ທ່າແຕງເຜີຍແຜ່ວຽກລົງທະບຽນ ແລະຮູບແບບບໍລິການໃໝ່ຂອງຢູມັນນີ

  ພິທີເຜີຍແຜ່ວຽກງານການລົງທະບຽນ 3 Grap (3 ແກັບ) ແລະຮູບແບບການບໍລິການໃໝ່ຂອງຢູມັນນີ (u-money) ບໍລິສັດສະຕາຟິນແທັກສາຂາແຂວງເຊກອງຈຳກັດ, ຈັດຂຶ້ນໃນວັນທີ 12 ພະຈິກ 2020 ທີ່ສະໂມສອນ ເມືອງທ່າແຕງ ແຂວງເຊກອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ແກ້ວອຸດອນ ດວງມະນີວົງຄະນະປະຈຳພັກເມືອງທ່າແຕງ, ທ່ານ ຕວນ ແກ້ວພາລີຈັນ ອຳນວຍການບໍລິສັດສະຕາຟິນແທັກສາຂາແຂວງເຊກອງ, ພ້ອມດ້ວຍຫົວໜ້າ ແລະຮອງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

  ທ່ານ ຕວນ ແກ້ວພາລີຈັນ ອຳນວຍການບໍລິສັດສະຕາຟິນແທັກສາຂາແຂວງເຊກອງຊີ້ແຈງວ່າ: ຢູມັນນີ (u-money) ແມ່ນການບໍລິການດ້ານການເງິນເທິງມືຖື ຫຼື ເອີ້ນວ່າ: ກະເປົ່າເງິນເອເລັກໂຕຣນິກ, ເພື່ອຊ່ວຍໃຫ້ປະຊາຊົນສາມາດເຮັດທຸລະກຳທາງດ້ານການເງິນບໍ່ວ່າຈະເປັນການໂອນ-ຮັບເງິນ ແລະການຊຳລະຄ່າບໍລິການອື່ນໆເຊັ່ນ: ການຕື່ມມູນຄ່າໂທ, ການຊຳລະຄ່າອິນເຕີເນັດບ້ານ, ການຊຳລະຄ່າປະກັນໄພ, ນອກຈາກນີ້ ແລ້ວຍັງຈະມີບໍລິການຈ່າຍຄ່ານໍ້າ, ຄ່າໄຟຟ້າ, ຊຶ່ງມີຄວາມສະ ດວກ, ປອດໄພສາມາດເຮັດທຸລະກຳໄດ້ທຸກທີ່ທຸກເວລາໄດ້, ພຽງມີສັນຍານຂອງຢູນິເທວ (unitel).

  ໃນຂະນະດຽວກັນທ່ານ ນີກອນ ສີສຸພັນ ຫົວໜ້າຫ້ອງ ປທສ ເມືອງທ່າແຕງກໍ່ໄດ້ຜ່ານດຳລັດເລກທີ 327/ລບ, ລົງວັນທີ 16 ກັນຍາ 2014 ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດຊຶ່ງປະກອບມີ 8 ໝວດ 28 ມາດຕາ ແລະໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະວິທີການກ່ຽວກັບການຄຸ້ມຄອງຕິດ ຕາມ, ກວດກາຜູ້ໃຊ້ບໍລິການ ແລະ ຜູ້ຈຳໜ່າຍເລກໝາຍໂທລະສັບ, ທັງນີ້ກໍ່ເພື່ອເຮັດໃຫ້ການຂຶ້ນທະບຽນເລກໝາຍໂທລະສັບເຂົ້າໃນລະບົບຖານຂໍ້ມູນໃຫ້ມີຄວາມຖືກ ຕ້ອງ, ຄົບຖ້ວນ ແລະຊັດເຈນແນໃສ່ຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ແລະຮອງຮັບການນຳໃຊ້ໃຫ້ເຂົ້າກັບລະບົບເຕັກໂນໂລຊີໃໝ່.

   ໃນໂອກາດເຂົ້າຮ່ວມທ່ານ ນາງ ແກ້ວອຸດອນ ດວງມະນີວົງ ຄະນະປະຈຳພັກເມືອງທ່າແຕງໄດ້ມີຄຳເຫັນສະແດງຊົມເຊີຍຕໍ່ບໍລິສັດສະຕາຟິນແທັກສາຂາແຂວງທີ່ເຫັນໄດ້ຄວາມສຳຄັນໃນການບໍລິການຍຸກ 4.0 ທາງລະບົບເອເລັກໂຕຣນິກສະດວກສະບາຍວ່ອງໄວ ແລະຮຽກຮ້ອງໃຫ້ທຸກພາກສ່ວນນຳເອົາເນື້ອໃນດັ່ງກ່າວໄປຜັນຂະຫຍາຍ ໃຫ້ກ້ວາງຂວາງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຫັນເຂົ້າສູ່ການບໍລິການ 3 Grap (3 ແກັບ) ແລະຮູບແບບການບໍລິການໃໝ່ຂອງຢູມັນນີ (u-money) ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງ.

---------

ຂຽນໂດຍ: ເຈີນ ແດນວົງວິຈິດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ