ວັງວຽງມົນສະເໜການທ່ອງທ່ຽວ 5 ປີ ດຶງດູດໄດ້ 1,1 ລ້ານເທື່ອຄົນ ສ້າງລາຍຮັບ 518 ຕື້ກວ່າກີບ

 ໃນໄລຍະ 5 ປີຜ່ານມາ ເມືອງວັງວຽງແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວທຸກມູມໂລກໄດ້ທັງໝົດ 1,1 ລ້ານເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 7,9 ແສນຄົນ, ພາຍໃນ 3,1 ແສນຄົນ, ສ້າງລາຍຮັບໃຫ້ສັງຄົມ ໄດ້ 518 ຕື້ກວ່າກີບ ຊຶ່ງໄດ້ປະກອບສ່ວນສຳຄັນໃນການກະຈາຍລາຍໄດ້ລົງສູ່ປະຊາຊົນຢູ່ທ້ອງຖິ່ນ, ກໍຄືຊ່ວຍພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນເມືອງ ແລະແຂວງວຽງຈັນໄດ້ສືບຕໍ່ຂະຫຍາຍຕົວສູງຂຶ້ນຢ່າງຕໍ່ເນື່ອງ.

 ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງໄດ້ເປີດເຜີຍຕໍ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງວຽງຈັນຮູ້ວ່າ: ເມືອງວັງວຽງມີຊັບພະຍາກອນທໍາມະຊາດທີ່ອຸດົມສົມ ບູນ ແລະຫຼາກຫຼາຍທາງດ້ານພູຜາ-ປ່າໄມ້,ໍ້າ, ສາຍນໍ້າ,ອາກາດ ແລະທັດສະນິຍະພາບຕ່າງໆທີ່ສວຍງາມບວກກັບຈຸດພິເສດດ້ານທີ່ຕັ້ງທີ່ເປັນຍຸດທະສາດທີ່ເປັນເອກະ ລັກ, ມີສະເໜສະເພາະທີ່ເປັນທ່າແຮງ ແລະເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຕິດພັນກັບການທ່ອງທ່ຽວ.

  ອີງໃສ່ສະພາບຈຸດພິເສດ ແລະທ່າແຮງດັ່ງກ່າວເມືອງຈຶ່ງໄດ້ສຸມໃສ່ພັດທະນາຂະແໜງການທີ່ເປັນທ່າແຮງຢ່າງມີຈຸດສຸມ, ເອົາໃຈໃສ່ດ້ານປະສິດທິຜົນ,ຕາມທິດຫັນເປັນທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມເພື່ອເປັນເສົາຄໍ້າທາງເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ, ພ້ອມທັງຊຸກຍູ້ສົງເສີມໃຫ້ບັນດາວິສາຫະກິດ-ທຸລະກິດບໍລິການທ່ອງທ່ຽວຂະໜາດນ້ອຍຂະໜາດກາງໃຫ້ໄດ້ຮັບການພັດທະນາສາມາດຊອກວຽກເຮັດງານທຳ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນທ້ອງຖິ່ນປະກອບສ່ວນໃຫ້ແກ່ການແກ້ໄຂຄວາມທຸກຍາກຂອງເມືອງເທື່ອລະກ້າວສາມາດເຊື່ອມໂຍງກັບເຄືອຂ່າຍການທ່ອງທ່ຽວຂອງພາກພື້ນ ແລະ ສາກົນໄດ້ເປັນກ້າວໆມາ.

 ຈາກສິ່ງດັ່ງກ່າວໄດ້ເຮັດໃຫ້ໃນໄລຍະ 5 ປີຜ່ານມາເມືອງວັງວຽງສາມາດດຶງດູດນັກທ່ອງທ່ຽວທຸກມູມໂລກໄດ້ທັງໝົດທັງໝົດ 1,1 ລ້ານເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 7,9 ແສນຄົນ, ພາຍໃນ 3,1 ແສນຄົນ, ສ້າງລາຍຮັບໃຫ້ສັງຄົມໄດ້518 ຕື້ກວ່າກີບ.

  ທ່ານເຈົ້າເມືອງວັງວຽງຍົກໃຫ້ເຫັນຕື່ມອີກວ່າ: ປະຈຸບັນເມືອງວັງວຽງໄດ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວຈຳນວນໜຶ່ງຄື: ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫຼືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ 5.039 ຕຽງ, ສາມາດຮັບແຂກໄດ້ໃນລະດັບ 7-8 ພັນຄົນຕໍ່ວັນ; ມີບໍລິສັດທ່ອງທ່ຽວພາຍໃນ ແລະບໍລິສັດຮຸ້ນສ່ວນ 24 ແຫ່ງ, ມີສາຂາບໍລິສັດ 3 ແຫ່ງ, ມີຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ 158 ແຫ່ງ.

ນອກຈາກນັ້ນຍັງມີກິດຈະການບໍລິການຕ່າງໆທີ່ຫຼາກຫຼາຍແຕ່ລະກິດຈະການບໍລິການໄດ້ສົ່ງເສີມຈັດຕັ້ງເປັນກຸ່ມ, ເປັນໜ່ວຍບໍລິການຮ່ວມກັນຕາມແນວທາງນະໂຍບາຍເປັນຕົ້ນ: ກຸ່ມໂຮງແຮມ ແລະບ້ານພັກ, ກຸ່ມຮ້ານອາຫານ, ກິນດື່ມ ແລະບັນເທີງ, ກຸ່ມບໍລິການກົງເບັງມີ 8 ໜ່ວຍບໍລິການ, ມີກົງເບັງ 600 ກົງ,  ກຸ່ມບໍລິການເຮືອກາຍັກມີ 23 ໜ່ວຍບໍລິການ, ມີເຮືອກາຍັກ 450 ລໍາ, ກຸ່ມບໍລິການເຮືອຈັກຫາງຍາວມີ 2 ໜ່ວຍ ບໍລິການ, ມີເຮືອ 90 ລໍາ, ກຸ່ມບໍລິການຂີ່ສະລິງ (ຊິບລາຍ) ມີ 7 ໜ່ວຍ, 7 ຈຸດບໍລິການ, ກຸ່ມບໍລິການລົດໃຫ້ເຊົ່າລົດຖີບ, ລົດຈັກ ແລະ 4 ລໍ້ (ປັກກີ) 16 ໜ່ວຍ, ມີລົດ 700 ກວ່າຄັນກຸ່ມບໍລິການຮ້ານນວດແຜນບູຮານມີ 30 ຮ້ານ, ໜ່ວຍບໍລິການຍ່າງປ່າ, ຈຸດຊົມວີວເທິງພູ, ຜາ, ອາບນໍ້າທໍາມະຊາດ ແລະທ່ຽວຊົມຖໍ້າທັງໝົດ 36 ແຫ່ງ, ໃນນີ້, ມີຖໍ້າ 21 ແຫ່ງ, ໜ່ວຍບໍລິການບາລູນ, ພາລາມໍເຕີ ແລະເຄື່ອງບິນເບົາຂະໜາດນ້ອຍ 3 ຫົວໜ່ວຍ, ໜ່ວຍບໍລິການປີນຜາ 2 ຫົວໜ່ວຍ, ບໍລິການຂາຍປີ້ທ່ອງທ່ຽວ 6 ໜ່ວຍ.