ຖະແຫຼງຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ

  ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 15 ພະຈິກ 2020 ທີ່ຫໍປະຊຸມແຫ່ງ ຊາດ, ກ່ຽວກັບຜົນສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ (ແບບທາງໄກ) ໃນລະຫວ່າງວັນທີ 12 15 ພະຈິກ 2020 ຊຶ່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າຮ່ວມດ້ວຍຜົນສຳເລັດສູງ ແລະມີບົດບາດສໍາຄັນຍິ່ງ, ວ່າ:

​  ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງພາຍໃຕ້ການເປັນປະທານຂອງ ສສ.ຫວຽດນາມ, ໂດຍ ມີ 16 ກອງປະຊຸມລະດັບສຸດຍອດ ຄືກອງປະຊຸມລະດັບສຸດຍອດໃນຂອບອາຊຽນ 14 ກອງປະຊຸມ, ໃນຂອບແມ່ນໍ້າຂອງມີ 2 ກອງປະຊຸມກໍຄືກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ແລະກອງປະຊຸມສຸດຍອດແມ່ນນໍ້າຂອງ-ສ.ເກົາຫຼີ. ນອກນີ້, ຍັງມີ 5 ກິດຈະກຳປິ່ນອ້ອມ.

​  ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຜູ້ນຳຂອງບັນດາປະເທດອາຊຽນກໍຄືຄູ່ຮ່ວມເຈລະຈາໄດ້ຮັບຮອງ ແລະ ຮັບຊາບເອກະສານຜົນກອງປະຊຸມຫຼາຍກວ່າ 80 ສະບັບ ຊຶ່ງເປັນຈໍານວນຫຼາຍທີ່ສຸດຕັ້ງແຕ່ມີການຈັດກອງປະຊຸມສຸດຍອດອາຊຽນທີ່ຜ່ານມາ. ກອງປະຊຸມຍັງໄດ້ຍົກເອົາຫຼາຍບັນຫາຂຶ້ນມາປຶກສາຫາລືໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມອາຊຽນໃນໄລຍະຜ່ານມາກໍຄືໄລຍະ 1 ປີ ພາຍໃຕ້ການເປັນປະທານຂອງ ສສ.ຫວຽດນາມ. ນອກນັ້ນ, ຜູ້ນໍາຂອງບັນດາປະເທດອາຊຽນ ແລະ ປະເທດຄູ່ເຈລະຈາກໍໄດ້ມີການປຶກສາຫາລືການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງອາຊຽນກັບປະເທດຄູ່ເຈລະຈາຕ່າງໆຊຶ່ງຜູ້ນໍາອາຊຽນກໍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືໃນຕະຫຼອດໄລຍະທີ່ຜ່ານມາ.
​   ບັນຫາທີ່ພົ້ນເດັ່ນໃນການກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງຊຶ່ງຕະຫຼອດໄລຍະ 1 ປີ ຂອງການເປັນປະທານອາຊຽນ ຂອງ ສສ.ຫວຽດນາມ, ເຖິງແມ່ນມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ອາຊຽນຫັນປ່ຽນຈາກການຈັດກອງປະຊຸມແບບເຊິ່ງໜ້າ ມາເປັນແບບທາງໄກ, ແຕ່ອາຊຽນກໍໄດ້ສືບຕໍ່ຮັດແໜ້ນຄວາມເປັນແກນກາງ, ຄວາມສາມັກຄີເປັນປຶກແຜ່ນ, ໂດຍສະເພາະໃນການສະກັດກັ້ນ, ຄວບຄຸມ, ແກ້ໄຂ ແລະຟື້ນຟູຜົນກະທົບຈາກພະຍາດໂຄວິດ-19 ກໍຄືຜົນກະທົບຈາກໄພພິບັດທາງທໍາມະຊາດຄື:

 1). ການຮັບມືກັບພະຍາດໂຄວິດ-19 ແລະການຟື້ນຟູເສດຖະກິດຫຼັງໂຄວິດ-19: ອາຊຽນ ໄດ້ສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງ (1 > ບັນດາປະເທດຄູ່ເຈລະຈາໄດ້ປະກອບສ່ວນທຶນຮອນໃສ່ກອງທຶນດັ່ງກ່າວເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ແລະອິນເດຍໄດ້ປະກອບສ່ວນເງິນປະເທດລະ 1 ລ້ານໂດລາສະຫະລັດ; ອົດສະຕຣາລີປະກອບສ່ວນ 1 ລ້ານໂດລາອົດສະຕຣາລີ; ນິວຊີແລນປະກອບສ່ວນ 1 ລ້ານໂດລານິວຊີແລນ; ຂອບການຮ່ວມມືອາຊຽນບວກສາມປະກອບສ່ວນ 10% ຈາກຈໍານວນທຶນຂອງກອງທຶນຮ່ວມມືອາຊຽນບວກສາມ. ສ່ວນພາຍໃນອາຊຽນ, ຫວຽດນາມສິງກະໂປ ແລະ ໄທປະກອບສ່ວນປະເທດລະ 100,000 ໂດລາສະຫະລັດ. ນອກນັ້ນ, ບັນດາປະເທດຄູ່ເຈລະຈາເປັນຕົ້ນ: ສປ ຈີນ ໄດ້ປະກອບສ່ວນ 5 ລ້ານໂດລາສະຫະລັດເພື່ອສະຫນັບສະຫນູນໂຄງການຮ່ວມມືດ້ານສາທະນະສຸກອາຊຽນ-ຈີນ: ອົດສະຕາລີ ປະກອບສ່ວນຈໍານວນ 21 ລ້ານໂດລາອົດສະຕຣາລີ ເຂົ້າໃນສູນຂະແຫນງສາທາລະນະສຸກ ແລະ ພະຍາດລະບາດອາຊຽນ; 500 ລ້ານໂດລາອົດສະຕຣາລີສໍາລັບການເຂົ້າເຖິງວັກແຊັງໂຄວິດ-19 ຫຼື ໂຄງການ ໂຄແວັກ ຂອງບັນດາປະເທດອາຊີ-ປາຊີຟິກ ລວມທັງອາຊຽນ. ອາຊຽນໄດ້ປະກາດສ້າງຕັ້ງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສໍາລັບພາວະສຸກເສີນສາທາລະນະສຸກພາກພື້ນອາຊຽນ, ຊຶ່ງຈະເຮັດໃຫ້ອາຊຽນກໍຄື ສປປ ລາວ ມີຄວາມພ້ອມໃນການຮັບມືກັບສິ່ງທ້າທ້າຍທີ່ເກີດຈາກພະຍາດລະບາດໃນອະນາຄົດ, ໃນນີ້, ຫວຽດນາມໄດ້ປະກາດຈະປະກອບສ່ວນ 5 ລ້ານໂດລາສະຫະລັດ. ສ້າງຕັ້ງສູນສາທາລະນະສຸກສຸກເສີນ ແລະພະຍາດລະບາດພາກພື້ນອາຊຽນ, ໂດຍແມ່ນຢີ່ປຸ່ນປະກອບສ່ວນທຶນມູນຄ່າ 50 ລ້ານໂດລາສະຫະລັດ, ເຊິ່ງກອງປະຊຸມສຸດຍອດຄັ້ງນີ້ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ ແລະຄືໄດ້ກ່າວເຖິງຂ້າງເທິງ, ອົດສະຕຣາລີໄດ້ປະກອບສ່ວນທຶນຈໍາ ນວນ 21 ລ້ານໂດລາອົດສະຕຣາລີ ເຂົ້າໃນວຽກຄຸ້ມຄອງ-ບໍລິຫານ ສູນດັ່ງກ່າວ.

2) ອາຊຽນຍັງໄດ້ປະກາດເປັນທາງການເລີ່ມການທົບທວນກາງສະໄຫມແຜນແມ່ບົດວິໄສທັດປະຊາຄົມອາຊຽນ 2025; ປະກາດເປັນທາງການ ແຜນຟື້ນຟູຮອບຕ້ານອາຊຽນ ແລະແຜນຈັດຕັ້ງປະຕິບັດ ແລະການສ້າງຂອງທາງໄປມາຫາສູ່ກັນ (travel corridor) ແລະມອບຫມາຍໃຫ້ຂະແຫນງການກ່ຽວຂ້ອງນໍາໄປຜັນຂະຫຍາຍໃຫ້ເປັນຮູບປະທໍາ.

3) ດ້ານເສດຖະກິດ: ໄດ້ເນັ້ນໃສ່ການຮ່ວມມືເພື່ອຫັນໄປເປັນດີຈີຕອນ ແລະເສດຖະກິດດິຈິຕອນເທື່ອລະກ້າວໂດຍສະເພາະສຸມໃສ່ການຍົກລະດັບ MSMEsໃຫ້ສາມາດດໍາເນີນທຸລະກິດທາງອອນລາຍໄດ້ ແລະການພັດທະນາຕົວເມືອງອັດສະລິຍະອາຊຽນ; ໄດ້ລົງນາມໃນສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼືອາເຊັບ (ມີ 15 ປະເທດຄື: 10 ປະເທດອາຊຽນ ແລະ 5 ປະເທດຄູ່ເຈລະຈາ ມີ: ອົດສະຕຣາລີ, ສປ.ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວຊີແລນ); ເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ກວມເອົາເກືອບ 1/3 ຂອງ GDP ໂລກ, ເຊິ່ງມີ GDP ທັງຫມົດ 24.669 ຕື້ໂດລາສະຫະລັດ ຫຼື ປະມານ 30% ຂອງຂະຫນາດເສດຖະກິດໂລກ, ມີມູນຄ່າການຄ້າກວມ 27,1 % ຂອງການຄ້າໂລກ, ມູນຄ່າການລົງທຶນ 29,3% ຂອງການລົງທຶນ | ໂລກ ແລະມີປະຊາກອນລວມກັນ 2,249 ລ້ານຄົນ.

4) ການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ໂດຍສະເພາະການສົ່ງເສີມການໄປມາລະຫວ່າງ ປະຊາຊົນ ກັບ ປະຊາຊົນດ້ວຍການສະໜອງທຶນການສຶກສາໄລຍະສັ້ນ-ໄລ ຍະຍາວ, ພາສາອັງກິດ, ການຝຶກອົບຮົມວິຊາຊີບ (TVET) ແລະອື່ນໆ.

5) ສໍາລັບບັນຫາພາກພື້ນ ແລະສາກົນກໍມີການປຶກສາຫາລືບາງບັນຫາເປັນຕົ້ນບັນຫາທະເລຈີນໃຕ້, ແຫຼມເກົາຫຼີ,ຂໍ້ຂັດແຍ່ງທາງດ້ານການຄ້າ,ການຮ່ວມມືໃນຂອບອິນໂດ-ປາຊີຟິກ ແລະອື່ນໆ.

6) ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ກໍໄດ້ມີກອງປະຊຸມສຸດຍອດຜູ້ນໍາແມ່ຍິງອາຊຽນຈັດຂຶ້ນເປັນຄັ້ງທໍາອິດໂດຍມີບັນດາຜູ້ນໍາອາຊຽນ, ຕາງຫນ້າຜູ້ນໍາຍິງອາຊຽນ ແລະອື່ນໆເຂົ້າຮ່ວມ. ສໍາລັບຕາງຫນ້າຜູ້ນໍາແມ່ຍິງລາວແມ່ນພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ.

  ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້ກໍ່ໄດ້ຮັບຮອງ ແລະຮັບຊາບເອກະສານຜົນກອງປະຊຸມກວ່າ 80 ສະບັບໃນນັ້ນ, ມີເອກະສານທີ່ສໍາຄັນຄື: (1). ຖະແຫຼງການຮ່າໂນ້ຍ ວ່າດ້ວຍປະຊາຄົມອາຊຽນຫຼັງປີ 2025; (2). ຖະແຫຼງການຮ່າໂນ້ຍວ່າດ້ວຍການຮັບຮອງເອົາຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ IV (2021-2025); (3). ຖະແຫຼງການອາຊຽນວ່າດ້ວຍຂໍ້ຕົກລົງໃນການສ້າງແລ້ວການເດີນທາງໃນອາຊຽນ; (4). ຖະແຫຼງການອາຊຽນ ວ່າດ້ວຍການທ່ອງທ່ຽວໃນຮູບແບບດີຈີຕອນ; (5). ຖະແຫຼງການຮ່າໂນ້ຍວ່າດ້ວຍການສ້າງຄວາມເຂັ້ມແຂງວຽກງານສັງຄົມສົງເຄາະເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ເຂັ້ມແຂງ ແລະຕອບສະຫນອງຕໍ່ສະພາບການ. ນອກນັ້ນ, ກໍໄດ້ຮັບຮອງເອົາບັນດາແຜນປະຕິບັດງານສະບັບໃຫມ່ເພື່ອປ່ຽນແທນສະບັບເກົ່າລະຫວ່າງອາຊຽນກັບແຕ່ລະຄູ່ເຈລະຈາສໍາລັບສົກປີ 2021-2025.

 ສໍາລັບ ສປປ ລາວ, ພະນະທ່ານນາຍົກລັດຖະມົນຕີໄດ້ສະເຫນີຊຸກຍູ້ໃຫ້ອາຊຽນສືບຕໍ່ເລັ່ງຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ລວມທັງການສືບຕໍ່ຮ່ວມມືກັນຄົ້ນຄວ້າ ແລະ ພັດທະນາຜະລິດຢາປິ່ນປົວພະຍາດໂຄວິດກໍຄືຢາວັກແຊັງໃຫ້ໄດ້ໂດຍໄວສືບຕໍ່ຊຸກຍູ້ການເຮັດວຽກຮ່ວມກັນແນໃສ່ສົ່ງເສີມເສດຖະກິດພາຍໃນອາຊຽນການສະຫນອງແບບຕ່ອງໂສ້ດ້ານການຄ້າ, ການສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ຈຸລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (MSMEs) ໂດຍສະເພາະການເຂົ້າເຖິງແຫຼ່ງທຶນ ແລະເຕັກໂນໂລຊີທີ່ທັນສະໄຫມເພື່ອສາມາດຂັບເຄື່ອນທຸລະກິດ ແລະການຜະລິດສິນຄ້າໄດ້ຢ່າງເຕັມສ່ວນລວມທັງຫັນໄປສູ່ການເປັນດີຈີຕອນ ແລະຟື້ນຟູການສະຫນອງແບບຕ່ອງໂສ້ດ້ານການເຊື່ອມຈອດ ແລະການຄົມມະນາຄົມຂົນສົ່ງທາງບົກ, ທາງນໍ້າ ແລະ ທາງອາກາດ,ລວມທັງການບໍລິການ ແລະການສະຫນອງສິນຄ້າອຸປະໂພກ ແລະບໍລິໂພກ, ການສຶກສາກໍຄືການສ້າງຂີດຄວາມສາມາດເພື່ອກຽມພ້ອມໃຫ້ແກ່ການຫັນໄປສູ່ຍຸກດີຈີຕອນ.

   ໃນພິທີປິດກອງປະຊຸມດັ່ງກ່າວ, ກໍໄດ້ມີພິທີມອບ-ຮັບ ການເປັນປະທານອາຊຽນລະຫວ່າງ ສສ.ຫວຽດນາມ ໃຫ້ແກ່ບຣູໄນ ສໍາລັບປີ 2021 ພາຍໃຕ້ຄໍາຂັວນ: “WE CARE–WE PREPARE–WE PROSPER” ຫຼື “ພວກເຮົາຫວ່ງໃຍ-ພວກເຮົາກຽມພ້ອມ-ພວກເຮົາພ້ອມກັນຈະເລີນ”.

---------------

(ຂ່າວ-ພາບ: ສຸກສະຫວັນ )

ໜັງສືພິມເສດຖະກິດ-ສັງຄົມ