ການຄ້າເມືອງພູວົງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ

  ຕະຫຼອດໄລຍະເກືອບໜຶ່ງປີຫ້ອງການອຸດສາຫະກໍາ ແລະການຄ້າເມືອງພູວົງ ແຂວງອັດຕະປື ໄດ້ຖືສໍາຄັນຕໍ່ວຽກງານການຕິດຕາມກວດກາການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຢູ່ໃນເກນປົກກະຕິເພື່ອປົກປ້ອງຜູ້ບໍລິໂພກ, ຫຼີກລຽງບັນຫາການສວຍໂອກາດກາດຂຶ້ນລາຄາສິນຄ້າຂອງຊາວຄ້າຂາຍທີ່ບໍ່ຖືກຕອ້ງ, ຄຽງຄູ່ກັບການຕິດຕາມກວດກາສິນຄ້າໝົດອາຍຸການນໍາໃຊ້, ສິນຄ້າລົບລີກການເສຍພາສ .

  ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງອຸດສາຫະກໍາ ແລະການຄ້າເມືອງພູວົງ ແຂວງອັດຕະປືໃຫ້ສໍາພາດວ່າ: ຄະນະພັກອໍານາດການປົກຄອງເມືອງພູວົງກໍຄືພະນັກງານລັດຖະກອນຂອງຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ຖືສໍາຄັນຕໍ່ວຽກງານການຕິດຕາມກວດກາການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ, ຄຽງຄູ່ກັບການຕິດຕາມກວດກາສິນຄ້າໝົດອາຍຸການນໍາໃຊ້, ສິນຄ້າລົບລີກການເສຍພາສີທັງນີ້ກໍເພືອຄວາມເປັນທໍາ ແລະເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະຜູ້ບໍລິໂພກພາຍໃນເມືອງພູວົງ, ຜ່ານການຈັດຕັ້ງປະຕິບັດສາມາດເກັບສິນຄ້າໝົດອາຍຸການນໍາໃຊ້,ສິນຄ້າເກືອດຫ້າມໄດ້ 23 ລາຍການ, ມູນຄ່າ 18 ລ້ານກວ່າກີບ, ປະຈຸບັນລາສິນຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກທີ່ຂາຍຢູ່ພາຍໃນຕະຫຼາດຂອງເມືອງແມ່ນມີການເໜັງຕີງເລັກນ້ອຍຢູ່ໃນເກນປົກກະຕິຕາມກົນໄກລາຄາສິນຄ້າແຕ່ລະໄລຍະ.

  ຄຽງຄູກັນນັ້ນທາງຫ້ອງການອຸດສະຫະກໍາ ແລະການຄ້າເມືອງພູວົງຍັງໄດ້ຊຸກຍູ້ສົ່ງເສີມວິສະຫະກິດຂະໜາດນອ້ຍ ແລະຂະໜາດກາງໃຫ້ໄດ້ເຂົ້າເຖິງແຫຼ່ງທຶນເອັດສ  ເອັມອີ, ປະຈຸບັນທົ່ວເມືອງມີໜ່ວຍທຸລະກິດທັງໝົດ 170 ຫົວໜ່ວຍ, ມີທືນຈົດທະບຽນ 50 ຕື້ກວ່າກີບ ແລະໄດ້ຈັດຕັ້ງກຸ່ມການຜະລິດຊຶ່ງມີກຸ່ມຜະລິດເຂົ້າຈ້າວລະ ຄອນ, ກຸ່ມຕໍ່າຫູ, ກຸ່ມຈັກສານຫວາຍ-ໄມ້ປ່ອງ ຊຶ່ງພວມກໍາລັງຊຸກຍູ້ໃຫ້ມີການຂະຫຍາຍຕົວຕາມເງື່ອນໄຂກ້າວສູ່ການເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນດ້ານການສົ່ງອອກໄລຍະ 10 ເດືອນປີ 2020 ນີ້ເມືອງພູວົງມີຍອດສິນຄ້າສົ່ງອອກປະຕິບັດໄດ້ 9 ຕື້ກວ່າກີບ,ສ່ວນໃຫຍ່ແມ່ນໄມ້ສໍາເລັດຮູບ,ຮອງລົງມາແມ່ນສັດລ້ຽງປະເພດ ຕ່າງໆ ແລະດິນຈີ່, ການຄຸ້ມຄອງການນໍາເຂົ້າສາມາດປະຕິບັດໄດ້ 16 ຕື້ກວ່າກີບ, ສ່ວນໃຫຍ່ແມ່ນໝວດສະບຽບອາຫານ, ນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ ແລະອື່ນໆ.

--------------

ຂຽນໂດຍ.ອັດຕະປຶ ໄຊຈະເລີນ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ