ເມືອງຫົງສາເກັບກ່ຽວເຂົ້ານາປີ ໄດ້ 98%

  ໃນວັນທີ 19 ພະຈິກ 2020 ນີ້ ແຂວງໄຊຍະບູລີໄດ້ຈັດຊຸດອົບຮົມໃຫ້ສະມາຊິກພັກໃໝ່ອ້ອມຂ້າງແຂວງຊຸດທີ I ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງມິບັນດາສະຫາຍຄະນະພັກຮາກຖານຄະນະໜ່ວຍພັກພະແນກການ, ອົງ ການ, ກົມກອງອ້ອມຂ້າງ ແຂວງເຂົ້າຮ່ວມ.

  ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງໄດ້ກ່າວເປີດຊຸດອົບຮົມວ່າ: ຊຸດອົບຮົມຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍບັນດາສະຫາຍຈະໄດ້ຄົ້ນຄວ້າ, ເຊື່ອມຊຶມເປັນເອກະພາບກ່ຽວກັບທິດສະດີມາກ-ເລນິນ ຊຶ່ງແມ່ນພື້ນຖານທິດສະດີຊີ້ນໍາພາລະກິດປະຕິວັດຂອງພັກເຮົາ, ຮັບຮູ້ຕື່ມແນວທາງແຜນນະໂຍບາຍຂອງພັກເຮົາເປັນຕົ້ນແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກບົນເສັ້ນທາງກໍ່ສ້າງ ແລະບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກໍ່ສ້າງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ຮັບຮູ້ຄາດໝາຍສູ້ຊົນ, ທິດທາງແກ້ໄຂຄວາມທຸກຍາກ ແລະນໍາເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນໄວໆນີ້, ນອກຈາກນັ້ນຍັງໄດ້ເຊື່ອມຊຶມກ່ຽວ ກັບພະຍາດອາດຍາສິດ, ການສະກັດກັ້ນ ແລະການຕ້ານການສໍ້ລາດບັງຫຼວງທຸກຮູບແບບຊຶ່ງເປັນບັນຫາທີ່ປະຊາຊົນບັນດາເຜົ່າຍັງມີຄວາມລະແວງສົງໄສ, ບໍ່ໄວ້ວາງໃຈຕໍ່ ຄວາມໂປ່ງໃສ ແລະການບໍລິການຮັບໃຊ້ຂອງພວກເຮົາຕໍ່ເຂົາເຈົ້າໃນໄລຍະຜ່ານມາກໍ່ຄືໃນຕໍ່ໜ້າສະນັ້ນການຝຶກອົບຮົມຈະໄດ້ດໍາເນີນໄປເປັນເວລາເກືອບ 2 ວັນ ຮຽກ ຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງໄດ້ພ້ອມກັນອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ,ປະຕິບັດໂມງເວລາໃຫ້ເຂັ້ມງວດ ແລະ ເປັນເຈົ້າການປະກອບຄໍາຄິດຄໍາເຫັນມີຄວາມຈິງໃຈ ແລກ ປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງກົງໄປກົງມາກ້າວໄປເຖິງຄວາມເປັນເອກະພາບກັນໃນທຸກບັນຫາ.

   ພາຍຫຼັງສິ້ນສຸດການຝຶກອົບຮົມບັນດາສະຫາຍຈະໄດ້ຂຽນບົດເກັບກ່ຽວຂອງຕົນເອງເພື່ອປະເມີນຜົນຄວາມຮູ້ຂອງຕົນສະນັ້ນເປັນໂອກາດທີ່ດີຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະຈັດຕັ້ງແຂວງເປີດຊຸດອົບຮົມນີ້ຂຶ້ນເພື່ອຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ຄຸນສົມບັດສິນທໍາປະຕິວັດການກໍ່ສ້າງ ແລະປັບປຸງພັກ, ການເປັນເຈົ້າການເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມເອົາໃຈໃສ່, ແນໃສ່ເພື່ອບໍລິການ ແລະຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ບັນຫາສໍາຄັນແມ່ນເຮັດໃຫ້ພວກເຮົາມີແນວຄິດທັດສະນະຊົນຊັ້ນກໍາມະກອນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປັບປຸງຄຸນສົມບັດສິນທໍາປະຕິວັດ, ເຫັນແຈ້ງມິດສັດຕູ, ຕ້ານແນວຄິດ ແລະປາກົດການຫຍໍ້ທໍ້ອື່ນໆ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ແລະຫ້າວຫັນເຮັດວຽກງານວິຊາສະເພາະຂອງຕົນຢ່າງມີຜົນສໍາເລັດ.

----------------

ຂ່າວມະໄລວັນ  

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ