ຄຳພູມ ເຄພີ ໝໍ້ໜຶ້ງເຂົ້າໜຽວໄຟຟ້າຮ່ວມຍົກຍອດຊໍ່ຟ້າ ວັດສ້າງໃສ

  ບໍລິສັດ ຄຳພູມ ເຄພີ ໝໍ້ໜຶ້ງເຂົ້າໜຽວໄຟຟ້າ ເປັນເຄື່ອງມືທີ່ທັນສະໄໝບອກເລີຍວ່າເໝາະກັບແມ່ຄົວພໍ່ຄົວຍຸກໃໝ່ບໍ່ຄວນພາດທີ່ສາມາດເຮັດໜຶ້ງເຂົ້າ, ຄົວກິນໃນໝໍ້ດຽວທີ່ສຳຄັນປະຍັດໄຟເຮັດປະຈຸບັນເປັນທີ່ຍ້ອມຮັບສັງຄົມທົ່ວປະເທດ.

  ເມື່ອທ້າຍອາທິດຜ່ານມາທາງບໍລິສັດຮ່ວມກັບຍາດພີນ້ອງໝູ່ຄູ່ໄດ້ໄປຮ່ວມບຸນຜ້າປ່າສາມັກຄີຍົກຍອດຊໍ່ຟ້າ ແລະບຸນພະຫາຍເຂົ້າເບືອກເຂົ້າສານຊຶ່ງງານດັ່ງກ່າວໂດຍມີ ການຮ່ວມມືຄະນະພຣະອາຈານດວງຈະເລີນການຈັດຕັ້ງບ້ານປະຊາຊົນທີ່ເຄີຍປະຕິບັດກັນມາຕົກລົງເປັນເອກະພາບກັນຈັດຂຶ້ນ. ຊຶ່ງໃນງານແມ່ນມ່ວນຊົນຢູ່ໃກ້ ແລະ ໄກມາຮ່ວມບຸນນັບຫຼາຍພັນຄົນວັນທີ 13ເປັນມືຕັ້ງບຸນແຜ່ເຂົ້າເປືອກ-ເຂົ້າສານຕອນບ່າຍມີພີທີ່ບວດພຣະ, ວັນທີ14 ພິທີແຮ່ຕົ້ນຜ້າປ່າຍອດຊໍ້ຟ້າຂຶ້ນຫຼັງຄາປະຕູໂຂງ ແລະ ວັນທີ 15 ໃສ່ບາດສູ່ຂວັນເຂົ້າຖວາຍເຂົ້າເປືອກ-ເຂົ້າສານເຄື່ອງໃຊ້ຕ່າງໆ.