ແກ້ງຄວັນ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງຊຽງຂວາງ

   ແຂວງຊຽງຂວາງ ເປັນໜຶ່ງ ໃນແຂວງເຕົ້າໂຮມຂອງການປະຕິ ວັດໃນສະໄໝຕໍ່ສູ້ກູ້ຊາດ. ແຂວງ ຊຽງຂວາງ ເປັນແຂວງພູດອຍ ຕັ້ງຢູ່ພາກເໜືອຂອງລາວ, ມີຊາຍແດນ ທິດເໜືອຕິດກັບແຂວງຫົວພັນ, ທິດ ໃຕ້ຕິດກັບແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ, ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ, ທິດຕາ ເວັນຕົກຕິດກັບ  ແຂວງຫຼວງພະບາງ. ນອກນັ້ນ ຍັງແຂວງໜຶ່ງທີ່ຂຶ້ນຊື່ລື ຊາດ້ານອາຫານພື້ນເມືອງເປັນຕົ້ນ: ແມ່ນນົກແອນ, ແຈ່ວປອງ  ແລະ ອື່ນໆ  ນອກຈາກນັ້ນແລ້ວ, ຖ້າຫາກທ່ານ ໄດ້ມີໂອກາດເດີນທາງໄປແຂວງຊຽງຂວາງ ພ້ອມກັບໄປທ່ຽວຊົມທໍາ ມະຊາດແກ້ງຄວັນ.

   ແກ້ງຄວັນ ຍັງຄົງຄວາມງາມຂອງທໍາມະຊາດໄວ້ແບບດັ້ງເດີມທີ່  ອຸດົມໄປດ້ວຍຊັບໃນດິນສິນໃນນໍ້າທີ່ ໜ້າທ່ຽວຊົມເນື່ອງຈາກວ່າເນື່ອງ ຈາກວ່າພື້ນທີ່ດັ່ງກ່າວປົກຄຸມໄປ ດ້ວນຕົ້ນໄມ້ນ້ອຍ-ໃຫຍ່ຈໍານວນຫຼາຍ ແມ່ນແຕ່ຍາມແລ້ງກໍຍັງຮູ້ສຶກເຢັນສົດ ຊື່ນບວກກັບສັດນ້ອຍໃຫຍ່ສົ່ງສຽງ ດັງກ້ອງລະງົມທີ່ຟັງແລ້ວໜ້າຫຼົງໄຫຼມ່ວນຊືນໄປກັບມັນເຮັດໃຫ້ລືມ ຄວາມອິດເມື່ອຍຈາກການເດີນທາງ ກັນເລີຍ. ສະຖານທີ່ທ່ອງທ່ຽວແຫ່ງ ນີ້ຍັງບໍ່ທັນເປັນທີ່ຮູ້ຈັກກັນຫຼາຍຂອງນັກທ່ອງທ່ຽວ, ສ່ວນໃຫຍ່ແມ່ນປະ ຊາຊົນ, ນັກຮຽນ-ນັກສຶກສາມັກ ເຂົ້າມາທ່ຽວເປັນຈໍານວນຫຼາຍໃນ ວັນເສົາ  ແລະອາທິດ.

  ແຕ່ເຖິງຢ່າງໃດກໍຕາມເພື່ອດຶງ ດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ແລະປະກອບສ່ວນສ້າງລາຍຮັບ ທາງດ້ານກົງ ແລະດ້ານອ້ອມສູ້ປະ ຊາຊົນໃຫ້ເພີ່ມຂື້ນດ້ວຍທ່າແຮງບົ່ມ ຊ້ອນທີ່ມີອຳນາດການປົກຄອງທ້ອງ ຖິ່ນໄດ້ສົມທົບກັບທຸກພາກສ່ວນທີ່ ກຽ່ວຂ້ອງ ໂດຍສະເພາະແມ່ນພໍ່ແມ່ ປະຊາຊົນທ້ອງຖິ່ນວາງແຜນໃນ ການພັດທະນາການທ່ອງທ່ຽວແບບ ອະນຸລັກໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ທີ່ສວຍງາມ ແລະສາມາດຕອບສະ ໜອງຄວາມຕ້ອງການຂອງນັກທ່ອງ ທ່ຽວດ້ວຍການດຶງເອົາມົນສະເໜ ຂອງທຳມະຊາດ ແລະ ວິທີການດໍາ ລົງຊີວິດຂອງປະຊາຊົນທ້ອງຖິ່ນ ຮ່ອງຮອຍປະຫວັດສາດຕ່າງໆ ເພື່ອສ້າງໃຫ້ກາຍເປັນແດນສະຫວັນຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ.

ໂດຍ: ວົງມະນີ