ຊີຣີເລື່ອງ Hospital Playlist ມີພາກສອງແນ່ນອນ

  ຊີຣີສຸດອົບອຸ່ນທີ່ປະສົບຄວາມສຳເລັດຫຼາຍທາງຊ່ອງ tvN ເລື່ອງ “Hospital Playlist” ກຳລັງຢູ່ໃນລະຫວ່າງຂັ້ນຕອນກຽມການຖ່າຍທຳສຳລັບຊີຣີພາກສອງ.

  ຈາກແຫຼ່ງຂ່າວລະບຸວ່າ ຜູ້ຈັດການ ຊິນ ວອນໂຮ ແລະທິມງານກຳລັງຢູ່ໃນໄລຍະກຽມທັງນັກສະແດງ ແລະນັກສະແດງສົມທົບໃນຊີຣີພາກທີ 2 ໂດຍແນ່ນອນວ່າຕົວເອກໃນພາກທຳອິດຄື ໂຈ ຈອງ ຊອກ, ຢູ ຢອນຊອກ, ຈອງ ຄະຢອງ ໂຮ, ຈອນ ມິນໂດ ແລະຄິມ ແດມຢອງ ຍັງຢູ່ກັນຄົບທີມ ແລະຫວັງ ວ່າການກະກຽມຈະສຳເລັດຮຽບຮ້ອຍໃນທ້າຍເດືອນພະຈິກນີ້ ໂດຍ ມີການກຳນົດອອກອາກາດຂອງ ເລື່ອງ “Hospital Playlist” ໃນພາກທີ 2 ນັ້ນຍັງບໍ່ແນ່ນອນເທື່ອແຕ່ຄາດວ່າຈະລົງຈໍໃນເດືອນມິຖຸນາປີ 2021 ແລະຫວັງວ່າ ຈະສາມາດອອກອາກາດອາທິດລະ 1 ຕອນ ເພາະຢາກຫຼຸດຄວາມຄຽດໃຫ້ກັບນັກສະແດງ ແລະທີມງາມເພື່ອບໍ່ໄດ້ເລັ່ງຮີບໃນການຖ່າຍທຳ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ