ກະຕະ ຮ້ານເພັດ ໃສ່ໃຈຄຸນນະພາບສິນຄ້າທັນສະໄໝສັງຄົມຍອມຮັບ

   ຮ້ານເພັດ ກະຕະ ອີກໜຶ່ງຮ້ານເພັດທີ່ມີປະສົບການເລື່ອງເພັດມາຫຼາຍປີໂດຍເນັ້ນຈຸດຂາຍຫົວໃຈຫຼັກຄຸນນະພາບມາດຖານຊື້ຂາຍ ແລະການພັດທະນາສິນຄ້າ, ອອກແບບທັນສະໄໝຊຶ່ງເຮັດໃຫ້ສັງຄົມໃຫ້ຄວາມເຊື່ອໝັ້ນຕະຫຼອດມາໂດຍສະເພາະກຸ່ມຄູ່ບ່າວສາວ.

  ທ່ານ ຈັນແສງ ຊົ່ງ ເຈົ້າຂອງຮ້ານ ເພັດກະຕະ ຈິວເວີລີ້ ໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມວ່າ: ຮ້ານແມ່ນເລີ່ມເປີດໃຫ້ບໍລິການ 5 ປີ ຊຶ່ງແຮງບັນດາໃຈອັນຫຼັກໆແມ່ນເຫັນວ່າໃນເມື່ອກ່ອນຍ້ອນຄົນລາວເຮົາບໍ່ສາມາດເຂົ້າເຖິງເພັດໄດ້ເພາະເປັນສິນຄ້າທີ່ມີລາຄາແພງ ແລະການບໍລິການກໍບໍ່ທົ່ວເຖິງດັ່ງນັ້ນ, ຊຶ່ງມີຄວາມຄິດວ່ານີ້ອາດຈະເປັນໂອກາດດີອັນໜຶ່ງໃນການລົງທຶນດ້ານເພັດພອຍ ແລະສົ່ງເສີມດ້ານຂໍ້ມູນ-ຂ່າວສານໄປຄຽງຄູ່ກັນເພື່ອໃຫ້ລູກຄ້າສາມາດເຂົ້າເຖິງໄດ້ງ່າຍຂຶ້ນລວມເຖິງກຸ່ມ ລູກຄ້າທີ່ເປັນໄວໜຸ່ມເພາະໃນເມື່ອກ່ອນເຫັນວ່າຄົນທີ່ຈະສາມາດຊື້ເພັດມາໃສ່ ຫຼື ເກັບອອມໄດ້ຕ້ອງເປັນກຸ່ມຄົນທີ່ມີລາຍຮັບປານກາງຂຶ້ນໄປທີ່ມີອາຍຸຂ້ອນຂ້າງສູງໃນລະດັບໜຶ່ງແຕ່ກຸ່ມໄວໜຸ່ມຊໍ້າພັດບໍ່ສາມາດເຂົ້າເຖິງໄດ້ກໍເລີຍເປັນເຫດຜົນໃນການຕັດສິນໃຈດຳເນີນທຸລະກິດດ້ານນີ້ເພື່ອແນໃສ່ເຮັດໃຫ້ໄວໜຸ່ມໄດ້ສຳຜັດກັບເພັດແທ້ດ້ວຍລາຄາທີ່ສາ ມາດທີ່ສົມເຫດສົມຜົນ ແລະອອກແບບທີ່ມີຄວາມທັນສະໄໝໂດຍທີມງານທີ່ມີປະສົບການຫຼາຍປີເຂົ້າມາໃຫ້ຄຳປຶກສາເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າ.

   ສ່ວນດ້ານການບໍລິຫານນັ້ນທາງຮ້ານໄດ້ເນັ້ນຄວາມເປັນກັນເອງເພື່ອໃຫ້ລູກຄ້າທີ່ມາໃຊ້ບໍລິການສາມາດເລືອກຊົມສິນຄ້າໄດ້ຕາມສະບາຍໃຈ ແລະທົດລອງໃສ່ໄດ້ເພາະລູກຄ້າບາງຄົນຄິດວ່າສິນຄ້າມີລາຄາແພງຈົນບໍ່ກ້າສຳຜັດ ແລະ ທົດລອງໂດຍຈຸດເດັ່ນຂອງຜະລິດຕະພັນທີ່ຫຼາຍໆຄົນບອກຕໍ່ກັນແມ່ນຄຸນນະພາບຂອງເພັດເພາະທາງຮ້ານໄດ້ເລືອກເພັດທີ່ມີການເຈຍລະໄນທີ່ດີ, ມີສີງົດງາມໃສ່ແລ້ວເບິ່ງຄືຂອງທີ່ມີລາຄາແພງເໜືອກວ່າສິນຄ້າ.

 ຄຽງຄູ່ກັນນັ້ນ,ເຮົາຍັງໃສ່ໃຈເລື່ອງການອອກແບບທີ່ມີຄວາມທັນສະໄໝຕາມຍຸກ ແລະມີການພັດທະນາໃໝ່ຢູ່ຕະຫຼອດເວລາແບບບໍ່ໃຫ້ຊໍ້າໃຜ”. ຫຼາຍຢ່າງເຊັ່ນຫວນເພັດ,ຕຸ້ມຫູເພັດ,ຈີ້ເພັດ,ສາຍແຂນເພັດ, ຄຳອີຕາລີ, ຊຸດເພັດອອກງານ ແລະອື່ນໆ ໂດຍສິນຄ້າທີ່ໄດ້ຂາຍດີທີ່ສຸດແມ່ນແຫວນເພັດຊຶ່ງມີລາຄາບໍ່ແພງເລີ່ມຕົ້ນທີ່ 1 ລ້ານກວ່າກີບຂຶ້ນໄປ.

   ສຳລັບຮ້ານດັ່ງກ່າວຕັ້ງຢູ່ວຽງຈັນເຊັນເຕີຊັ້ນ 1 ນະຄອນຫຼວງວຽງຈັນ ໝາຍເລກໂທລະສັບ 020 54556699 ຫຼື 020 98587373.