ເມືອງບາຈຽງ ເປີດສູນບໍລິການຜ່ານປະຕູດຽວ

 ວັນທີ 10 ພະຈິກ 2020 ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຈັດພິທີເປີດສູນບໍລິການຜ່ານປະຕູດຽວຂຶ້ນທີ່ສະໂມສອນຂອງເມືອງພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ມີທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ອໍານວຍ ເຮືອງວົງສາ ຮອງເຈົ້າບາຈຽງຈະເລີນສຸກ, ມີບັນດາທ່ານຫົວໜ້າພະແນກຂອງແຂວງ, ຄະນະບໍລິຫານພັກເມືອງ 9 ຕົວ ເມືອງ 1 ນະຄອນ ແລະເມືອງໃກ້ຄຽງແຂວງສາລະວັນເຂົ້າຮ່ວມ.

 ໃນພິທີໄດ້ຮັບຟັງການຜ່ານບົດລາຍງານໃນການກະກຽມເພື່ອຮອງຮັບໃນການປະກາດສ້າງຕັ້ງສູນບໍລິການຜ່ານປະຕູດຽວຂອງເມືອງບາຈຽງຈະເລີນສຸກໃນໄລຍະຜ່ານມາ ເປັນຕົ້ນ: ຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກວ່າດ້ວຍການເປີດສູນບໍລິການຜ່ານປະຕູດຽວໃນການຈັດຕັ້ງປະຕິບັດ ແລະ ປັບປຸງສູນບໍລິການຜ່ານປະຕູດຽວພາຍໃນເມືອງຈຸດປະສົງແມ່ນເພື່ອເຮັດໃຫ້ການບໍລິຫານລັດຂອງອົງການຈັດຕັ້ງຕ່າງໆ ໃນການປັບປຸງການພົວພັນລະຫວ່າງອົງການບໍລິການກັບປະຊາຊົນໃຫ້ມີການປ່ຽນແປງ ໃໝ່ຢ່າງເລິກເຊິ່ງ,ກວ່າງຂວາງ, ປະສານສົມທົບກັບບັນດາຫ້ອງການທີ່ກ່ຽວຂ້ອງ,ສະໜອງອໍານວຍຄວາມສະດວກ,ວ່ອງໄວໃນການບໍລິການປະຊາຊົນໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນ.

  ໃນພິທີທ່ານ ວິໄລວົງ ບຸດດາຄໍາ ໄດ້ມີຄໍາເຫັນໂອ້ລົມໃນການຈັດຕັ້ງປະຕິບັດຜັນຂະຫຍາຍວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາດ້ວຍຈິດໃຈທະລຸທັງ 4 ດ້ານເພື່ອຄວາມຍືນຍົງກ່ຽວກັບວຽກງານການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວພ້ອມດຽວກັນນັ້ນທ່ານຍັງຮຽກຮ້ອງໃຫ້ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງພ້ອມກັນຕັດສິນໃຈດ້ວຍຄວາມຮັບຜິດຊອບສູງໃນການສຶບຕໍ່ນໍາພາ-ຊີ້ນໍາໃຫ້ຄວາມຮ່ວມມືສະໜັບສະໜູນສ້າງເງື່ອນໄຂອໍານວຍຄວາມສະດວກຕິດພັນກັບການຕິດຕາມກວດກາປະ ເມີນຜົນຢ່າງເປັນປົກຄະຕິ ແລະຕໍ່ເນື່ອງເພື່ອຮັບປະກັນໃນການສ້າງສູນບໍລິການຜ່ານປະຕູດຽວໃຫ້ມີປະສິດທິຜົນສູງສຸດ.

------------

ຂ່າວ: ພູມະນີ. ຮູບພາບໜັງສືພິມເສດຖະກິດ-ສັງຄົມ