກຸ່ມ ແລະຂະຫຍາຍຝູງສັດດ້ວຍເຕັກນິກການປະສົມພັນທຽມ, ການປຸງແຕ່ງອາຫານສັດ ແລະເຂົ້າຮັບການຝຶກອົບຮົມແລກປ່ຽນບົດຮຽນປະສົບປະການທາງດ້ານເຕັກນິກວິຊາການອັນໃໝ່ໆຕື່ມອີກເພື່ອນຳເອົາບົດ ຮຽນມາໝູນໃຊ້ເຂົ້າໃນການລ້ຽງສັດຂອງຕົນ ແລະພ້ອມແລ້ວທີ່ຈະເຜີຍແຜ່ບົດຮຽນປະສົບການໃຫ້ແກ່ຄອບຄົວອື່ນເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.