ໄຊສົມບູນ ສ້າງຄູຝຶກປູກພືດອິນຊີ

   ພິທີເປີດຊຸດຝຶກອົບຮົມສ້າງຄູຝຶກກ່ຽວກັບກະສິກໍາອິນຊີ, ໃຫ້ພະນັກງານຂັ້ນແຂວງ, ເມືອງ ແລະຊາວສວນ, ຜູ້ທີ່ເຮັດວຽກກະສິກໍາໂດຍສະເພາະແມ່ນໃນຂະແໜງການປູກຝັງ ແລະປະຊາຊົນໃນຈໍານວນ 5 ບ້ານ ເປົ້າໝາຍຂອງເມືອງອະນຸວົງ ແຂວງໄຊສົມບູນໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ແຂວງໃນຕອນ ເຊົ້າຂອງວັນທີ 16 ພະຈິກ 2020 ນີ້ ໂດຍການເປັນປະທານຮ່ວມຂອງທ່ານ ລູຊີ ຢໍລໍເຍັ່ຍລົງ, ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ທ່ານ ແສງແກ້ວ ໄຊຍະວົງ,ຮອງຫົວໜ້າສູນກະສິກຳສະອາດ,ກົມປູກຝັງກະຊວງກະສິກໍາ ແລະປ່າໄມ້,ມີຕາງໜ້າບໍລິສັດພູເບ້ຍ ມາຍນິ້ງ ຈໍາກັດມີຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະເມືອງພ້ອມດ້ວຍປະຊາຊົນຈໍານວນໜຶ່ງເຂົ້າຮ່ວມ.

   ໃນການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບລະບົບການຜະລິດກະສິກໍາອິນຊີ, ການຜັນຂະຫຍາຍວຽກງານກະສິກໍາສະອາດລົງສູ່ຮາກຖານການຜະລິດ, ມາດຕະຖານ ແລະຫຼັກການຜະລິດ, ລະບົບການຄວບຄຸມຄຸນນະພາບການຜະລິດພາຍໃນກະສິກໍາອິນຊີແນໃສ່ພັດທະນາບຸກຄະລາກອນ, ສ້າງຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານທີ່ຮັບໃຊ້ວຽກງານການຜະລິດກະສິກຳສະອາດໃຫ້ໄດ້ມາດຖານເພື່ອສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຫຼັກການ, ຂັ້ນຕອນຂອງການພັດທະນາ, ຫຼັກການຜະລິດໄປສູ່ກະສິກຳສະອາດເພື່ອເຮັດໃຫ້ຊາວກະສິກອນຫັນໄປສູ່ການຜະລິດກະສິກຳທີ່ສະອາດ ແລະປອດໄພ, ໃນການຈັດຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກບໍລິສັດພູເບ້ຍມາຍນິ້ງຈໍາກັດ ແລະກໍານົດເວລາໃນການຝຶກອົບຮົມ 5 ວັນ ນັບ ແຕ່ວັນທີ 16 ຫາ 20 ພະຈິກ 2020 ຈຶ່ງຈະສໍາເລັດ.

-----------

ຂ່າວສຸກສັນ ອ້ວນລິທິກຸນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ