ກອງປະຊຸມຄະນະຊີ້ນໍາຂັ້ນແຂວງສໍາຫຼວດສະຖິຕິກະສິກໍາທົ່ວປະເທດ

  ວັນທີ 12 ພະຈິກ 2020 ທີ່ພະແນກແຜນການ ແລະການລົງທຶນແຂວງຫຼວງນໍ້າທາໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງສໍາລັບການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ lll ໂດຍການເປັນປະທານຂອງທ່ານ ອ່ອນຈັນ ຄໍາພາວົງ ຫົວໜ້າພະແນກການເງິນແຂວງທັງເປັນຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ, ທ່ານ ບູນທໍາ ອີນທະປະເສີດຫົວໜ້າພະແນກແຜນການ ແລະການລົງທຶນແຂວງຮອງຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ, ມີຮອງພະແນກພະນັກງານຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງຕະຫຼອດຮອດນັກສຳຫຼວດເຂົ້າຮ່ວມ.

   ທ່ານ ສົມພອນ ແກ້ວມະນີ ຄູຝຶກນັກເດີນສໍາຫຼວດ-ນັກກວດກາຂັ້ນແຂວງໄດ້ຜ່ານບົດລາຍງານການກະກຽມ ແລະການຈັດຕັ້ງປະຕິບັດສໍາຫຼວດສະຖິຕິກະສິກໍາປີ 2019-2020 ເພື່ອເຮັດໃຫ້ການສໍາຫຼວດໄດ້ຈັດຕັ້ງປະຕິບັດມີປະສິດທິພາບສູງຄະນະຊີ້ນໍາຂັ້ນແຂວງໄດ້ຖືເອົາສູນສະຖິຕິປະຈໍາແຂວງເປັນຫ້ອງການສໍາຫຼວດ, ເປັນບ່ອນປະສານສົມທົບກັບພາກສ່ວນກ່ຽວຂ້ອງແຕ່ຂັ້ນເທີງລົງຂັ້ນທ້ອງຖີ່ນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ lll ປີ 2019-2020 ການສໍາຫຼວດສະຖິຕິກະສິກໍາແມ່ນການສໍາຫຼວດໃຫຍ່ທົ່ວປະເທດທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະ ຖິຕິ ແລະຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະວິໄສທັດ 2030 ທີຈະໄດ້ປະຕິບັດໃນທຸກໆ 10 ປີ.

 ການຈັດຕັ້ງປະຕິບັດການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ lll ແມ່ນເປັນຂິດໝາຍທີ່ສໍາຄັນໃນການສະໜອງຂໍ້ມູນທາງດ້ານກະສິກໍາໃນຮອບໄລຍະ 10 ປີ ຂອງ ສປປ ລາວ ຊຶ່ງເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຕິດຕາມ ແລະ ປະເມີນສະພາບການຜະລິດກະສິກໍາໃນຂອບເຂດທົ່ວປະເທດເປັນແຫຼ່ງຂໍ້ມູນຕົ້ນຕໍສໍາລັບການຕິດຕາມ ແລະປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມ ຄັ້ງທີ Vlll ໃນການວາງແຜນ 5 ປີ ຄັ້ງທີ lX ແລະເປົ້າໝາຍພັດທະນາແບບຍືນຍົງ 2030 ເວົ້າລວມເວົ້າສະເພາະການຜະລິດສະບຽງອາຫານ, ການຄຸ້ມຄອງທີດີນກະສີກໍາ, ການນໍາໃຊ້ທີ່ດີນກະສີກໍາ, ປະສິດທິພາບໃນການນໍາໃຊ້ລະບົບຊົນລະປະ ທານ, ການປູກຝັງ, ລ້ຽງສັດ ແລະການປະມົງ, ນອກຈາກນີ້ຍັງເປັນບ່ອນອີງໃຫ້ແກ່ການຕີລາຄາວຽກງານພັດທະນາຊົນລະບົດ ແລະການແກ້ໄຂຄວາມທຸກຍາກໃນຂັ້ນທ້ອງຖີ່ນ.

--------

ຂຽນໂດຍ: ມຸນຕີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ