ສະໝ້ວຍ ປະຊຸມຄົບຄະນະບໍລິຫານງານພັກເມືອງ

 ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສະໝ້ວຍເປີດກວ້າງຄັ້ງທີ 6 ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2020 ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເຈົ້າເມືອງສະໝ້ວຍ, ເຂົ້າຮ່ວມຂອງທ່ານ ສີເຮັງ ຫອມສົມບັດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອົງການທຽບເທົ່າອ້ອມຂ້າງເມືອງ, ຫົວໜ້າ-ຮອງຫ້ອງການເຂົ້າຮ່ວມ.

  ທ່ານ ວິໄລສັກ ພົມພັກດີຮອງ ເລຂາຄະນະບໍລິຫານງານພັກເມືອງກໍໄດ້ຂຶ້ນຜ່ານບົດຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກເມືອງສະໝ້ວຍໃນໄລຍະ 9 ເດືອນ ແລະວາງທິດທາງ 3 ເດືອນ ທ້າຍປີ 2020 ໂດຍລວມແລ້ວພາຍໃນເມືອງແມ່ນມີສະຖຽນລະພາບທາງດ້ານການເມືອງ,ປະຊາຊົນທົ່ວເມືອງມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ໂດຍພື້ນ ຖານ, ດ້ານເສດຖະກິດມີການຂະຫຍາຍຕົວ, ພ້ອມນັ້ນກໍໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມກວດກາປະເມີນຜົນໂຄງການລົງທຶນຂອງລັດ ແລະຕ່າງປະເທດໃຫ້ມີຄວາມໂປ່ງໃສໃນທົ່ວເມືອງມີການລົງທຶນຂອງລັດ 19 ໂຄງການມູນຄ່າ 55 ຕື້ກວ່າກີບ, ທຶນຊ່ວຍເຫຼືອລ້າລວມມີ 9 ໂຄງການ, ມີມູນຄ່າ 4.257 ລ້ານກີບ, ທຶນຈໍານວນດັ່ງກ່າວແມ່ນໄດ້ນໍາໃຊ້ເຂົ້າໃນ 3 ຂະແໜງການຄື: ຂະແໜງ ຍທຂ, ຂະແໜງກະສິກໍາ ແລະຂະແໜງສາທາ,  ດ້ານການຈັດເກັບລາຍຮັບເຂົ້າງົບປະ ມານໄດ້ທັງໝົດ 999 ລ້ານກວ່າກີບ ທຽບໃສ່ປີຜ່ານມາປະຕິບັດໄດ້ 44,87%, ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນວຽກຂົງເຂດປົກປ້ອງກົດໝາຍ, ວຽກງານຂົງເຂດພັກພະນັກງານ,ວຽກງານອົງການຈັດຕັ້ງມະຫາຊົນ ແລະວຽກງານຂົງເຂດວັດທະນະທໍາ-ສັງຄົມເປັນຕົ້ນວຽກງານສຶກສາ-ກີລາ, ວຽກງານສາທາລະນະສຸກ, ວຽກງານຖະແຫຼງຂ່າວ,ວັດທະນະທໍາ-ທ່ອງທ່ຽວ; ຄຽງຄູ່ກັບຜົນງານ ແລະຜົນສໍາເລັດທີ່ກ່າວມານັ້ນເຫັນວ່າເມືອງສະໝ້ວຍກໍໄດ້ຮັບຜົນກະທົບຫຼາຍດ້ານເປັນຕົ້ນ: ບັນຫາການລະບາດຂອງເຊື້ອພະຍາດໂຄວິດ- 19, ຖືກຜົນກະທົບຈາກໄພທໍາມະຊາດເກີດມີນໍ້າຖ້ວມ, ດິນເຈື່ອນ, ພື້ນຖານໂຄງລ່າງຖືກເປ່ເພ ແລະ ເສຍຫາຍ, ມີກຸ່ມຄົນບໍ່ດີຕົວະຍົວະປັ່ນປ່ວນທາງດ້ານແນວຄິດຂອງປະຊາຊົນແຕ່ດ້ວຍຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນໄດ້ນໍາພາທົ່ວພັກ-ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຊາວເມືອງສະໝ້ວຍບຸກບືນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ.

 ນອກນັ້ນທິດທາງແຜນການ 3 ເດືອນທ້າຍປີ 2020 ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນໃນທົ່ວເມືອງເດັດດ່ຽວແກ້ ໄຂປາກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຊຸກຍູ້ຂະບວນການຜະລິດຕ່າງໆໃຫ້ໄດ້ຮັບສະມັດຕະພາບສູງຂຶ້ນ, ເອົາໃຈໃສ່ກວດກາຕິດຕາມການກໍ່ສ້າງພື້ນຖານໂຄງລ່າງ, ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະ ມານໃຫ້ບັນລຸຄາດໝາຍ, ຄຸ້ມຄອງລາຍຈ່າຍໃຫ້ເຂົ້າສູ່ລະບົບ ແລະກົດໝາຍຂອງການເງິນງົບປະມານເທື່ອລະກ້າວ, ພ້ອມທັງສືບຕໍ່ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນເມືອງຢ່າງເຂັ້ມງວດມີການຈັດວາງແພດໝໍ, ກໍາລັງປກສ-ປກຊ ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ເວນຍາມ, ກວດກາຄົນເຂົ້າອອກເມືອງຢ່າງເຂັ້ມງວດ.

  ພ້ອມດຽວກັນນີ້ຄະນະພັກໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ VIII ຂອງອົງຄະນະພັກເມືອງລົງສູ່ຮາກຖານຈຸດສຸມບ້ານຢ່າງຕໍ່ເນື່ອງຕິດພັນກັບວຽກງານໂຄສະນາຕິດປ້າຍຢາຍຄໍາຂວັນລຽບຕາມເສັ້ນທາງ ແລະຈຸດສຸມບ້ານຕ່າງໆ, ເພື່ອເປັນການປະດັບປະດາຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.

  ຈາກນັ້ນທີ່ປະຊຸມກໍໄດ້ມີການປະດັບຫຼຽນກາທີ່ລະນຶກ 70 ປີ ຂອງແນວລາວສ້າງຊາດ ແລະມອບໃບຍ້ອງຍໍຈາກສູນກາງ, ປະດັບຫຼຽນກາແຮງງານຊັ້ນ II-III ມອບໂດຍທ່ານ ສີເຮັງ ຫອມສົມບັດ.

---------

ຂຽນໂດຍ: ກິນດາວັນ ອ້ວນນາຄູ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ