ຕາດຊຽງຍືນ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ສວຍສົດງົດງາມ

ຕາດຊຽງຍືນ  ເປັນສະຖານ ທີ່ທ່ອງທ່ຽວທຳມະຊາດທີ່ສວຍສົດ ງົດງາມ ຊຶ່ງຕັ້ງຢູ່ບ້ານກັນດອນເມືອງ ທ່າແຕງ ແຂວງເຊກອງ, ຫ່າງຈາກ ເທສະບານແຂວງ 38  ກິໂລແມັດແລະໄລຍະຫ່າງແຕ່ເທສະບານເມືອງທ່າແຕງ 20 ກິໂລແມັດ ຈຶ່ງຮອດນ້ຳຕົກຕາດ,   ເປັນສະຖານທີ່ທາງ ທໍາມະຊາດທີ່ສວຍງາມ ແລະຄົບ  ບັນຍາກາດທີ່ຫາເບິ່ງໄດ້ຍາກໃນ ແຫຼ່ງອື່ນເພາະໃນສະຖານທີ່ແຫ່ງ ນີ້ໃນບໍລິເວນອ້ອມຂ້າງຕາດມີຕົ້ນ ໄມ້ໃຫຍ່-ນ້ອຍກະແຈກກະຈາຍຕາມ ເນີນພູ, ຮ່ອງຫ້ວຍຕ່າງໆເຮັດໃຫ້ ພື້ນທີ່ມີອາກາດທີ່ເຢັນສົດຊື່ນເປັນ ໜ້າທ່ຽວຊົມ.

ຕາມການເລົ່າຂານກັນວ່າຕາດ ເຊໂດນ ແຕ່ກ່ອນຊຽງຍືນຢູ່ວັດບ້ານຍົກທົ່ງ ມາເກັບໜາກມ່ວງຢູ່ເທິງຫົວ ຕາດເຊໂດນ, ຊຽງຍືນເລີຍຕົກກົກໜາກມ່ວງຕາຍ. ດັ່ງນັ້ນຈິ່ງເອີ້ນ ກັນມາວ່າ: “ຕາດຊຽງຍືນ” ຈົນມາຮອດປະຈຸບັນນີ້. ນອກນັ້ນຕາດ ຊຽງຍືນ ຍັງມີຄວາມອຸດົມສົມບຸນ ໄປດ້ວຍຊັບພະຍາກອນທຳມະຊາດ ແລະມີສັດສາວ່າສິ່ງນາໆຊະນິດ.

 ປະຈຸບັນຕາດແຫ່ງນີ້ກາຍເປັນ ແຫຼ່ງທ່ອງທ່ຽວທີ່ສາມາດດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດເຂົ້າຊົມເປັນຈຳນວນຫຼາຍມີ ເສັ້ນທາງເຂົ້າສະດວກສະບາຍ ແລະ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ອັນເປັນເອກະລັກສະເພາະຂອງຊາວ ເມືອງທ່າແຕງ ທີ່ສວຍສົດງົດງາມ ແລະເໝາະສຳລັບນັກທ່ອງທ່ຽວຜູ້ທີ່ ມັກທ່ຽວຊົມທຳມະຊາດພູຜາປ່າໄມ້, ຫ້ວຍນ້ຳລຳເຊ, ວິຖີການດຳລົງຊີວິດ ຂອງປະຊາຊົນເຂດຊົນນະບົດ.

ໂດຍ: ວົງມະນີ