ສຳເລັດກອງປະຊຸມຜູ້ແທນພະສົງທົ່ວແຂວງຊຽງຂວາງ

  ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງຊຽງຂວາງສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 11 ພະຈິກ 2020 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຊຽງຂວາງໂດຍການເປັນປະທານກອງປະຊຸມຂອງພະຫຼັກຄຳປາຈີນບຸຣີສີສຸທັມມາຈານວັນສົມບຸດດາວົງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຊຽງຂວາງເປັນກຽດເຂົ້າຮ່ວມທອງພະຫຼັກແກ້ວມະຫາສຸເມທາທິບໍດີບຸນມາສິມມາພົມຮັກສາການປະທານສູນກາງ ອພສ, ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ, ມີພະສົງ ແລະບັນດາພາກສ່ວນຕ່າງໆ ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງ ອພສ ແຂວງຊຽງຂວາງ 2016-2020 ແລະ ທິດທາງແຜນການໜ້າທີ່ວຽກງານຂອງ ອພສ ແຂວງຊຽງຂວາງສະໄໝທີ VII ແຕ່ປີ 2021-2025 ໂດຍພະປຣີ ຊາພົມມະວົງສາຈະຣິຍະຄຸນນັນທີພົມມາເຮືອງສະໝອນບົດສະຫຼຸບໄດ້ຍົກໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນເປັນຕົ້ນແມ່ນວຽກງານກຳມາທິການປົກຄອງສົງ,ວຽກງານກຳມາທິການສຶກສາສົງ,ວຽກງານກຳມາທິການເຜີນແຜ່ສິລະທຳ ແລະ ປະຕິບັດກຳມະຖານ, ວຽກ ງານກຳມາທິການສາທາລະນຸປະການ, ວຽກງານບໍລິການຫ້ອງການ ແລະ ການພົວພັນການຕ່າງປະເທດປະຈຸບັນທົ່ວ ແຂວງຊຽງຂວາງ ມີກຳມະການ ອພສ ແຂວງທັງ ໝົດ13 ອົງ, ຄະນະປະຈຳການ ອພສ ແຂວງ 5 ອົງ, ຄະນະ ອພສ ຂັ້ນເມືອງ 45 ອົງ,ຂັ້ນເຈົ້າອະທິການວັດມີ154 ອົງ, ໃນທົ່ງແຂວງມີພະສົງສາມະເນນທັງໝົດ  443 ອົງ, ໃນນີ້ມີພະ 211 ອົງ, ສາມະເນນມີ 232 ອົງ, ໃນທົ່ງແຂວງມີວັດທັງໝົດ 255 ວັດ, ວັດທີ່ມີພະສົງຢູ່ 154 ວັດ, ວັດຮ້າງ 101 ວັດ, ມີພະບວດໃໝ່ 28 ອົງ, ສາມະເນນບວດໃໝ່ 56 ອົງ, ມີພະລາສິກຂາ 8 ອົງສາມະເນນສິກ18 ອົງ.

   ກອງປະຊຸມໄດ້ຮັບຮອງເອົາແຜນການທິດທາງໃນຕໍ່ໜ້າ, ພ້ອມນີ້ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຕົກລົງແຕ່ງຕັ້ງບົ່ງຕົວເຫັນດີເປັນເອກະພາບຮັບຮອງເອົາຄະນະກຳມະການບໍລິຫານງານ ອພສ ແຂວງຊຽງຂວາງໂດຍຮັບຮ້ອງເອົາພະຫຼັກຄຳປາຈີນບູຣີສີສຸທັມມາຈານວັນສົມ ບຸດດາວົງ ເປັນເຈົ້າ ຄະນະແຂວງ; ພະຫຼັກຄຳສະຫັດສະສຸວັນນາຈານ ຄຳພັນ ຈັນທະດາ ວົງ, ພະປຣີຊາພົມ ມະວົງສາ ຈະຣີຍະຄຸນນັນທີພົມມາເຮືອງສະໝອນ, ພະອາຈານ ຄຳຫຼ້າ ສຸດສະດາ ເປັນຮອງເຈົ້າຄະນະແຂວງ ແລະຄະນະຈຳນວນໜຶ່ງ.

  ກອງປະຊຸມຄັ້ງນີ້ໄດ້ມອບໃບຍ້ອງຍໍໃຫ້ກັບພະສົງ-ສາມະເນນ ແລະສັງກະລີຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຕະຫຼອດໄລຍະ 5 ປີຜ່ານມາ.

---------

ຂ່າວ: ບຸນມີແສງທຸມມີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ