ເຊລະບຳຮັບໂຮງຮຽນປະຖົມສົມບູນຫຼັງໃໝ່

 ອາຄານຮຽນປະຖົມສົມບູນຫຼັງໃໝ່ບ້ານເຊລະບໍາເມືອງຊະນະສົມບູນ ແຂວງຈໍາປາສັກ ທີ່ໄດ້ຮັບທຶນກໍ່ສ້າງຈາກບໍລິສັດໄຟຟ້າມະຫາຊົນ 1 ຕື້ກວ່າກີບ ທີ່ໄດ້ມີການກໍ່ສ້າງໃນໄລຍະ 5 ເດືອນ ມາຮອດປະຈຸບັນແມ່ນໄດ້ສໍາເລັດແລ້ວ 100% ແລະມີຄວາມພ້ອມໃນການເປີດນໍາໃຊ້.

  ເມື່ອທ້າຍອາທິດທີ່ຜ່ານມາຢູ່ທີ່ໂຮງຮຽນປະຖົມສົມບູນຫລັງໃໝ່ບ້ານເຊລະບໍ່ໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນປະຖົມສົມບູນຫຼັງໃໝ່ຂຶ້ນໂດຍໃຫ້ກຽດກ່າວມອບຂອງທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອໍານວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ແລະກ່າວຮັບໂດຍທ່ານ ພູວົງ ອະໄພ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງຈໍາປາສັກ, ມອບຕໍ່ໃຫ້ບ້ານ, ອໍານາດການປົກຄອງບ້ານນໍາໃຊ້ປົກປັກຮັກສາຕໍ່ໄປ.

 ອາຄານຮຽນຫຼັງດັ່ງກ່າວມີຂະໜາດ 7x8 ເປັນອາຄານຮຽນຊັ້ນດຽວມີທັງໝົດ 5 ຫ້ອງຮຽນ, 1 ຫ້ອງການຄູ, ອາຄານມີລະບຽນບ່ອນນັ່ງຫຼິ້ນປູພື້ນເບຕົງເສີມເຫຼັກ, ໂຄງຫຼັງຄາເຮັດດ້ວຍເຫຼັກ, ມຸງດ້ວຍກະເບື້ອງສີແດງ, ຕົວອາຄານທາສີງາຊ້າງອ້ອມຮອບອາຄານຮຽນເທເບຕົງກັນເປື້ອນ, ພາຍໃນໂຮງຮຽນໄດ້ປະກອບເຄື່ອງເຟີນີເຈີ ແລະເຄື່ອງໄຟຟ້າເຊັ່ນ: ໂຕະ, ຕັ່ງ, ກະດານ, ຄົບຊຸດ, ພັດລົມ, ດອກໄຟຟ້າແລະດຶງໄຟຟ້າເຂົ້າໂຮງຮຽນ ແລະ ສ້າງຫ້ອງນໍາຊາຍ-ຍິງ, ໄດ້ສ້າງແທ່ນຕິດຕັ້ງເສົາທຸງພ້ອມຕິດທຸງຊາດ, ເຈາະນໍ້າບາດານ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນພຶດສະພາ 2020 ແລະສໍາເລັດໃນທ້າຍເດືອນຕຸລາ 2020 ຜ່ານມານີ້ລວມມູນຄ່າກໍ່ສ້າງ 1 ຕື້ກວ່າກີບ.

-------------

ຂ່າວພູມະນີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ