ກຸ່ມທະນາຄານອາເຮັສບີ ແຕ່ງຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່

  ກຸ່ມທະນາຄານອາເຮັສບີ ທີ່ນະຄອນກົວລາລຳເປີ ມີຄວາມຍິນດີແຈ້ງໃຫ້ຊາບກ່ຽວກັບການແຕ່ງຕັ້ງທ່ານ ແຟຣັງກີ້ ຈຸງ ຊຽງ ເຮັງ ເປັນຜູ້ອຳນວຍການໃຫຍ່ຂອງທະນາ ຄານ ອາເຮັສບີ ລາວຈຳກັດ ມີຜົນນັບແຕ່ວັນທີ 1 ພະຈິກ 2020.

   ທ່ານ ແຟຣັງກີ້ ຈຸງ ຊຽງ ເຮັງ ມີປະສົບການໃນການເຮັດວຽກທະນາຄານຫຼາຍກວ່າ 30 ປີ ໂດຍສະເພາະໃນການຄຸ້ມຄອງບໍລິຫານບັນດາສາຂາ ແລະການດຳເນີນງານດ້ານການທະນາຄານຕ່າງໆ, ກ່ອນທີ່ຈະມີການແຕ່ງຕັ້ງຄັ້ງນີ້, ເພີ່ນໄດ້ຮັບໜ້າທີ່ເປັນຮອງຜູ້ອຳນວຍການໃຫຍ່ຂອງທະນາຄານອາເຮັສບີລາວ ຈຳກັດ ນັບແຕ່ວັນທີ 1 ກຸມພາ 2020, ກ່ອນໜ້າທີ່ຈະມາປະຈຳຢູ່ ສປປ ລາວ, ທ່ານ ແຟຣັງກີ້ ເຄີຍເປັນຜູ້ຈັດການສາຂາປະຈຳພາກເໜືອຂອງປະເທດມາເລເຊຍນັບແຕ່ວັນທີ 1 ຕຸລາ 2015.

  ທ່ານ ແຟຣັງກີ້ ຈຸງ ຊຽງ ເຮັງ ມາຮັບໜ້າທີ່ແທນທ່ານ ແດນນີ້ ລິງຈີຮຽນ ຊຶ່ງ ທ່ານ ແດນນີ້ ກໍ່ຈະໄປຮັບໜ້າທີ່ໃໝ່ໃນກຸ່ມທະນາຄານລາຍຍ່ອຍໃນປະເທດມາເລເຊຍ, ດ້ານການສຶກສາທ່ານ ແຟຣັງກີ້ ໄດ້ຮັບປະລິນຍາໂທດ້ານບໍລິຫານທຸລະກິດຈາກມະຫາວິທະຍາໄລຢູທາຣາ ມາເລເຊຍ ແລະປະລິນຍາຕີດ້ານຈິດຕະວິທະຍາຈາກມະຫາວິທະຍາໄລ ເຄບາງຊານ ມາເລເຊຍ, ເພີ່ນມີໃບອະນຸຍາດເປັນນັກວາງແຜນການເງິນພາຍໃຕ້ການຄຸ້ມຄອງຂອງສະມາຄົມວາງແຜນການເງິນມາເລເຊຍ ແລະໃບປະກາດຜູ້ບໍລິຫານສິນເຊື່ອພາຍໃຕ້ສະຖາບັນການທະນາຄານອາຊີ.

  ກຸ່ມທະນາຄານ ອາເຮັສບີ ເປັນກຸ່ມທີ່ໃຫ້ການບໍລິການທາງດ້ານການເງິນຢ່າງເຕັມຮູບແບບທີ່ໃຫຍ່ທີ່ສຸດເປັນອັນດັບສີ່ໃນມາເລເຊຍ, ບັນດາທຸລະກິດຫຼັກຂອງກຸ່ມແມ່ນແບ່ງອອກເປັນ 7 ຂົງເຂດສຳຄັນໄດ້ແກ່ກຸ່ມການທະນາຄານທຸລະກິດລາຍຍ່ອຍ, ກຸ່ມທະນາຄານເພື່ອທຸລະກິດ,ກຸ່ມທະນາຄານເພື່ອການລົງທຶນ,ກຸ່ມທະນາຄານອາເຮັສບີ ສິງກະໂປ, ກຸ່ມທະນາຄານທຸລະກິດອິດສະລາມ, ກຸ່ມທຸລະກິດຕ່າງປະເທດ ແລະກຸ່ມທຸລະກິດປະກັນໄພ.

  ກຸ່ມທະນາຄານເພື່ອການລົງທຶນປະກອບມີ: ທະນາຄານເພື່ອການລົງທຶນ ແລະກຸ່ມບໍລິຫານທຶນໃນບັນດາ 7 ຂົງ ເຂດທຸລະກິດຂອງກຸ່ມທະນາຄານອາເຮັສບີໄດ້ດຳເນີນທຸລະກິດຜ່ານບໍລິສັດໃນເຄືອທະນາຄານການລົງທຶນ ອາເຮັສບີ ເບີຮັດ, ທະນາຄານອິດສະລາມ ເບີຮັດ ແລະອາເຮັສບີ ປະກັນໄພ ເບີຮັດ, ໃນຂະນະທີ່ການບໍລິຫານຊັບ ສິນ ແລະຫົວໜ່ວຍສິນເຊື່ອທຸລະກິດນັ້ນແມ່ນຢູ່ພາຍໃຕ້ການບໍລິຫານສິນເຊື່ອອາເຮັສບີ Sdn. Bhd. ແລະການບໍລິຫານສິນເຊື່ອສາກົນ ອາເຮັສບີ ເບີຮັດ, ປະຈຸບັນ ກຸ່ມທະນາຄານ ອາເຮັສບີ ແມ່ນຂະຫຍາຍໄປທົ່ວ 9 ປະເທດໃນພາກພື້ນໂດຍລວມມີ ມາເລເຊຍ,ສິງກະໂປ, ອິນໂດເນເຊຍ, ໄທ, ບຣູໄນ, ກຳປູເຈຍ, ຈີນ, ຫວຽດນາມ, ສປປ ລາວ ແລະມຽນມາ.

  ທະນາຄານອາເຮັສບີໄດ້ດຳເນີນທຸລະກິດໃນ ສປປ ລາວ ມາເປັນເວລາ 6 ປີ, ຫຼັງຈາກເປີດໂຕຄັ້ງທຳອິດຂອງທະນາຄານໃນປີ 2014 ຂອງທະນາຄານອາເຮັສບີລາວ ສາຂາສຳນັກງານໃຫ່ຍຢູ່ ບ້ານໂພນໄຊ ເມືອງໄຊເສດຖາ, ທະນາຄານ ອາເຮັສບີ ລາວໄດ້ສືບຕໍ່ຂະຫຍາຍອີກ 2 ສາຂາຄື: ສາຂາສີຖານເໜືອ ແລະ ສາຂາດົງໂດກໃນປີ 2016 ແລະ2018 ຕາມລຳດັບ.