ບໍລິສັດນໍ້າຕານອ້ອຍ ທີທີຊີ ຝຶກການສະກັດກັ້ນ ແລະຕ້ານອັກຄີໄພ

  ໂດຍປະຕິບັດຕາມບົດບັນທຶກລະຫວ່າງເຈົ້າໜ້າທີ່ພະແນກການສະກັດກັ້ນ ແລະຕ້ານອັກຄີໄພ ປກສ ແຂວງອັດຕະປື ກັບບໍລິສັດນໍ້າຕານອ້ອຍ TTC ອັດຕະປືຈຳກັດຜູ້ດຽວກ່ຽວກັບການຝຶກອົບຮົມວຽກງານກັນສະກັດກັ້ນ ແລະຕ້ານອັກຄີໄພ.

  ດັ່ງນັ້ນມາໃນວັນທີ 11 ພະຈິກ 2020 ຈຶ່ງໄດ້ຈັດພິທີຝຶກອົບຮົມວຽກງານດັ່ງກ່າວຂຶ້ນທີ່ບໍລິສັດ ນໍ້າຕານອ້ອຍ TTC ເຂດບ້ານນາເຊືອກ ເມືອງພູວົງ ແຂວງອັດຕະປືໂດຍການເຂົ້າຮ່ວມຂອງທ່ານ ຟາມວັນຕຸງ ຕາງໜ້າບໍລິສັດນໍ້າຕານອ້ອຍ,ມີທ່ານ ພັຕ ແສງຈັນ ນິນວົງສັກຮອງພະແນກສະກັດກັ້ນຕ້ານອັກຄີໄພ ປກສ ແຂວງ, ມີພະ ນັກງານເຈົ້າໜ້າທີ່ວິຊາສະເພາະມອດໄຟ, ພະນັກງານ ແລະນັກສຳມະນາກອນພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມ.

  ທ່ານ ພັຕ ແສງຈັນ ນິນວົງສັກ ໄດ້ຂຶ້ນບັນລະຍາຍເອກະສານກ່ຽວກັບຄຸນປະໂຫຍດ ແລະຜົນຮ້າຍຂອງໄພຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດເວົ້າລວມ, ເວົ້າສະເພາະຕໍ່ການນໍາໃຊ້ເຂົ້າໃນອຸດສາຫະກຳ, ໂຮງຈັກ, ໂຮງງານພາຍໃນບໍລິສັດ, ເພາະວ່າ ໄຟມີທັງຄຸນປະໂຫຍດ ແລະໂທດ, ເມືອໄດ້ເກີດອັກຄີໄພແລ້ວເຮັດໃຫ້ມີຜົນເສຍຫາຍຢ່າງມະຫາສານລວມທັງວັດຖຸ, ຊີວິດ, ຈິດໃຈສະນັ້ນທ່ານກໍ່ໄດ້ເນັ້ນໜັກຕື່ມເລື່ອງວິທີການປ້ອງກັນເພື່ອບໍ່ໃຫ້ເກີດບັນຫາອັກຄີໄພ, ຮຽກຮ້ອງໃຫ້ທຸກຄົນ ແລະໜ່ວຍງານທີ່ກ່ຽວຂ້ອງພາຍໃນບໍລິສັດຈົ່ງມີສະຕິໃນການກວດກາສາຍໄຟ,ໃສ່ເຄື່ອງກັນຟ້າຜ່າ, ກວດກາກົງເຕີໄຟ, ກະດານໄຟ, ຖ້າເກົ່າແລ້ວໃຫ້ປ່ຽນໃໝ່ນອກນັ້ນກ່ອນຈະອອກຈາກບ່ອນເຮັດວຽກແມ່ນໃຫ້ປິດ ແລະ ຖອດປັກສຽບໄຟຢ່າງລະອຽດກ່ອນ, ເພື່ອຄວາມຮັບປະກັນບໍ່ໃຫ້ເກີດບັນຫາດັ່ງກ່າວຈາກນັ້ນເຈົ້າໜ້າທີ່ວິຊາສະ ເພາະມອດໄຟພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ອະທິບາຍ ແລະ ສາທິດວິທີ ການນຳໃຊ້ບັ້ງດັບເພີງ, ການນຳໃຊ້ບັ້ງອົກຊີ, ການນຳໃຊ້ແກສຫຸງຕົ້ມ,ການຊ່ວຍເຫຼືອຂັ້ນເບື້ອງຕົ້ນຕໍ່ຄົນເຈັບໃນເວລາເກີດອັກຄີໄພວິທີການມອດໄຟ, ພ້ອມທັງໃຫ້ພະນັກງານ ແລະນັກສຳມະນາກອນພາຍໃນບໍລິສັດຝຶກແອບຕົວຈິງໂດຍການຕິດຕາມຢ່າງໃກ້ຊິດຂອງເຈົ້າໜ້າທີ່ເພື່ອຮັບປະກັນຄວາມປອດໄພ.

  ຕອນທ້າຍເຈົ້າໜ້າທີ່ພະແນກສະກັດກັ້ນ ແລະຕ້ານອັກຄີໄຟ ປກສ ແຂວງອັດຕະປື ໄດ້ມອບໃບຢັ້ງຢືນໃຫ້ບໍລິສັດນໍ້າຕານອ້ອຍ TTC ແຂວງອັດຕະປື ຈຳກັດຜູ້ດຽວເພື່ອເປັນການຢັ້ງຢືນໃນການສຳເລັດການຝຶກອົບຮົມວຽກງານດັ່ງກ່າວ.

--------

ຂຽນໂດຍ: ຄຳວິໄລ ໄຊຍະບຸນລີ

ຮູບພາບໜັງສືພິມເສດຖະກິດ-ສັງຄົ