ຫ້ອງການໆຄ້າອາເມລິກາລະບຸວ່າອາເມລິກາຖືກປະຖິ້ມໄວ້ເບື້ອງຫຼັງຫຼັງຈາກປະເທດອາຊີຮ່ວມກັນລົງນາມຂໍ້ຕົກລົງຮຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (ອາເຊັບ) ກຸ່ມການຄ້າທີ່ໃຫຍ່ທີ່ສຸດໃນໂລກ.

  ຕາມຂ່າວຕ່າງປະເທດລາຍງານວ່າໂດຍຮອງປະທານຫ້ອງການການຄ້າອາເມລິກາສະແດງຄວາມກັງວົນວ່າອາເມລິກາຈະຖືກປະຖິ້ມໄວ້ເບື້ອງຫຼັງຫຼັງຈາກ 15 ປະເທດອາຊີ-ປາຊິຟິກໄດ້ຕັ້ງກຸ່ມການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກໂດຍມີ ສປ ຈີນ ເປັນຜູ້ມີບົດບາດສຳຄັນໃນການຄ້າພາກພື້ນ, ຊຶ່ງຂໍ້ຕົກລົງອາເຊັບຄວບຄຸມ 30% ຂອງເສດ ຖະກິດໂລກ ແລະຂອງປະຊາກອນໂລກໂດຍມີຈຸດມຸ່ງໝາຍເພື່ອຫຼຸດພາສີໃນພາກພື້ນໃນອີກບໍ່ທໍ່ໃດປີຕໍ່ໜ້າຂະນະທີ່ຫ້ອງການການຄ້າອາເມລິກາສະແດງຄວາມຍິນດີກັບປະໂຫຍດຈາກການເປີດເສລີທາງການຄ້າໃນພາກພື້ນ ແລະລະບຸວ່າຜູ້ສົ່ງອອກ,ກຳມະກອນ ແລະຊາວກະສິກອນຂອງອາເມລິກາຕ້ອງການທີ່ຈະເຂົ້າເຖິງຕະຫຼາດໃນອາຊີຫຼາຍຂຶ້ນແຕ່ຊີ້ວ່າອາເມລິກາບໍ່ຄວນເຂົ້າເປັນສະມາຊິກຂອງອາເຊັບ.

   ຂະນະນີ້ ອາເມລິກາ ບໍ່ໄດ້ເປັນທັງສະມາຊິກຂອງຂໍ້ຕົກລົງອາເຊັບລວມເຖິງບໍ່ໄດ້ເປັນສະມາຊິກຂອງຂໍ້ຕົກລົງຮຸ້ນສ່ວນທາງເສດຖະກິດພາກພື້ນປາຊິຟິກ (ທີພີພີ) ເຮັດໃຫ້ອາເມລິກາທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກຖືກຕັດຂາດຈາກສອງກຸ່ມການຄ້າທີ່ຄວບຄຸມພາກພື້ນທີ່ເຕີບໂຕໄວທີ່ສຸດໃນໂລກທັງນີ້ ທ່ານ ໂດນັລ ທຣຳ ຜູ້ນໍາອາເມລິກາ ອອກຈາກຂໍ້ຕົກລົງທີພີພີໃນຕົ້ນປີ 2017 ແລະບໍ່ໄດ້ເຮັດຂໍ້ຕົກລົງການຄ້າໃໝ່ໆກັບອາຊີອີກເລີຍນັບແຕ່ນັ້ນເປັນຕົ້ນມາ.