ຜະລິດຕະພັນກະສິກໍາເປັນສິນຄ້າຫຼັກ ສົ່ງອອກຂອງເມືອງພຽງ

ເມືອງພຽງເປັນເມືອງໜຶ່ງຕັ້ງຢູ່ທິດໃຕ້ຂອງແຂວງໄຊຍະບູລີປະມານ 30 ກິໂລແມັດ, ເປັນເມືອງອູ່ເຂົ້າອູ່ປາ ແລະຈັດຢູ່ 3 ທົ່ງພຽງໃຫຍ່ຂອງແຂວງຖັດຈາກທົ່ງພຽງຊຽງຮ່ອນ ແລະທົ່ງພຽງເມືອງໄຊຍະບູລີດ້ວຍເຫດນັ້ນໃນແຕ່ລະປີເມືອງພຽງສາມາດຜະລິດເຂົ້າສົ່ງອອກຕ່າງເມືອງຕ່າງແຂວງປີໜຶ່ງ 10 ພັນໂຕນ.

  ທ່ານ ຫຸມພັນ ລໍສະຫວັດດີ ຮອງຫົວໜ້າອຸດສາຫະກໍາ ແລະການຄ້າເມືອງພຽງໄດ້ເປີດເຜີຍວ່າ: ໃນໄລຍະ 9 ເດືອນຜ່ານມາເມືອງພຽງສາມາດສົ່ງອອກສິນຄ້າທັງ ໝົດ 154,82 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,7%, ທຽບໃສ່ແຜນການປີປະຕິບັດໄດ້ 172% ໃນນີ້ສິນຄ້າຫຼັກຍັງແມ່ນຜົນຜະລິດກະສິກໍາ ແລະສັດລ້ຽງມີມູນຄ່າທັງໝົດ 15 3,89 ຕື້ກີບ, ມີເຂົ້າເປືອກໜຽວ 800 ກວ່າໂຕນ ມູນຄ່າ 3.444 ລ້ານກີບ, ເຂົ້າສານໜຽວ 2.223 ໂຕນ ມູນຄ່າ 16.077 ລ້ານກີບ, ເຂົ້າເປືອກຈ້າວ 645 ໂຕນ ມູນຄ່າ 2.773 ລ້ານກີບ, ເຂົ້າສານຈ້າວ 1.375 ໂຕນ ມູນຄ່າ 9.900 ລ້ານກີບ, ສາລີເມັດ 2.200 ໂຕນ ມູນຄ່າ 2.580 ລ້ານກີບໝາກເດືອຍເປືອກ 30 ໂຕນ ມູນຄ່າ 210 ລ້ານກີບ,ຢາງພາລາ 145 ໂຕນມູນຄ່າ 647 ລ້ານກີບ,ມັນຕົ້ນ 250 ໂຕນ ມູນຄ່າ 125 ລ້ານກີບ,ຖົ່ວເຫຼືອງ 2.640 ໂຕນ ມູນຄ່າ 13.200 ລ້ານກີບ, ໝາກໂມ 4 ພັນໂຕນ ມູນຄ່າ 10 ຕື້ກີບ, ໝາກກ້ວຍ 35.600 ໂຕນ ມູນຄ່າ 92,42 ຕື້ກີບ, ຟຸນເຄືອແຫມ 2 ໂຕນມູນຄ່າ 132 ລ້ານກີບ,ຄວາຍ 61 ໂຕ ມູນຄ່າ 305 ລ້ານກີບ, ງົວ628  ໂຕ ມູນຄ່າ 1.884 ລ້ານກີບ, ໝູ 2 27 ໂຕ ມູນຄ່າ 113 ລ້ານກີບ ແລະອື່ນໆອີກ 27 ລ້ານກີບ,ເຄື່ອງປ່າຂອງດົງ ມູນຄ່າ605 ລ້ານກີບ ແລະຜະລິດຕະພັນໄມ້ 190 ລ້ານກີບ. ດ້ານການນໍາເຂົ້າສິນຄ້າມີ ມູນຄ່າ 41 ຕື້ກ່ວາກີບ, ທຽບໃສ່ 9 ເດືອນປີຜ່ານມາຫຼຸດ 0,95% ທຽບໃສ່ແຜນການປີປະຕິບັດໄດ້ 70% ໃນນີ້ມີອຸປະກອນກໍ່ສ້າງ, ເຄື່ອງໄຟຟ້າ ມູນຄ່າ 13.273 ລ້ານກີບ, ນໍ້າມັນເຊື້ອໄຟ, ອາຍແກັດມູນຄ່າ 28 ຕື້ກວ່າກີບ.

 ຄຽງຄູ່ກັນນີ້ 9 ເດືອນຜ່ານມາສາມາດອອກທະບຽນໃຫ້ຫົວໜ່ວຍທຸລະກິດ ແລະວິສາຫະກິດໄດ້ 39 ທະບຽນ, ມີ 53 ຫົວໜ່ວຍ, ມີທຶນຈົດທະບຽນ 7 ຕື້ກີບ, ປະຈຸ ບັນທົ່ວເມືອງມີຫົວໜ່ວຍທຸລະກິດຂຶ້ນທະບຽນວິສາຫະກິດຈໍານວນທັງໝົດ 580 ທະບຽນ, ມີ755 ຫົວໜ່ວຍ,ມີທຶນຈົດທະບຽນທັງໝົດ 118 ຕື້ລ້ານ,ໃນນີ້ທະບຽນທີ່ຂຶ້ນກັບ ແຂວງມີ 24 ທະບຽນ, ມີບໍລິສັດ 7 ທະບຽນ, ຈີນ16 ທະບຽນ, ຫວຽດນາມ 1 ທະບຽນ. ວິສາຫະກິດສ່ວນບຸກຄົນ 556 ທະບຽນ 755 ຫົວໜ່ວຍ, ຂະແໜງອຸດສາຫະກໍາ 97 ທະບຽນ 113 ຫົວໜ່ວຍ, ມີທຶນ 3 ຕື້ລ້ານກີບ, ຂະແໜງການຄ້າ 295 ທະບຽນ 411 ຫົວໜ່ວຍມີທຶນ 45 ຕື້ລ້ານກີບ, ຂະແໜງບໍລິການ 164 ທະບຽນ 228 ຫົວໜ່ວຍມີທຶນ 68 ຕື້ລ້ານກີບໃນ 3 ເດືອນທ້າຍປີເມືອງພຽງຈະສູ້ຊົນສົ່ງອອກສິນຄ້າໃຫ້ບັນລຸ 28 ຕື້ກວ່າກີບ ແລະ ນໍາເຂົ້າສິນຄ້າມູນຄ່າ 17 ຕື້ກວ່າກີບ.

---------------

ຂຽນໂດຍບຸນທີ. ຮູບພາບ#ຫນັງສືພິມເສດຖະກິດສັງຄົມ