ລັດ ກູ້ຢືມທະນາຄານໂລກ 40 ລ້ານໂດລາ ສະໜອງສິນເຊື່ອຟື້ນຟູທຸລະກິດນ້ອຍ-ກາງ

   ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະທະນາຄານໂລກ, ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ, ສະໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (MSMEs) ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ, ພາຍຫຼັງໄດ້ຮັບຜົນກະທົບຈາກວິກິດໂຄວິດ-19.

  ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະ ນາຄານໂລກ ປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ຕາງໜ້າຫ້ອງການກະຊວງການເງິນ, ໂຄງການ, ທະນາຄານໂລກ, ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ.

   ການສະໜັບສະໜູນທຶນດັ່ງກ່າວເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍ ຂອງ ສປປ ລາວ ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຮູບແບບການສະໜອງສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະກາງ (MSMEs) ເພື່ອໃຫ້ຜູ້ປະກອບ
ທຸລະກິດໃນໄລຍະວິກິດພະຍາດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼືລົງທຶນໃນອຸປະກອນໃໝ່ ຫຼືການຂະຫຍາຍໂຮງຈັກໂຮງງານ.

   ການສະໜອງທຶນດັ່ງກ່າວຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ, ຊຶ່ງເປັນການຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະການຄ້າ ແລະບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະກາງທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍອັນເປັນຜົນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ທຸລະກິດຂະ ໜາດນ້ອຍມີຄວາມສໍາຄັນຕໍ່ເສດຖະກິດຂອງ ສປປ ລາວ, ຊຶ່ງປະກອບສ່ວນປະມານ 82 ສ່ວນ ຮ້ອຍເຂົ້າໃນການຈ້າງງານທັງໝົດ, ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການແຜ່ລະບາດພະຍາດໂຄວິດ-19, ວິສາຫະກິດຈໍານວນຫຼາຍໄດ້ປະເຊີນກັບການຫຼຸດລົງຂອງຄວາມຕ້ອງການ ແລະລາຍຮັບຢ່າງໄວວາ ແລະໄປຈົນເຖິງຕ່ອງໂສ້ການຜະລິດກໍ່ຖືກກະທົບເຊັ່ນກັນ, ໃນໄຕມາດທີສອງຂອງປີ 2020 ການທ່ອງທ່ຽວເກືອບບໍ່ມີການເໜັງຕີງ, ການຈໍາກັດການເຄື່ອນໄຫວໄປມາຂອງພົນ ລະເມືອງໃນເດືອນເມສາ ແລະພຶດສະພາເຮັດໃຫ້ຄວາມຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະເຮັດໃຫ້ການຜະລິດຂອງຫຼາຍວິສາຫະກິດຕ້ອງຍຸຕິຊົ່ວຄາວ, ມີຫຼາຍວິສາຫະກິດຕ້ອງປົດພະນັກງານ, ເຈົ້າຂອງວິສາຫະກິດບາງລາຍຕ້ອງໄດ້ປິດກິດຈະການຢ່າງຖາວອນ.

  ໂຄງການໃໝ່ນີ້ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ. ພ້ອມນີ້, ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງ ສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ, ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດ ສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້.

  ນອກຈາກນີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງອຸດສາຫະກໍາ ແລະການຄ້າ ແລະບັນດາສະຖາບັນອື່ນໆທີ່ເຂົ້າຮ່ວມໂຄງການ.