ສສງ ຈຳປາພັດທະນາສະມາຊິກໃໝ່ບໍລິສັດ ຂສລ

   ເຊົ້າວັນທີ 17 ພະຈິກ 2020 ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ໄດ້ລົງເຄື່ອນໄຫວວຽກງານທີ່ເມືອງສຸຂຸມາ ແຂວງຈໍາປາສັກ ຊຶ່ງການເຄື່ອນ ໄຫວຄັ້ງນີ້ແມ່ນເພື່ອມອບ-ຮັບສະມາຊິກໃໝ່ຂອງບໍລິສັດ ຂສລ ກໍຄືສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ) ຈໍາປາພັດທະນາພ້ອມທັງເຜີຍແຜ່, ຝຶກອົບຮົມ, ແນະນໍາກ່ຽວກັບວຽກງານຂໍ້ມູນຂ່າວສານສິນເຊື່ອໃຫ້ແກ່ສະມາຊິກໃໝ່ດັ່ງກ່າວ ແລະເປັນກຽດມອບໃບອະນຸຍາດເຂົ້າເປັນສະມາຊິກໃນຄັ້ງນີ້ໂດຍທ່ານ ນາງ ວິນຄຳ ລຸນ ທອນ ຜູ້ອຳນວຍການໃຫຍ່ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ແລະຮັບໂດຍທ່ານ ຄຳມົນ ສິດທິເດດ ຜູ້ຈັດການສະຫະກອນສິນເຊື່ອ ແລະເງິນຝາກປະຢັດຈໍາປາພັດທະນາ, ມີພະນັກງານຜູ້ຮັບຜິດຊອບຈາກທັງສອງພາກສ່ວນເຂົ້າຮ່ວມ.

  ພ້ອມດຽວກັນນັ້ນ, ໃນຕອນບ່າຍຂອງວັນດຽວກັນກໍໄດ້ຈັດກອງປະຊຸມສໍາມະນາວຽກງານຂໍ້ມູນຂ່າວສານສິນເຊື່ອທີ່ສະໂມສອນຂອງເມືອງສຸຂຸມາໃຫ້ແກ່ອໍານາດການປົກຄອງບ້ານ, ບັນດາທະນາ ຄານບ້ານຈຳນວນຫຼາຍກວ່າ 60 ແຫ່ງ ຈາກ 4 ເມືອງ ຂອງແຂວງຈຳປາສັກຄື: ເມືອງມູນລະປະໂມກ, ເມືອງປະທຸມພອນ, ເມືອງສຸຂຸມາ ແລະເມືອງຈຳປາສັກທີ່ເປັນສະມາຊິກຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຈໍາປາພັດທະນາຊຶ່ງບໍລິສັດ ຂສລ ກໍໄດ້ນໍາສະເໜີຄວາມໝາຍຄວາມສໍາຄັນຂອງວຽກງານຂໍ້ມູນຂ່າວສານສິນເຊື່ອ, ບັນດາລະບຽບການທີ່ຕິດພັນ, ຮູບແບບການເກັບກໍາຂໍ້ມູນ, ການນໍາໃຊ້ລະບົບຂໍ້ມູນຂ່າວສານສິນເຊື່ອເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າ ໃຈຕໍ່ກັບວຽກງານ ແລະສາມາດນໍາໃຊ້ຂໍ້ມູນຂ່າວສານສິນເຊື່ອເຂົ້າໃນວຽກງານຂອງຕົນໄດ້ຢ່າງມີປະສິທິພາບປະສິດທິຜົນພ້ອມທັງປະຕິບັດໜ້າທີ່ໃນການນໍາສົ່ງຂໍ້ມູນເຂົ້າສູ່ລະບົບຂໍ້ມູນຂ່າວສານສິນເຊື່ອໃຫ້ແກ່ບໍລິສັດ ຂສລ ຢ່າງເປັນປົກກະຕິ.

  ປະຈຸບັນສະມາຊິກຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໃນທົ່ວປະເທດມີທັງໝົດຈຳນວນ 142 ແຫ່ງ ໃນນີ້ປະກອບມີທະນາຄານທຸລະກິດ 43 ແຫ່ງ ແລະສະຖາບັນການເງິນຈຸລະພາກ 99 ແຫ່ງ.

  ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ດຳເນີນທຸລະກິດຕາມຂອບເຂດສິດທີ່ກຳນົດໄວ້ໃນການສະໜອງຂໍ້ມູນຂ່າວສານສິນເຊື່ອສ້າງຜະລິດຕະພັນທີ່ມີຄຸນນະ ພາບ, ມາດຕະຖານສາກົນມີຄວາມທັນສະໄໝຮັບປະກັນຄວາມປອດໄພດ້ານຂໍ້ມູນກ້າວໄປສູ່ການເຊື່ອມໂຍງກັບພາກພື້ນ ແລະສາກົນໃນອະນາຄົດ, ປະກອບສ່ວນເຂົ້າໃນການກຳນົດນະໂຍບາຍເງິນຕາຂອງພາກລັດແນ່ໃສ່ຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ, ຄຸ້ມຄອງສະຖາບັນການເງິນໃຫ້ສະມາຊິກສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະນຳໃຊ້ຂໍ້ມູນເຂົ້າໃນການວິເຄາະຄວາມສ່ຽງດ້ານສິນເຊື່ອກ່ອນການອະນຸມັດເງິນກູ້, ການທົບທວນລູກຄ້າ, ປັບໂຄງສ້າງໜີ້ແຈ້ງເຕືອນເງິນກູ້ທີ່ມີຄວາມສ່ຽງ, ກຳນົດສ້າງຜະລິດຕະພັນ ແລະການຕະຫຼາດ, ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະກາງພ້ອມທັງເຮັດໃຫ້ສັງຄົມສາມາດເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອໄດ້ງ່າຍຂຶ້ນ.