ການພັດທະນາເທສະບານ ເມືອງພູຄູນ ມີຄວາມຄືບໜ້າບາງໂຄງການສຳເລັດແລ້ວ

  ປະຈຸບັນອົງການປົກຄອງເມືອງພູຄູນ ແຂວງຫຼວງພະບາງໄດ້ສຸມໃສ່ປະຕິບັດໂຄງການພັດທະນາເທສະບານເມືອງຫຼາຍໂຄງການໃນນັ້ນມີບາງໂຄງການໄດ້ສຳເລັດແລ້ວ ໂດຍພື້ນຖານພາຍຫຼັງເລີ່ມລົງມືມາແຕ່ປີ 2018 ໂດຍສະເພາະແມ່ນໂຄງການບຸກເບີກສະຖານທີ່ສະໂມສອນຂອງເມືອງສຳເລັດແລ້ວ 100%, ກໍ່ສ້າງອາຄານສະໂມ ສອນຂອງເມືອງສຳເລັດແລ້ວ 37% ແລະການຕັດທາງຂຶ້ນສະໂມສອນສຳເລັດແລ້ວ 80%, ສ່ວນໂຄງການບຸກເບີກສະຖານທີ່ຢູ່ອາໄສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດມູນຄ່າ 3,6 ຕື້ກີບ ສຳເລັດແລ້ວ 100% ພ້ອມທັງໄດ້ວັດແທກຈັດສັນໃຫ້ປະຊາຊົນສຳເລັດແລ້ວ 135 ຕອນ, ສະເພາະປີ 2020.

  ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນໄດ້ມີຄຳເຫັນວ່າ: ປະຈຸບັນອົງການປົກຄອງເມືອງໄດ້ສົມທົບກັບບໍລິສັດດຳເນີນການສຳຫຼວດອອກແບບເສັ້ນທາງຈຳນວນ 9 ເສັ້ນ, ຂົວ 4 ແຫ່ງ,ພ້ອມທັງປັບຜັງສ້າງສຳນັກງານ-ອົງການຈຳນວນ 8 ຈຸດ ເພື່ອນຳສະເໜີຕໍ່ອົງການປົກຄອງແຂວງຈັດເຂົ້າແຜນການອະນຸມັດຕາມລະບຽບການໃນຕໍ່ໜ້າ.

  ທ່ານເຈົ້າເມືອງພູຄູນກ່າວຕື່ມວ່າ: ສຳລັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງໄດ້ມີການປັບປຸງການຈັດຕັ້ງບາງຂະແໜງການ ເພື່ອໃຫ້ສອດຄ່ອງກັບໜ້າວຽກ ແລະຄວາມສາມາດຂອງບຸກຄົນ, ພ້ອມທັງຊຸກຍູ້ໃຫ້ພະນັກງານລົງກໍ່ສ້າງຮາກຖານການເມືອງ, ທັງປຸກລະດົມໃຫ້ປະຊາຊົນສຸມໃສ່ການຜະລິດເພື່ອສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ, ມາຮອດປະຈຸບັນເສດຖະກິດຂອງເມືອງໄດ້ຂະຫຍາຍຕົວໄປຕາມທິດທີ່ກຳນົດໄວ້, ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸໄດ້ 173 ຕື້ກວ່າກີບ ເທົ່າກັບ 47% ຂອງແຜນການປີ, ສະເລ່ຍລາຍຮັບໄດ້ 14,08 ລ້ານກີບ ຫຼືເທົ່າກັບ 1.760 ໂດລາສະຫະລັດຕໍ່ຄົນຕໍ່ປີ.