ອພສ ເມືອງວຽງທອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VII

  ກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະບໍລິຫານງານອົງການພຸດທະສາສະໜາສຳພັນລາວ (ອ ພສ) ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ພາຈິກ 2020 ຢູ່ວັດພູວຽງທອງ ບ້ານນໍ້າຢ້າງ ເມືອງວຽງທອງພາຍໃຕ້ການເປັນປະທານຂອງຍາທ່ານ ຄຳພອນ ທາອິນໄຊຍະວົງ ອົງການພຸດທະສາສະໜາສໍາພັນລາວ, ເປັນກຽດເຂົ້າຮ່ວມຂອງພະຫຼັກຄຳສຸວັນນະສາທານໄຊຍະຈານຄຳປັນ ອີນທະວົງ ເຈົ້າຄະນະ ແຂວງບໍລິຄຳໄຊ ແລະທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.

  ກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານພຸດທະສາສະໜາໄລຍະ 5 ປີຜ່ານມາຈາກຍາທ່ານ ຄຳພອນທາ ອີນໄຊຍະວົງ, ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວດ້ານຕັ້ງໜ້າຂອງອົງການພຸດທະສາສະໜາປະຈຳເມືອງເຊັ່ນ: ການສຶກສາອົບຮົມຫຼັກທຳຄຳສອນຂອງສາສະໜາ, ການສ້າງສາບູລະນະປະຕິສັງຂອນວັດວາອາຮາມ ແລະອື່ນໆຈາກນັ້ນກອງປະຊຸມໄດ້ຜ່ານຂໍ້ຕົກລົງເລກທີ 201/ອພສ ປະທານ ອພສ ແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງ ແລະຮັບຮອງເອົາຄະນະກໍາມະການບໍລິຫານງານ ອພສ ເມືອງວຽງທອງຊຸດໃໝ່ຄື: ພະປີຣຊາ ວໍຣະບານທັມມະນຸນີຄຳພອນທາ ອີນໄຊຍະວົງ, ພະໄມຄານ ໄຊຍະສານ, ພະບົວທອງ ສີບູນເຮືອງ, ພະຈຽງ ພິລາວົງ, ພະພັນໄຊສົມບັດ ແລະພະພົງສະຫວັນ.

   ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງພະຫຼັກຄໍາສຸວັນນະສາທານໄຊຍາຈານຄຳປັນ ອີນທະວົງ ເຈົ້າຄະນະແຂວງບໍລິຄຳໄຊຊຶ່ງທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ຊົມເຊີຍຕໍ່ຜົນງານຄະນະ ອພສ ເມືອງຍາດມາໄດ້ໃນ 5 ປີ ຜ່ານມາ, ທ່ານໄດ້ຊີ້ນຳໃນຕໍ່ໜ້າໃຫ້ຄະນະ ອພສ ເມືອງຊຸດໃໝ່ຈົ່ງເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ພະສົງ-ສຳມະເນນ,ອອກຕົນຍາດຍົມ,ປະຊາຊົນລາວບັນດາເຜົ່າພາຍໃນເມືອງໃຫ້ຮູ້ຈັກຂະນົບທຳນຽມຮີດຄອງປະເພນີເພື່ອປົກປັກຮັກສາສົ່ງເສີມດ້ານດີ ແລະຕີຖອຍດ້ານຫຍໍ້ທໍ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງສັງຄົມອົບຮົມບົ່ມສອນໃຫ້ປະຊາຊົນພົນລະເມືອງຮູ້ຈັກຮັກແພງສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະກັນ.